ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ທາງການໄທຈັດສົ່ງຊາວລາວເຜົ່າມົ້ງ ທີ່ເຂົ້າເມືອງຜິດກົດຫມາຍໃຫ້ແກ່ຝ່າຍລາວ

ໂດຍປະຕິບັດຕາມການຕົກລົງຂອງກອງປະຊຸມຄະນະອະນຸກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ
ທົ່ວໄປ ລາວ  ໄທ ຄັ້ງທີ
2 ປະຈຳປີ 2007 ຈັດຂຶ້ນທີ່ ສປປ ລາວ ວ່າດ້ວຍການຈັດສົ່ງຊາວລາວເຜົ່າມົ້ງທີ່ເຂົ້າເມືອງໄທ
ຜິດກົດຫມາຍກັບຄືນປະເທດໃຫ້ສຳເລັດໃນທ້າຍປີ
2008

  ຊຶ່ງລວມທັງພວກທີ່ຖືກກັກຕົວຢູ່ສູນກັກຂັງຄົນເຂົ້າເມືອງຜິດກົດຫມາຍທີ່ຈັງຫວັດຫນອງຄາຍ ແລະ ຢູ່ບ້ານຫ້ວຍນ້ຳຂາວ, ຈັງຫວັດເພັດສະບູນ, ປະເທດໄທ.ໃນຕອນເຊົ້າທີ 28 ກຸມພາ 2008 ນີ້ ທີ່ໂຮງແຮມລາດຊະວົງ ນະຄອນຫລວງວຽງຈັນ ໄດ້ມີພິທີສົ່ງ  ມອບຊາວລາວເຜົ່າມົ້ງທີ່ເຂົ້າເມືອງຜິດກົດຫມາຍຈຳນວນ 11 ຄົນ (3 ຄອບຄົວ) ຄືນໃຫ້ຝ່າຍລາວ ລະຫວ່າງທ່ານພັນເອກ ໄພໂລດ ວິໄລລັດ ຜູ້ອຳນວຍການກອງກິດຈະການຊາຍແດນ ໄທ - ລາວ, ກົມກິດຈະການທະຫານສູງສຸດຂອງໄທເປັນຜູ້ມອບ ແລະ ທ່ານພັນເອກ ສີພັນ ພຸດທະວົງ ຫົວຫນ້າກົມຊາຍແດນ ແລະ ແຜນທີ່ກອງທັບປະຊາຊົນລາວ.

 ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານພົນຈັດຕະວາ ບົວສ້ຽງ ຈຳປາພັນ ຫົວຫນ້າຄະນະອະນຸກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ - ໄທ. ທ່ານ ພົນຕີ ວໍລະວິດ ດະຫຸນຊູ ຮອງເຈົ້າກົມກິດຈະການ ຊາຍແດນກອງບັນຊາການທະຫານສູງສຸດຂອງໄທເຂົ້າຮ່ວມ.

* ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ 03-03-2008

 
 

2003-2008 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4