|
ກອງປະຊຸມການເງິນທົ່ວປະເທດໄດ້ຈັດຂຶ້ນໃນວັນທີ
28
ເມສາ
2008
ນີ້ ທີ່ສູນການຄ້າລາວ ໄອເຕັກ ນະຄອນຫລວງ
ວຽງຈັນ
ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ
ລັດຖະມົນຕີວ່າການກະຊວງການເງິນ,
ມີລັດຖະມົນຕີ
ຊ່ວຍວ່າການ,
ບັນດາກົມ,
ພະແນກການເງິນໃນທົ່ວປະເທດ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງພ້ອມດ້ວຍພະນັກງານ
ວິຊາການອ້ອມຂ້າງກະຊວງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ຈະໄດ້ຕີລາຄາຄືນສະພາບການຈັດຕັ້ງປະຕິບັດແຜນງົບປະມານ
6
ເດືອນຕົ້ນປີ,
ຄາດຄະເນທິດທາງ
ແຜນການ
6
ເດືອນທ້າຍປີສົກງົບປະມານ
2007 - 2008
ແລະ ຜ່ານຮ່າງທິດທາງແຜນງົບປະມານສົກປີ
2008 2009.ໃນຮ່າງບົດສະຫລຸບລາຍງານເບື້ອງຕົ້ນກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນງົບປະມານດັ່ງກ່າວທີ່ກ່າວ
ໂດຍ
ທ່ານນາງ ວຽງທອງ ສີພັນດອນ
ມີບາງຕອນໄດ້ຍົກໃຫ້ເຫັນວ່າ:
ສະພາບການຈັດຕັ້ງປະຕິບັດການເກັບແຫລ່ງລາຍຮັບໃນ
6
ເດືອນຕົ້ນສົກປີງົບປະມານ
2007 - 2008
ສາມາດຈັດເກັບລາຍຮັບໄດ້ທັງຫມົດຈຳນວນ
3.754,42
ຕື້ກີບ ເທົ່າກັບ
56,89%
ຂອງແຜນການຫມົດປີ,
ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ
38,10%
ທັງນີ້ກໍ່ຍ້ອນໄດ້ມີການສຸມໃສ່
ຈັດຕັ້ງປະຕິບັດວຽກງານອັນຕົ້ນຕໍຮີບດ່ວນຂອງລັດຖະບານຈຳນວນຫນຶ່ງ
ເປັນຕົ້ນແມ່ນການຜັນຂະຫຍາຍ
11
ແຜນງານ
ໃຫຍ່ຂອງລັດຖະບານ,
ການຫັນເປັນສາຍຕັ້ງຂອງຂະແຫນງການເງິນ,
ວິທີການ ແລະ ມາດຕະການເພື່ອແກ້ໄຂຫນີ້ສິນ
ຂອງລັດຖະບານ ແລະ ອື່ນໆ.
ສະເພາະລາຍຮັບພາຍໃນປະຕິບັດໄດ້
3.457,59
ຕື້ກີບ ເທົ່າກັບ
57,34%
ຂອງແຜນການປີເພີ່ມຂຶ້ນ
35%
ໃນນີ້ສ່ວຍ
ສາອາກອນ ແລະ ທີ່ດິນປະຕິບັດໄດ້ເພີ່ມຂຶ້ນ
35,33%,
ພາສີຂາເຂົ້າ ຂາອອກ ເພີ່ມຂຶ້ນ
32,40%,
ຊັບສິນຂອງລັດ
ເພີ່ມຂຶ້ນ
30,9%,
ລາຍຮັບຈາກການຊ່ວຍເຫລືອລ້າ
296,83
ຕື້ກີບ ປະຕິບັດໄດ້ເທົ່າກັບ
52,17%
ຂອງແຜນການປີ
ເພີ່ມຂຶ້ນ
89%
ໃນນັ້ນຊ່ວຍເຫລືອຈາກຕ່າງປະເທດເປັນໂຄງການ
253,05
ຕື້ ເພີ່ມຂຶ້ນ
61,2%,
ເງິນຊ່ວຍເຫລືອດັດ
ແກ້ມະຫາພາກ
43,78
ຕື້ກີບ ເທົ່າກັບ
87,55%
ຂອງແຜນການ.
ສຳລັບລາຍຮັບຂອງທ້ອງຖິ່ນປະຕິບັດໄດ້
617,67
ຕື້ກີບ ເທົ່າກັບ
55,3%
ຂອງແຜນການປີ ໃນນີ້ມີ
14
ແຂວງສາມາດປະຕິບັດໄດ້ລື່ນແຜນການ
6
ເດືອນຕົ້ນປີ.
ສຳລັບການປະຕິບັດລາຍຈ່າຍງົບປະມານໂດຍລວມແມ່ນເປັນໄປຕາມແຜນການທີ່ສະພາແຫ່ງຊາດໄດ້ຮັບຮອງ,
ໄດ້ມີ
ການດຳເນີນກົນໄກການຄຸ້ມຄອງເບີກຈ່າຍ ເພື່ອໃຫ້ສະດວກ
ແລະ ວ່ອງໄວກວ່າເກົ່າ,
ໄດ້ມີຄວາມພະຍາຍາມຫລີກລ້ຽງ
ລາຍຈ່າຍ ນອກແຜນ ແລະ ເຮັດໃຫ້ສະພາບຄວາມເຄັ່ງຕຶງດ້ານງົບປະມານການເງິນສາມາດຫລຸດຜ່ອນລົງ.
ກອງປະຊຸມດັ່ງກ່າວຈະດຳເນີນໄປຮອດວັນທີ
30
ເມສາຈຶ່ງຈະສຳເລັດ
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
29-04-2008 |