|

ປັດຈຸບັນໄດ້ມີຫລາຍຫາງສຽງຂອງສັງຄົມວ່າຊີມັງລາວ
ທີ່ຜະລິດຢູ່ພາຍໃນແມ່ນຂາດຕະຫລາດ ແຕ່ວ່າໂຮງງານຊີມັງ
ແມ່ນເພີ່ມຂື້ນ ເລື່ອງນີ້ ທ່ານ ວັນທອງ
ສິດທິກຸນ ຮອງອຳນວຍການຊີມັງລາວແຫ່ງທີ 2 ໃຫ້ສຳພາດກ່ຽວກັບຊີມັງລາວ
ຂາດຕະຫຼາດນີ້ວ່າ:
ສະເພາະຢູ່ໃນນະຄອນຫຼວງວຽງຈັນ ສາເຫດຕົ້ນຕໍ
ຊີມັງຂາດຕະຫຼາດກໍແມ່ນໄລຍະນີ້ເປັນໄລຍະທີ່
ປະຊາຊົນກຳລັງທຳການກໍ່ສ້າງເຮືອນ
ແລະ ທີ່ພັກອາໄສຫຼາຍຂື້ນກວ່າເດືອນທີ່ຜ່ານມາ
ໄປຄຽງຄູ່ກັນນີ້ ໂຄງການຂອງ
ຕ່າງປະເທດກໍຄືໂຄງການຂອງລັດຖະບານລົງທຶນ
ແລະ
ລູກຄ້າຂອງບໍລິສັດຊີມັງກໍສຸມໃສ່ການກໍ່ສ້າງເຊັ່ນດຽວກັນ
ສະນັ້ນ
ຈຶ່ງເຮັດໃຫ້ປະລິມານຄວາມຕ້ອງການຂອງລູກຄ້າ
ບໍ່ພຽງພໍກັບຄວາມຕ້ອງການ
ປັດຈຸບັນໂຮງງານຊີມັງຫຼັງທີ 1 ແລະ ຫຼັງທີ 2
ແມ່ນຜະລິດຊີມັງເປັນປົກກະຕິ ບໍ່ໄດ້ຂາດ ແລະ
ຈຳໜ່າຍຕາມອັດຕາການຜະລິດທີ່ກຳນົດໄວ້
ສຳລັບໂຮງງານ
ຊີມັງແຫ່ງອື່ນໆນັ້ນ ໂດຍສະເພາະຢູ່ແຂວງຫຼວງພະບາງ
ເຂົາເຈົ້າຜະລິດແມ່ນຮັບໃຊ້ຢູ່ທາງພາກເໜືອ
ແລະ ໂຮງງານຊີມັງ
ແຫ່ງອື່ນ
ກໍຮັບໃຊ້ຕາມຄວາມສາມາດຂອງຕົນທີ່ຜະລິດ.
ທ່ານ ວັນທອງ ກ່າວຕື່ມວ່າ: ເພື່ອແກ້ໄຂບັນຫາອັນຮີບດ່ວນ
ແລະ ເຄັ່ງຮ້ອນນີ້ ທາງລັດຖະບານ ໂດຍສະເພາະແມ່ນ
ກະຊວງຄ້າ
ກໍໄດ້ອະນຸຍາດພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນບໍລິສັດຂາອອກ-ຂາເຂົ້າ
ກໍຄືຜູ້ຈຳໜ່າຍຊີມັງນີ້
ນຳເຂົ້າຊີມັງຈາກຕ່າງປະເທດມາຮັບຮອງ
ຊຶ່ງໂຮງງານຊີມັງຂອງພວກເຮົານີ້ແມ່ນບໍ່ໄດ້ກັກຕຸນຊີມັງໄວ້
ເພື່ອຂື້ນລາຄາ,
ຊີມັງຂອງພວກເຮົາອອກຈາກໂຮງງາງນ ແມ່ນໄດ້ສົ່ງໃຫ້ລູກຄ້າສະເພາະເລີຍ
ໂດຍບໍ່ໄດ້ກັກຕຸນຊີມັງໄວ້ແຕ່ຢ່າງໃດ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
18-03-2008 |