|

ສປປ ລາວໄດ້ເປີດສະຖານກົງສູນໃຫຍ່
ປະຈຳເມືອງໜານໜິງ ແຂວງກວາງຊີ ສປ ຈີນ
ໃນວັນທີ 19 ຕຸລາ 2009
ໂດຍການເຂົ້າຮ່ວມຂອງທ່ານ ບົວສອນ ບຸບຜາວັນ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ນາມ
ວິຍະເກດ
ລັດຖະມົນຕີວ່າການກະຊວງອຸດສາຫະກໍາ
ແລະ ການຄ້າ ທ່ານ ເຈືອງ ສົມບູນຂັນ
ລັດຖະມົນຕີປະຈໍາສໍານັກງານ ນາຍົກ ທ່ານ
ທົງສະຫວັນ ເພຍເທບ ວ່າການກົງສູນໃຫຍ່ລາວ
ປະຈໍາໜານ ໜິງ ທ່ານເອກອັກຄະລັດຖະທູດລາວ
ປະຈໍາ ສປ ຈີນ ທ່ານ ກົວເຊີງກຸນ ເລຂາພັກແຂວງກວາງຊີ
ທ່ານ ຫຼີຈີນຊາວ ຮອງເຈົ້າແຂວງຜູ້ທີ່ໜຶ່ງ
ທ່ານ ເຈື່ອຫຼຸງຟູ ເລຂາພັກນະຄອນ ໜານໜິງ
ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ການກໍ່ສ້າງສະຖານກົງສູນແຫ່ງນີ້ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ
ສປ ຈີນ ອັນໄດ້ສ້າງເງື່ອນໄຂສະດວກໃຫ້ແກ່
ປະຊາຊົນ ກວາງຊີ ກໍຄື ປະຊາຊົນທີ່ອາໄສຢູ່ບໍລິເວນໃກ້ຄຽງ
ໂດຍສະເພາະນັກທຸລະກິດ ໃນການສົ່ງເສີມການຄ້າ
ການລົງທຶນ ການທ່ອງທ່ຽວ ແລະ ການໄປມາຫາສູ່
ກັນລະຫວ່າງສອງປະຊາຊົນສອງປະເທດລາວ-ຈີນ
ໃຫ້ນັບມື້ນັບ ກວ້າງຂວາງຍິ່ງໆຂຶ້ນ.
ທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ
ໄດ້ກ່າວວ່າ ການພົວພັນລະຫວ່າງ ລາວ-ຈີນ
ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັນ
ມາຮອດປັດຈຸບັນໄດ້ຮັບການເພີ່ມທະວີ
ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງຂອງ ການເປັນເພື່ອນບ້ານໃກ້ເຮືອນຄຽງທີ່ດີ
ເພື່ອນມິດທີ່ດີ ຄູ່ຮ່ວມມືທີ່ດີ
ທີ່ພົ້ນເດັ່ນກໍຄືການຢ້ຽມຢາມຂອງພະນະ
ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່
ຄະນະບໍລິການງານສູນກາງພັກປະຊາຊົນລາວ
ປະທານປະເທດ ແຫ່ງ ສປປ ລາວ ເມື່ອຕົ້ນເດືອນກັນຍາຜ່ານມາ
ຍິ່ງເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງພັກ
ສອງລັດ ແລະ ປະຊາຊົນສອງຊາດ
ໄດ້ກ້າວສູ່ລວງເລິກ ເພື່ອການພົວພັນຮ່ວມມືໃຫ້ເປັນຄູ່ຮ່ວມຍຸດທະສາດຮອບດ້ານ
ແລະ ຍາວນານໃນໄລຍະໃໝ່
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
22-10-2009 |