ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ຈະກໍ່ສ້າງຕະຫຼາດຊາຍແດນໃຫ້ສຳເລັດປີ 2009

   

ເພື່ອສ້າງເງື່ອນໄຂໃຫ້ແກ່ການສ້າງລາຍຮັບເຂົ້າງົບປະມານໃນວັນທີ 26 ມັງກອນ 2008 ນີ້ ທີ່ຂົວມິດຕະພາບ
ທ່ານ ດຣ.ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ແລະ ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການ
ກະຊວງໂຍທາ ແລະ ຂົນສົ່ງ ພ້ອມດ້ວຍພະນັກງານວິຊາການ ໄດ້ມີການປຶກສາຫາລືກ່ຽວກັບການກໍ່ສ້າງຕະຫລາດຊາຍ
ແດນ ແລະ ການກໍ່ສ້າງສາງເພື່ອພັກສິນຄ້າຢູ່ບໍລິເວນສະຖານີລົດໄຟ ເຊິ່ງຕັ້ງຢູ່ບໍລິເວນບ້ານດົງໂພສີ ເມືອງຫາດຊາຍຟອງ
ນະຄອນຫລວງວຽງຈັນ.

   ຜ່ານມາບັນດາເນື້ອທີ່ຂອງໂຄງການບາງສ່ວນແມ່ນໄດ້ທັບກັນ ສະນັ້ນ ຈິ່ງໄດ້ມີການປືກສາຫາລືແກ້ໄຂດ້ວຍ
ການດັດແປງແຜນຜັງຂອງໂຄງການ ແລະ ໄດ້ມີການຈັດສັນຄືນໃຫມ່ທີ່ສອດຄ່ອງກັບການຊີ້ນຳຂອງລັດຖະບານ.

   ຕະຫລາດຊາຍແດນ ຕາມການສຳຫລວດເບື້ອງຕົ້ນມີເນື້ອທີ່ປະມານ 50,766 ເຮັກຕາ ເຊິ່ງຕັ້ງຢູ່ບ້ານດົງໂພສີ
ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ທິດເຫນືອຕິດກັບປ່າສະຫງວນດົງໂພສີ ມີຄວາມຍາວ 358 ແມັດ ທິດໃຕ້ຕິດ
ກັບຄອງຊົນລະປະທານມີຄວາມຍາວ 400 ແມັດ ທິດຕາເວັນອອກຕິດກັບປ່າສະຫງວນ ແລະ ດິນນາຂອງປະຊາຊົນ ຍາວ
1.250 ແມັດ ແລະ ທິດຕາເວັນຕົກຕິດກັບດິນນາຂອງປະຊາຊົນ ຍາວ 650 ແມັດ.

   ໃນເນື້ອທີ່ 50,766 ເຮັກຕາ ມີເນື້ອທີ່ດິນປ່າສະຫງວນ 28,224 ເຮັກຕາ ດິນທຳການຜະລິດຂອງປະຊາຊົນ
(ດິນນາ ແລະ ສວນ) 21,3615 ເຮັກຕາ ຈຳນວນ 41 ຕອນ ດິນຮ່ອງນ້ຳ 0,5185 ເຮັກຕາ ແລະ ດິນຄອງຊົນລະປະທານ
0,6623 ເຮັກຕາ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 28-01-2008

 
 

2003-2008 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4