ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ຕະຫລາດແປ້ງມັນຕົ້ນມີທ່າກ້າວສູງ ແຕ່ຍັງຂາດວັດຖຸດິບປ້ອນໂຮງງານ

ໂຮງງານຜະລິດແປ້ງມັນໄດ້ກຳເນີດຂື້ນໃນ ສປປ ລາວ ເກືອບ 3 ປີແລ້ວ ໂດຍໄດ້ເລີ່ມເຮັດການຜະລິດ ເພື່ອສະໜອງ ແປ້ງມັນຕົ້ນໃຫ້ໂຮງງານຕ່າງໆຢູ່ ສປ ຈີນ ຕາມຄວາມຕ້ອງການຂອງຕະຫລາດ ຜ່ານຈາກການຜະລິດທົດລອງແຕ່ປີ 2007 ມານີ້ ເຫັນວ່າຄວາມຕ້ອງການຂອງຕະຫຼາດມີຫຼາຍ ແຕ່ການສະໜອງດ້ານວັດຖຸດິບຍັງບໍ່ທັນພຽງພໍເທື່ອ.

ທ່ານ ແສງມາລີ ແສງວັດທະນາ ປະທານໂຮງງານຜະລິດແປ້ງມັນຕົ້ນໃຫ້ສຳພາດວ່າ: ຄວາມຕ້ອງການແປ້ງມັນຕົ້ນໃນ ປະເທດຈີນຈາກໂຮງງານປີໜື່ງ ເຖິງ 50 ພັນໂຕນ ແຕ່ຄວາມສາມາດຂອງໂຮງງານສະໜອງໄດ້ ພຽງ 28 ພັນໂຕນ ຕໍ່ປີເທົ່ານັ້ນ.

ຂະນະທີ່ເຄື່ອງຈັກມີຄວາມສາມາດຜະລິດໄດ້ 80-100 ໂຕນຕໍ່ມື້ ແລະ ຕ້ອງການວັດຖຸດິບມື້ໜື່ງ 200-320 ໂຕນ ເຊິ່ງ ເຫັນໄດ້ວ່າຈຳນວນມັນຕົ້ນດິບທີ່ນຳມາປ້ອນໂຮງງານຍັງມີໜ້ອຍ ເຊິ່ງຕ້ອງໄດ້ລະດົມປະຊາຊົນປູກຕື່ມຫລາຍພັນເຮັກຕາ ຈິ່ງສາມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດໄດ້.

ທ່ານກ່າວອີກວ່າ: ໃນໄລຍະ 3 ປີຜ່ານມາ ທາງບໍລິສັດໄດ້ນຳເອົາແນວພັນຈາກປະເທດຈີນ ທີ່ມີຊື່ວ່າ ພັນມັງກອນຍົກ, ມັງກອນທອງ ແລະ ພັນກະເສດສາດຂອງໄທມາໃຫ້ປະຊາຊົນຢູ່ແຂວງບໍລິຄຳໄຊປູກ ໃນເນື້ອທີ່ 1.500 ເຮັກຕາ ເພື່ອ ແກ້ໄຂໃນໄລຍະຕົ້ນ ແຕ່ປະຈຸບັນໂຮງງານໄດ້ເລີ່ມຂະຫຍາຍຄວາມຕ້ອງການ ຈິ່ງເພີ່ມຂື້ນ. ດັ່ງນັ້ນ ປີ 2008 ນີ້ ທາງໂຮງງານໄດ້ລົງໄປລະດົມປະຊາຊົນຢູ່ 3 ເມືອງຄື: ເມືອງຮົ່ມ, ເມືອງສັງທອງ ແລະ ເມືອງບໍລິຄັນ ປູກລວມເນື້ອທີ່ ທັງໝົດ 5.666 ເຮັກຕາ ສະເລ່ຍແລ້ວຖ້າຈຳນວນທີ່ການຜະລິດດັ່ງກ່າວສາມາດເກັບກ່ຽວໄດ້ທັງໝົດ ແມ່ນຈະສະໜອງ ວັດຖຸດິບໃຫ້ໂຮງງານເທົ່າກັບ 70% ຂອງຄວາມຕ້ອງການໃນປະຈຸບັນ.

ສຳລັບວຽກງານໄລຍະຍາວເປັນຕົ້ນແມ່ນປີ 2009 ທີ່ຈະມາເຖິງນີ້ ໂຮງງານໄດ້ຕັ້ງເປົ້າຈະລະດົມປະຊາຊົນຂະຫຍາຍ ເນື້ອທີ່ປູກໃຫ້ໄດ້ 3.000 ເຮັກຕາ.

ດ້ານສະນອງແນວພັນໃຫ້ປະຊາຊົນປູກ ທ່ານ ແສງມາລີ ບອກວ່າ: ທາງໂຮງງານຈະເປັນຜູ້ສະໜອງໃຫ້ພ້ອມທັງວິຊາການ ຜູ້ໃຫ້ຄຳຊີ້ນຳໃນການປູກ ຈົນກວ່າຈະໄດ້ເກັບກູ້ ຫລັງຈາກເກັບກູ້ແລ້ວ ຜູ້ປູກຈະໄດ້ຄືນແນວພັນໃຫ້ໂຮງງານໂດຍມີກຳນົດ ວ່າ ພັນລຳໜື່ງໃຫ້ແທນຄືນ 8 ລຳ ເພາະວ່າລຳໜື່ງສາມາດນຳໄປປູກໄດ້ 5 ຂຸມ ໂດຍສະເລ່ຍແລ້ວຂຸມໜື່ງຈະໄດ້ປະມານ 10 ລຳ ແລະ ເກັບກູ້ໄດ້ຂຸມໜື່ງຕ່ຳສຸດ 3 ກິໂລກຣາມ ປົກກະຕິແມ່ນ 5-8 ກິໂລກຣາມຕໍ່ຂຸມ.

ສະຫລຸບແລ້ວແນວພັນໃຫມ່ທີ່ໂຮງງານນຳມານີ້ແມ່ນໄດ້ຜົນຜະລິດຫລາຍໃຊ້ເວລາພຽງ 8 ເດືອນສາມາດເກັບກູ້ໄດ້ ຖ້າເປັນ ພັນທີ່ໂຮງງານສະໜອງໃຫ້ແມ່ນຈະຮັບຊື້ໂດຍກົງໃນລາຄາ 400.000 ກີບຕໍ່ໂຕນ ສົ່ງເຖິງໂຮງງານ.

ສ່ວນເປັນພັນພື້ນເມືອງ ແມ່ນຈະໄດ້ຜ່ານຂັ້ນຕອນກວດສອບທາດແປ້ງກ່ອນ. ພິເສດສຳລັບປະຊາຊົນຜູ້ທີ່ສົນໃຈຢາກ ປູກສາມາດ ຕິດຕໍ່ໄດ້ກັບບໍລິສັດທຸກໄລຍະລະດູການ ເພາະວ່າພັນໃຫມ່ເຫລົ່ານີ້ ບໍ່ໄດ້ເລືອກດິນ ຫລື ລະດູການປູກ ຍົກເວັ້ນເຂດນ້ຳຖ້ວມ, ດິນແຫ້ງແລ້ງ ເປັນຕົ້ນ.

* ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ 30-05-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564