|
ການເວນຄືນນຳໃຊ້ທີ່ດິນສິ່ງປຸກສ້າງ ແລະ ການທົດແທນຄ່າເສຍຫາຍຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການເມືອງໃຫມ່
ບຶງທາດຫຼວງ ແມ່ນບັນຫາຕົ້ນຕໍທີ່ພັກ ແລະ ລັດຖະບານເຮົາໃຫ້ຄວາມເອົາໃຈໃສ່ເປັນພິເສດ ແລະ ຖືເປັນບັນຫາບູລິມະສິດທີ່ຕ້ອງໄດ້
ຄົ້ນຄວ້າພິຈາລະນາຢ່າງລະອຽດຖີ່ຖ້ວນ ແລະ ເລິກເຊິ່ງສົມຄວນ ສະນັ້ນ ເພື່ອຮັບປະກັນສິດຜົນປະໂຫຍດອັນຖືກຕ້ອງ ແລະ
ຫມາກຜົນຕົວຈິງທີ່ປະຊາຊົນເຮົາໄດ້ສ້າງຂຶ້ນຢູ່ພາຍໃນບໍລິເວນໂຄງການດັ່ງກ່າວນັ້ນ
ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ
ພວກເຮົາ ຈະໄດ້ປະຕິບັດການຊົດເຊີຍ ຫຼື ທົດແທນ ແລະ ອື່ນໆໃຫ້ແກ່ຄອບຄົວປະຊາຊົນຜູ້ໄດ້ຮັບຜົນກະທົບ ບົນພື້ນຖານຫຼັກການ
ຄວາມຍຸຕິທຳ ແລະ ຄວາມເປັນຈິງ ພ້ອມທັງຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບນັ້ນໃຫ້ດີຂຶ້ນກ່ວາເກົ່າ
ອັນນີ້ແມ່ນນະໂຍບາຍຫຼັກຂອງພັກ ແລະ ລັດຖະບານພວກເຮົາ ເພື່ອຮັບປະກັນທາງດ້ານກົດຫມາຍ ນາຍົກລັດຖະມົນຕີ ກໍໄດ້ອອກຂໍ້ຕົກລົງ
ສະບັບເລກທີ 08/ນຍ ລົງວັນທີ 30
ມັງກອນ 2008 ວ່າດ້ວຍການອະນຸມັດທີ່ດິນຢູ່ເຂດບຶງທາດຫຼວງ ຂອງນະຄອນຫຼວງວຽງຈັນ
ໃຫ້ບໍລິສັດຮ່ວມທຶນລາວ-ຈີນ ນຳ ໃຊ້ເຂົ້າໃນການພັດທະນາແບບກວມລວມ ນິຕິກຳດັ່ງກ່າວຍັງໄດ້ກຳນົດຫຼັກການພື້ນຖານ ກ່ຽວກັບຊົດເຊີຍ
ເວນຄືນໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວນີ້ ຢ່າງຈະແຈ້ງສົມຄວນ.
-
ຫລັກການຄວາມຍຸຕິທຳ: ແມ່ນການນຳໃຊ້ລະບຽບກົດຫມາຍຕ່າງໆ ທີ່ມີໃນປັດຈຸບັນ ເຊັ່ນ: ກົດຫມາຍທີ່ດິນ
ກົດຫມາຍຜັງເມືອງ ດຳລັດວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ການຍົກຍ້າຍຈັດສັນປະຊາຊົນ ຈາກໂຄງການພັດ
ທະນາ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງມາ ເປັນບ່ອນອີງໃນການພິຈາລະນາ ເພື່ອກຳນົດຮູບການ ແລະ ມູນຄ່າທົດ
ແທນຄືນຄ່າເສຍຫາຍ ວ່າຄວນຈະປະຕິບັດຄືແນວໃດ? ໂດຍບໍ່ມີການຈຳແນກຊົນຊັ້ນ ເຊື້ອຊາດ ສາດສະຫນາ ແລະ ອື່ນໆ
ເພາະຖ້າຈະອີງໃສ່ຄວາມເພິ່ງພໍໃຈ ແລະ ຄວາມຕ້ອງການຂອງບຸກຄົນແລ້ວ ແມ່ນຈະບໍ່ສິ້ນສຸດ ແລະ ບໍ່ມີຄວາມເປັນເອກະ
ພາບກັນຈັກເທື່ອ.
-
ຫລັກການຄວາມເປັນຈິງ: ຫຼັກການນີ້ເປັນຫຼັກການທີ່ພວກເຮົາປະຕິເສດບໍ່ໄດ້ ເພາະທຸກສິ່ງທຸກຢ່າງລ້ວນແລ້ວແຕ່ຫນີບໍ່ພົ້ນ
ຄວາມຈິງ ເຊິ່ງບາງຄອບຄົວປະຊາຊົນອາດຈະບໍ່ມີຫຼັກຖານ ຫຼື ເອກະສານຢັ້ງຢືນສິດນຳໃຊ້ທີ່ດິນ (ໃບຕາດິນ) ຫຼື ເອກະສານ
ອະນຸຍາດໃຫ້ໃຊ້ທີ່ດິນ (ໃບແຜນທີ່ດິນ ໃບແຈ້ງເສຍພາສີທີ່ດິນ) ຫຼື ໃບອະນຸຍາດປຸກສ້າງ ແລະ ອື່ນໆແຕ່ໃນຄວາມເປັນຈິງ
ຄອບຄົວນັ້ນພັດໄດ້ດຳລົງຊີວິດ ແລະ ທຳມາຫາກິນຢູ່ໃນເຂດນີ້ກ່ອນທີ່ໂຄງການຈະເກີດມາເປັນເວລາຫຼາຍຟ້າຫຼາຍປີ ແລະ ຫຼາຍໆ
ເຊັ່ນຄົນແລ້ວ ບັນຫານີ້ພວກເຮົາກໍຕ້ອງຮັບຮູ້ ແລະ ນຳເຂົ້າມາຄົ້ນຄວ້າພິຈາລະນາເຊັ່ນກັນ.
ບົນພື້ນຖານ 2 ຫຼັກການດັ່ງກ່າວນັ້ນ ໃນປັດຈຸບັນຄະນະຮັບຜິດຊອບພວມລົງເກັບກຳ ແລະ ສຶກສາຄົ້ນຄວ້າຂໍ້ມູນຕ່າງໆ ເພື່ອ
ກຳນົດຮູບການ ແລະ ວິທີການໃນການຊົດເຊີຍທີ່ມີຄວາມປອດໄສ ແລະ ທ່ຽງທຳທີ່ສຸດ ຄື:
+ ຮູບການໃນການຊົດເຊີຍ: ມີ 4 ຮູບການ ເຊັ່ນ:
- ຜູ້ທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ພາຍໃນບໍລິເວນຂອບເຂດໂຄງການ ຫຼື ເປັນຜູ້ທີ່ມີສິດນຳໃຊ້ ຫຼື ສິດໃຊ້ທີ່ດິນ
ຢ່າງຖືກຕ້ອງຄົບຖ້ວນຕາມລະບຽບກົດຫມາຍ ແມ່ນຈະໄດ້ຮັບການຊົດເຊີຍ ຫຼື ໃຊ້ແທນຄືນຄ່າເສຍຫາຍຢ່າງເຕັມເມັດເຕັມໜ່ວຍ.
- ຜູ້ທີ່ມີສິດນຳໃຊ້ ຫຼື ສິດໃຊ້ທີ່ດິນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຫຼື ພຽງແຕ່ນຳໃຊ້ທີ່ດິນຢູ່ພາຍໃນບໍລິເວນຂອບເຂດ
ໂຄງການເທົ່ານັ້ນ ແມ່ນຈະໄດ້ຮັບການຊົດເຊີຍ ຫຼື ໃຊ້ແທນຄືນຄ່າເສຍຫາຍ ແຕ່ສິ່ງປຸກສ້າງ ແລະ ມູນຄ່າການພັດທະນາທີ່ດິນ
ຕອນນັ້ນຕາມຄວາມເໝາະສົມ.
- ຜູ້ທີ່ມີເອກະສານຢັ້ງຢືນສິດນຳໃຊ້ ແລະ ສິດໃຊ້ທີ່ດິນຢ່າງຖືກຕ້ອງຄົບຖ້ວນ ແຕ່ທີ່ດິນດັ່ງກ່າວບໍ່ໄດ້ຮັບການພັດທະນາຫຍັງ
ແມ່ນຈະໄດ້ຮັບການຊົດເຊີຍ ຫຼື ໃຊ້ແທນຄືນຄ່າເສຍຫາຍພຽງແຕ່ຄ່າຂຶ້ນ ຫຼື ຈົດທະບຽນທີ່ດິນ.
- ຜູ້ທີ່ເປັນເຈົ້າຂອງສິດນຳໃຊ້ ຫຼື ໃຊ້ທີ່ດິນ ແຕ່ບໍ່ມີເອກະສານຢັ້ງຢືນໃດໆ ແລະ ບໍ່ໄດ້ມີການພັດທະນາຫຍັງແມ່ນຈະບໍ່ໄດ້ຮັບ
ການຊົດເຊີຍແຕ່ຢ່າງໃດ.
+ ວິທີການໃນການຊົດເຊີຍ: ມີ 2 ວິທີການຕົ້ນຕໍ ເຊັ່ນ:
- ຊົດເຊີຍເປັນເງິນໃຫ້ທັງຫມົດ.
- ຊົດເຊີຍເປັນຫ້ອງເຮືອນທີ່ປຸກສ້າງຂຶ້ນໃຫມ່ຢູ່ໃນເຂດຕົວເມືອງໃຫມ່ ບວກກັບເງິນຈຳນວນຫນຶ່ງ.
ໃນນີ້ ພັກ ແລະ ລັດຖະບານພວກເຮົາມີເປົ້າຫມາຍນຳໃຊ້ ແລະ ສົ່ງເສີມວິທີການທີ 2 ຫຼາຍກ່ວາ ເພາະຕ້ອງການໃຫ້
ປະຊາຊົນຜູ້ໄດ້ຮັບຜົນກະທົບນັ້ນ ເປັນຜູ້ຊົມໃຊ້ຄວາມຈະເລີນຂອງເຂດຕົວເມືອງດັ່ງກ່າວ ໂດຍຫັນປ່ຽນອາຊີບຈາກການເຮັດນາ
ມາເປັນການຄ້າ ການບໍລິການ ແລະ ອື່ນໆທີ່ໃຫ້ຜົນຕອບແທນສູງກ່ວາ ໃນໄລຍະບຸກເບີກພັດທະນາ ລັດຖະບານກໍຈະຄ້ຳ
ປະກັນການລ້ຽງຊີບໃຫ້ແກ່ຄອບຄົວປະຊາຊົນທີ່ເຮັດນາເປັນອາຊີບຕົ້ນຕໍ ເຊັ່ນ: ຄອບຄົວລຸງ "ກ" ທີ່ເຮັດນາໃນປີຫນຶ່ງໄດ້
ເຂົ້າກິນ 4 ໂຕນ ລັດຖະບານກໍຈະຈ່າຍເງິນຄ່າເຂົ້າໃຫ້ຄອບຄົວລຸງ "ກ" ຈົນກ່ວາຈະຊ່ວຍຄອບຄົວລຸງ "ກ" ໄດ້ເຮັດອາຊີບໃຫ
ທີ່ສາມາດສ້າງລາຍຮັບບໍ່ໃຫ້ຫຼຸດເຂົ້າ 4 ໂຕນ/ປີ ແລະ ກໍລະນີອື່ນໆ ບັນຫານີ້ລັດເຮົາຈະມີລະບຽບການສະເພາະເພື່ອປະຕິບັດ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
17-03-2008 |