|

ພາຍຫຼັງທີ່ໄດ້ຝຶກອົບຮົມວຽກງານຈະລາຈອນໃຫ້ແກ່ພະນັກງານ-ນັກຮົບໃນກົມກອງເປັນທີ່ຮຽບຮ້ອຍແລ້ວ
ທາງພະແນກ ຈະລາຈອນ-ມອດໄຟ ແຂວງຫຼວງພະບາງກໍໄດ້ຈັດແບ່ງກຳລັງເປັນຈຸເປັນໜ່ວຍລົງໄປປະຈຳແຕ່ລະ
ປ້ອມຍາມ ພາຍໃນຕົວເມືອງຫຼວງພະບາງ ເພື່ອປະຕິບັດໜ້າທີ່
ກວດກາ ຍວດຍານພາຫະນະ, ຕັກເຕືອນຜູ້ຂັບຂີ່
ໂດຍສະເພາະແມ່ນຜູ້ຂັບຂີ່ລົດຈັກ ໃຫ້ມີສະຕິລະວັງຕົວ
ປະຕິບັດກົດລະບຽບການສັນຈອນໃຫ້ເຂັ້ມງວດ,
ຖືເອກະ
ສານລົດຄົບຊຸດ,
ສວມໝວກກັນກະທົບທຸກຄັ້ງເວລາຂັບຂີ່ລົດຈັກ
ພ້ອມທັງຕິດປ້າຍຄຳຂວັນຕ່າງໆຕາມເສັ້ນທາງ
ຫຼວງ
ຊຶ່ງມີເນື້ອໃນກ່ຽວກັບການແນະນຳໃຫ້ມີສະຕິລະວັງຕົວໃນການຂັບຂີ່ຍວດຍານພາຫະນະ
ໃຫ້ມີຄວາມປອດ
ໄພແກ່ຜູ້ຂັບຂີ່ ແລະ ສັນຈອນໄປມາ ເພື່ອຫຼຸດຜ່ອນສະພາບອຸບັດຕິເຫດຕາມທ້ອງຖະໜົນຫຼວງ.
ແຕ່ເຖິງປານນັ້ນ
ກໍຍັງມີຜູ້ຝ່າຝືນຕໍ່ລະບຽບການການສັນຈອນໄປມາ,
ຂາດສະຕິໃນການຂັບຂີ່ ພາໃຫ້ເກີດ
ອຸບັດຕິເຫດຂຶ້ນຈຳນວນໜຶ່ງ. ດັ່ງພະແນກ
ຕຳຫຼວດຈະລາຈອນ-ມອດໄຟ ແຂວງ
ຫຼວງພະບາງໄດ້ສະຫຼຸບໃນຊວງ
ບຸນປີໃໝ່ລາວ ທີ່ເທດສະບານເມືອງຫຼວງພະບາງ
ມີອຸບັດຕິເຫດເກີດຂຶ້ນທັງໝົດ 13 ລາຍ. ໃນນັ້ນ
ມີລົດຈັກຕຳ
ລົດຈັກ 3 ລາຍ, ລົດຈັກຕຳລົດຍົນ 4 ລາຍ,
ລົດຈັກຕຳລົດຕຸກ ໆ 1 ລາຍ, ລົດຍົນ ປີ້ນເອງ 2
ລາຍ, ລົດຍົນ
ຕຳລົດຍົນ 1 ລາຍ ແລະ ລົດຖີບລົ້ມເອງ 1 ລາຍ.
ມີພາຫະນະເປ່ເພ 18 ຄັນ, ໃນນັ້ນ ເປ່ເພເລັກນ້ອຍ
13 ຄັນ,
ເປ່ເພ ສົມຄວນ 5 ຄັນ, ໃຊ້ການບໍ່ໄດ້ 2 ຄັນ.
ຄົນໄດ້ຮັບບາດເຈັບ 16 ຄົນ, ໃນນັ້ນ ເຈັບເລັກນ້ອຍ
11 ຄົນ, ເຈັບສົມຄວນ 3 ຄົນ, ເຈັບສາຫັດ 2
ຄົນ. ເສຍຊີວິດໃນທີ່ເກີດເຫດ 2 ລາຍ ມີ 3 ຄົນ,
ຍິງ 1 ຄົນ, ຄື:
ລາຍທີ່1 ແມ່ນຊາວຈີນຊາຍ-ຍິງຂັບຂີ່ລົດຍົນປີ້ນເອງ
ແລະ ລາຍທີ່ 2 ແມ່ນຈົວນ້ອຍ
ລັກນຸ່ງເຄື່ອງຊີວິນ ຂີ່ລົດ
ຖີບໄປທ່ຽວຕາດກວາງຊີ
ກັບມາລົດຖີບເບກບໍ່ຢູ່ລົງຄ້ອຍຕຳຫຼັກປະກັນໄພປີ້ນລົງກ້ອງທາງຫົວແຕກ
ໄປບໍ່ກັບ.
ອາຊີບຜູ້ເຂົ້າຮ່ວມໃນການກະທຳຜິດມີ ພະນັກງານ
5 ຄົນ, ປະຊາຊົນ 4 ຄົນ, ນັກຮຽນ-ນັກສຶກສາ 6
ຄົນ, ຊາວຄ້າ
ຂາຍ 3 ຄົນ, ນັກທຸລະກິດ 2 ຄົນ ແລະ ໂຊເຟີລົດ
2 ຄົນ. ຮູບການລະເມີດ: ແລ່ນໄວ 5 ລາຍ,
ດື່ມສິ່ງມືນ
ເມົາ 4 ລາຍ, ແຊງບໍ່ຮັບປະກັນ 2 ລາຍ ແລະ
ລ້ຽວບໍ່ຮັບປະກັນ 2 ລາຍ.
ລວມມູນຄ່າເສຍຫາຍເກືອບ 500
ລ້ານກວ່າ ກີບ.
ນີ້ແມ່ນການສູນເສຍ ຊີວິດ
ຊັບສິນຢ່າງໃຫຍ່ຫຼວງໃນຊວງບຸນປີໃໝ່ລາວ ພສ
2551 ຢູ່ທີ່ ຫຼວງພະບາງ,
ເຖິງວ່າໃນຄັ້ງຜ່ານມາ ກຳລັງຕຳຫຼວດ ຈະລາຈອນ
ກໍໄດ້ເອົາໃຈໃສ່ໃນການອອກເຄື່ອນໄຫວກວດກາ ແລະ
ຄຸ້ມ
ຄອງຄວາມປອດໄພຕາມທ້ອງຖະໜົນຫຼວງເຊັ່ນ:
ກວດກາການນຳໃຊ້ລົດ, ໃບຂັບຂີ່, ເອກະສານລົດ,
ສະພາບ
ເຕັກນິກລົດ, ກວດກາການໃສ່ໝວກກັນກະທົບ, ແນະນຳການໃຊ້ຍານພາຫະນະ
ໃຫ້ມີຄວາມປອດໄພຕາມທ້ອງ
ຖະໜົນຫຼວງ, ຈົນເຖິງບາງຄັ້ງກໍໄດ້ກັກຄົນ ແລະ
ພາຫະນະ ຍ້ອນການລະເມີດ
ຕໍ່ກົດລະບຽບການຈະລາຈອນ ເຊັນ: ແລ່ນລົດໄວ ເຈົ້າໜ້າທີ່ເປົາຫວີດບໍ່ຢຸດ
ໂດຍສະເພາະແມ່ນພວກໄວໜຸ່ມໄວຄະນອງ,
ພາຍຫຼັງການປັບໃໝແລ້ວກໍຍັງ
ບໍ່ມີການເຂັດຫຼາບ,
ຊ້ຳຕື່ມພັດຍັງມີຈິດໃຈປໍລະປັກຕໍ່ເຈົ້າໜ້າທີ່
ທຳລາຍແກ້ວປ້ອມຍາມຕາມຈຸດຕ່າງໆ
ເສຍຫາຍຢ່າງຫຼວງຫຼາຍ.
ເພື່ອເຮັດໃຫ້ການສູນເສຍ ຊີວິດ ຊັບສິນ
ຫຼຸດນ້ອຍຖອຍລົງ, ນອກຈາກເຈົ້າໜ້າທີ່
ຈະເຮັດຢ່າງຕັ້ງໜ້າແລ້ວ,
ເບື້ອງຜູ້ຂັບຂີ່ເອງ ກໍຕ້ອງຕັດສິນໃຈສູງ ໃນການເຂົ້າຮ່ວມ
ການຫຼຸດຜ່ອນອຸບັດຕິເຫດ ໂດຍການຍົກສູງສະຕິລະວັງຕົວ
ເຄົາລົບລະບຽບການຈະລາຈອນຢ່າງເຂັ້ມງວດ, ຫ້າມຂັບຂີ່ລົດໃນສະພາບມືນເມົາ,
ຫ້າມແລ່ນໄວເກີນກຳນົດ,
ເວລາຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ,
ມີມາລະຍາດໃນການຂັບຂີ່ ແລະ ໃຫ້ອະໄພ-ໃຫ້ກຽດຊຶ່ງກັນ
ແລະ ກັນ.ມີແຕ່ເຮັດໄດ້ແນວນີ້
ບັນຫາອຸບັດຕິເຫດຈິ່ງຈະຫຼຸດຜ່ອນລົງໄດ້.
*
ຈາກ: ນັກຂ່າວ ປກສ ແຂວງຫຼວງພະບາງ, ສົມບູນ
ແສງມົງ, ວັນທີ
18-04-2008
|
ບຸນປີໃຫມ່ລາວປີນີ້ມີອຸປະຕິເຫດເກີດຂຶ້ນທົ່ວປະເທດ
197 ຄັ້ງ |
ອີງຕາມກົມຕຳຫລວດຈະລາຈອນໄດ້ລາຍງານສະຖິຕິອຸປະຕິເຫດໃນໄລຍະສະເຫລີມສະຫລອງບຸນປີໃຫມ່ລາວນັ້ນ
ທົ່ວປະເທດໄດ້ມີອຸປະຕິເຫດເກີດຂຶ້ນທັງຫມົດ
197
ຄັ້ງ ໃນນັ້ນຢູ່ນະຄອນຫລວງວຽງຈັນ
62
ຄັ້ງ ເຈັບເລັກນ້ອຍ
70
ຄົນ,
ສົມຄວນ
55
ຄົນ,
ສາຫັດ
5
ຄົນ,
ຕາຍ
3
ຄົນ,
ແຂວງອຸດົມໄຊ
8
ຄັ້ງ,
ເຈັບເລັກນ້ອຍ
6
ຄົນ,
ສົມຄວນ
2
ຄົນ,
ແຂວງຫລວງນ້ຳທາ
4
ຄັ້ງ,
ເຈັບເລັກນ້ອຍ
6
ຄົນ,
ແຂວງບໍ່ແກ້ວ
5
ຄັ້ງ,
ເຈັບເລັກນ້ອຍ
2
ຄົນ,
ຕາຍ
5
ຄົນ.
*
ຄັດຈາກ: ໜັງສືພິມປະຊາຊົນ, ສະບັບວັນທີ
21-04-2008 |