ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ຕີລາຄາຄືນ ກະກຽມເຂົ້າເປັນສະມາຊິກ ອົງການການຄ້າໂລກ

ໃນວັນທີ 26 ມີນາ 2008 ໄດ້ເປີດກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການປະສານງານລະດັບຊາດ ວ່າດ້ວຍການ
ເຊື່ອມໂຍງເສດຖະກິດກັບສາກົນ ຂຶ້ນທີ່ສູນການຮ່ວມມືສາກົນ ແລະ ເຝິກອົບຮົມ (ICTC) ໂດຍເປັນປະທານຂອງທ່ານ
ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຊິ່ງເປັນຜູ້ຊີ້ນຳໂດຍກົງຕໍ່
ວຽກງານການເຊື່ອມໂຍງເສດຖະກິດກັບສາກົນ.

     ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຕິດຕາມຄວາມຄືບຫນ້າ ກ່ຽວກັບວຽກງານກະກຽມເຂົ້າເປັນສະມາຊິກອົງການ
ການຄ້າໂລກ (WTO) ແລະ ການຮ່ວມມືເສດຖະກິດອາຊຽນ ລວມທັງການຈັດຕັ້ງປະຕິບັດເຂດການຄ້າເສລີອາ
ຊຽນ (AFTA) ພ້ອມທັງປຶກສາຫາລືກ່ຽວກັບແຜນວຽກໃນຕໍ່ຫນ້າ.

     ໃນໂອກາດນີ້ ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມ
ເປັນຮອງປະທານ ຄປຊ ໄດ້ກ່າວລາຍງານກ່ຽວກັບຄວາມຄືບຫນ້າ ໃນການເຂົ້າເປັນສະມາຊິກ WTO ຕົ້ນຕໍແມ່ນພາຍ
ຫລັງກອງປະຊຸມຫນ່ວຍປະຕິບັດງານ ຄັ້ງທີ 3 ໃນເດືອນ 11/2007 ປັດຈຸບັນ ສປປ ລາວ ກຳລັງຂຸ້ນຂ້ຽວ ກະກຽມທັງທາງ
ດ້ານເອກະສານ ແລະ ການທົບທວນປັບປຸງນິຕິກຳພາຍໃນ ເພື່ອຈັດກອງປະຊຸມຫນ່ວຍປະຕິບັດງານ ຄັ້ງທີ 4 ໃນກາງປີ
2008 ນີ້ ໂດຍສະເພາະແມ່ນເອົາໃຈໃສ່ປັບປຸງ ລະບຽບການຄຸ້ມຄອງການນຳເຂົ້າ-ສົ່ງອອກ ການຄຸ້ມຄອງລາຄາສິນຄ້າ
ລວມທັງການຈັດຕັ້ງປະຕິບັດກົດຫມາຍພາສີ ກົດຫມາຍອາກອນມູນຄ່າເພີ່ມ ກົດຫມາຍມາດຕະຖານ ແລະ ກົດຫມາຍຊັບ
ສິນທາງປັນຍາ ແລະ ອື່ນໆ ແລະ ຍັງໄດ້ສັງເກດຕີລາຄາກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການກະກຽມເຂົ້າເປັນສະ
ມາຊິກອົງການ ການຄ້າໂລກຂອງ ສປປ ລາວ ແລະ ໄດ້ສະເຫນີຂໍທິດຊີ້ນຳ ເພື່ອສ້າງຄວາມເປັນເອກະພາບ ເປັນເຈົ້າການ
ແລະ ປະກອບສ່ວນຢ່າງຕັ້ງຫນ້າຕໍ່ວຽກງານດັ່ງກ່າວ ຈາກທັງພາກລັດ ແລະ ທຸລະກິດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ.

     ພ້ອມນີ້ ທ່ານຮອງປະທານ ຄປຊ ກໍໄດ້ລາຍງານສະພາບລວມ ກ່ຽວກັບຄວາມຄືບຫນ້າ ແລະ ຂໍ້ສະດວກຫຍຸ້ງ
ຍາກໃນວຽກງານຮ່ວມມືເສດຖະກິດອາຊຽນ ໃນຂອບການຄ້າດ້ານສິນຄ້າ ດ້ານການບໍລິການ ແລະ ການລົງທຶນຂອງບັນ
ດາປະເທດສະມາຊິກອາຊຽນ 10 ປະເທດ ພ້ອມທັງອາຊຽນກັບປະເທດຄູ່ເຈລະຈາອາຊຽນ-ສປ ຈີນ ອາຊຽນ-ສ.ເກົາຫລີ
ອາຊຽນ-ຍີ່ປຸ່ນ ອາຊຽນ-ອິນເດຍ ແລະ ອາຊຽນ-ອົດສະຕຣາລີ ແລະ ນີວຊີແລນ.

    ຫລັງຈາກນັ້ນ ທ່ານນາງ ວຽງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ກໍໄດ້ລາຍງານກ່ຽວກັບ
ຄວາມຄືບຫນ້າ ໃນການຈັດຕັ້ງປະຕິບັດເຂດການຄ້າເສລາອາຊຽນ (AFTA) ນັບແຕ່ປີ 1998 ເປັນຕົ້ນມາ ພ້ອມທັງ
ສະເຫນີກ່ຽວກັບທິດທາງລວມໃນຕໍ່ຫນ້າຈົນເຖິງປີ 2015 ແລະ 2018 ສຳລັບການເຈລະຈາໃນຂອບອາຊຽນ ແລະ ອາຊຽນ
ກັບປະເທດຄູ່ເຈລະຈາ ໃນໂອກາດນີ້ ເພິ່ນຍັງໄດ້ສັງເກດຕີລາຄາກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງຂໍທິດຊີ້ນຳ
ຈາກທ່ານປະທານກອງປະຊຸມ ເພື່ອຊຸກຍູ້ວຽກງານເຊື່ອມໂຍງດັ່ງກ່າວ.

    ຕອນທ້າຍ ທ່ານປະທານກອງປະຊຸມ ດຣ. ທອງລຸນ ສີສຸລິດ ໄດ້ປະກອບຄຳເຫັນ ແລະ ໃຫ້ທິດຊີ້ນຳກ່ຽວກັບທິດ
ທາງນະໂຍບາຍຂອງພັກ-ລັດຖະບານວ່າ: ຄຽງຄູ່ກັບການສືບຕໍ່ຮ່ວມມືເສດຖະກິດອາຊຽນ ເພິ່ນໄດ້ຢືນຢັນວ່າ ການເຂົ້າເປັນ
ສະມາຊິກອົງການ ການຄ້າໂລກ ເປັນສິ່ງຈຳເປັນພາວະວິໄສ ຢືນຢັນວ່າ ການເຂົ້າເປັນສະມາຊິກອົງການ ການຄ້າໂລກ ມີ
ຜົນດີຫລາຍກ່ວາຢູ່ວົງພາຍນອກ ແລະ ຢືນຢັນວ່າ ໃຫ້ທຸກພາກສ່ວນເອົາໃຈໃສ່ ກະກຽມຄວາມພ້ອມເພື່ອສ້າງພູມຕ້ານທານ
ກໍຄືກຳລັງແຮງພາຍໃນ ເພື່ອຍາດແຍ່ງກາລະໂອກາດ ແລະ ເອົາຊະນະສິ່ງທ້າທາຍ ຈາກຂະບວນການເຊື່ອມໂຍງເສດຖະ
ກິດກັບພາກພື້ນ ກໍຄືສາກົນດັ່ງກ່າວ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 27-03-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564