ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ກອງປະຊຸມການເຊື່ອມໂຍງບົດບາດຍິງ - ຊາຍ ເຂົ້າໃນຂະແຫນງກະສິກຳ ແລະ ປ່າໄມ້

ໃນວັນທີ 13 ກຸມພາ 2008 ຢູ່ທີ່ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດກອງປະຊຸມຜົນການຈັດຕັ້ງປະຕິບັດການເຊື່ອມ
ໂຍງບົດບາດຍິງ  ຊາຍ ເຂົ້າໃນຂະແຫນງກະສິກຳ ແລະ ປ່າໄມ້.ເປັນກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ທ່ານ  ດຣ. ຕີ ພົມມະສັກ ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ປ່າໄມ້ ທັງເປັນຄະນະ ກຳມາທິການແຫ່ງຊາດ
ເພື່ອຄວາມ
ກ້າວຫນ້າຂອງແມ່ຍິງ
, ຫົວຫນ້າກຳມາທິການສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ, ບັນດາພະນັກງານຈາກກະຊວງຂັ້ນກົມ, ກອງສະຖາບັນ ແລະ ຈາກນະຄອນຫລວງ, ຕ່າງແຂວງທົ່ວປະເທດເຂົ້າຮ່ວມ.

ໃນກອງປະຊຸມເພື່ອຜັນຂະຫຍາຍເນື້ອໃນຍຸດທະສາດນະໂຍບາຍແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ, ເພື່ອຍົກໃຫ້
ເຫັນສະພາບການຈັດຕັ້ງປະຕິບັດການເຊື່ອມໂຍງບົດບາດຍິງ  ຊາຍໃນ ວຽກງານກະສິກຳປ່າໄມ້ຢ່າງຮອບດ້ານໃນໄລຍະ
ການຈັດຕັ້ງກິດຈະກຳຂອງຂະແຫນງການ ແລະ ໂຄງການຕ່າງໆທີ່ຕິດພັນກັບການພັດທະນາກະສິກຳ ແລະ ປ່າໄມ້
, ກອງປະຊຸມຈະຍົກໃຫ້ເຫັນການເຊື່ອມໂຍງພາລະບົດບາດຍິງ  ຊາຍ ຊຶ່ງໄດ້ຕິດພັນກັບຫລາຍຂະແຫນງການເຫັນວ່າ
ມີຄວາມຈຳເປັນຕ້ອງໄດ້ປຶກສາຫາລືນຳກັນ
, ເພື່ອໄຈ້ແຍກບັນຫາຄົ້ນຄວ້າສາເຫດ ພ້ອມກັນແກ້ໄຂບັນຫາຕ່າງໆ, ເພື່ອເປັນເອກະພາບ, ການຈັດຕັ້ງປະຕິບັດຢ່າງເປັນລະບົບຂອງຕົນຕາມພາລະບົດບາດຍິງ - ຊາຍ ກາຍເປັນຄວາມຮັບ
ຜິດຊອບຂອງພາກສ່ວນຂະແຫນງການ
, ເພື່ອເຜີຍແຜ່ລະບົບກົນໄກທັງຫມົດຂອງການເຊື່ອມບົດບາດຍິງ - ຊາຍ

ເພື່ອເຜີຍແຜ່ຜົນສຳເລັດຂອງການຊ່ວຍເຫລືອດ້ານວິຊາການຂອງ ADB, ເພື່ອເຜີຍແຜ່ບົດຮຽນທີ່ດີຈາກໂຄງການໃຫ້ບັນດາ
ກົມກອງໄດ້ປຶກສາຫາລືຮັບຮູ້ຢ່າງເປັນທາງການຕ່າງໆທີ່ໄດ້ເຊື່ອມບົດບາດຍິງຊາຍເຂົ້າໃນ
ໂຄງການໃນຄວາມຮັບ
ຜິດຊອບຕໍ່ການຈັດຕັ້ງປະຕິບັດບັນດາມາດຕະການຕົວຈິງ ເພື່ອຄວາມກ້າວຫນ້າຂອງແມ່ຍິງໃນ
12 ເດືອນຕໍ່ຫນ້າ

* ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ 28-01-2008

 
 

2003-2008 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4