ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງພັກ
ແລະ ວັນສ້າງຕັ້ງຊາວຫນຸ່ມປະຊາຊົນ ປະຕິວັດລາວຄົບຮອບ 50 ປີ ສູນກາງຊາວຫນຸ່ມ
ສປປ ລາວ ຮ່ວມກັບສູນສົ່ງເສີມ
ການຄ້າລາວ (ກະຊວງການຄ້າ) ແລະ ບໍລິສັດເວີນຈຳກັດ ໄດ້ເປີດງານວາງສະແດງສິນຄ້າ
ຊາວຫນຸ່ມ ຄົບຮອບ 50 ປີ ແລະ ງານວຽງຈັນ ເອັກໂປ 2005 (Vientiane
Expo 2005) ທີ່ອາຄານລາວ ໄອເຕັກ ໃນຕອນເຊົ້າວັນທີ 2 ເມສາ 2005 ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ
ສີສະຫວາດ ແກ້ວບຸນພັນ ປະທານສູນກາງແນວລາວສ້າງຊາດ
ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ທ່ານ ເພັດສາຄອນ ຫລວງອາໄພ ຮັກສາການ ເລຂາຄະນະບໍລິຫານງານ
ຊປປ ລາວ ພ້ອມດ້ວຍລັດຖະມົນຕີ ແລະ ລັດຖະມົນຕີຊ່ວຍວ່າການ
ອົງການຈັດຕັ້ງມະຫາຊົນ ບັນດາທູຕານຸທູດ ແລະ ມວນຊົນຊາວນະຄອນຫລວງເຂົ້າຮ່ວມ.
ງານວາງສະແດງນີ ໂດຍມີຈຸດປະສົງຫລັກແມ່ນເພື່ອສ້າງຜົນງານຕ້ອນຮັບວັນສັາງຕັ້ງ
ຊປປ ລາວ ຄົບຮອບ 50 ປີ ທັງເປັນການສະແດງຜົນງານ ແລະຫົວຄິດປະດິດສ້າງຂອງສະມາຊິກຊາວຫນຸ່ມ-ໄວຫນຸ່ມ
ທີ່ໄດ້ປະກອບ
ສ່ວນເຂົ້າໃນການພັດທະນາປະເທດຊາດ ສ້າງໂອກາດໃຫ້ຜູ້ຜະລິດ ຜູ້ຈຳຫນ່າຍ ແລະ
ຜູ້ບໍລິໂພກສິນຄ້າໄດ້
ພົບປະເຊິ່ງກັນ ແລະ ກັນ ແລະ
ກໍເປັນການສ້າງໂອກາດໃຫ້ນັກທຸລະກິດໄດ້ສຶກສາຕະຫລາດ ແລະ ທັງເປັນການ
ໂຄສະນາສິນຄ້າພາຍໃນໃຫ້ສາກົນຮັບຮູ້ ງານສະແດງສິນຄ້າຄັ້ງນີ້
ມີຫລາຍພາກສ່ວນກົມກອງບັນດາບໍລິສັດຫ້າງ
ຮ້ານທັງພາຍໃນ ແລະ ຕ່າງປະເທດ
ຕະຫລອດຮອດຊາວຫນຸ່ມແຂວງຕ່າງໆເຂົ້າຮ່ວມທັງຫມົດມີ 232 ຮ້ານ ໃນ
ນັ້ນ ມາຈາກຕ່າງແຂວງ 18 ຮ້ານ ມາຈາກກົມກອງອ້ອມຂ້າງສູນກາງ 182 ຮ້ານ ແລະ
ມາຈາກບັນດາປະເທດ
ໃກ້ຄຽງ ເຊັ່ນ: ສປ ຈີນ ຫວຽດນາມ ສິງກະໂປ ແລະ ໄທ ເຊິ່ງປະເພດສິນຄ້າທີ່ເຂົ້າຮ່ວມວາງສະແດງແມ່ນສິນ
ຄ້າປະເພດອຸດສາຫະກຳ-ຫັດຖະກຳ ສິນຄ້າກະສິກຳ ສິນຄ້າຮັບໃຊ້ອຸປະໂພກ
ບໍລິໂພກສິນຄ້າເຄື່ອງສື່ສານເອເລັກ
ໂຕຼນິກ ແລະ ປະເພດອື່ນໆອີກຫລາຍຊະນິດ ນອກຈາກວາງສະແດງສິນຄ້າ ໃນຕອນຄ່ຳຂອງແຕ່ລະຄືນກໍຍັງມີກິດ
ຈະກຳຕ່າງໆ ເປັນຕົ້ນແມ່ນການສະແດງສິນລະປະວັນນະຄະດີ ຄອນເສີດ
ສະແດງສິລະປະການເວົ້າການຕອບບັນຫາ ແລະ
ການສະແດງລາຍການຕ່າງໆຂອງເຍົາວະຊົນເຊິ່ງເປັນ
ການສ້າງບັນຍາກາດຟົດຟື້ນໃນງານດັ່ງກ່າວນີ້
ການວາງສະແດງສິນຄ້າແມ່ນໄດ້ດຳເນີນໄປເຖິງວັນທີ 10 ເມສານີ້.
* ຄັດຈາກ:
ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ 04/04/2005 |