|
ໃນໂອກາດມາເຮັດວຽກກັບຫ້ອງການກອງທຶນໂລກຕ້ານເອດ,
ວັນນະໂຣກ ແລະ ໄຂ້ຍຸງ ກະຊວງສາທາລະນະສຸກ,
ເພື່ອປະເມີນຄວາມພ້ອມໃນການຈັດຕັ້ງປະຕິບັດຮອບທີ
7
ທີ່ ສປປ ລາວ ສາມາດຍາດແຍ່ງເອົາທຶນຈາກ
ກອງທຶນໂລກ. ມາໃນວັນທີ
25
ເມສາ
2008
ທີ່ຫ້ອງການດັ່ງກ່າວທ່ານ ດຣ. ແອງຈີນ
ຮາຕາກິນ ບາວູ ຜູ້ຮັບຜິດຊອບກອງທຶນໂລກ
ຈາກນະຄອນເຊີແນວ ປະເທດສະວິດເຊີແລນ
ພ້ອມດ້ວຍທີມງານໄດ້ເຂົ້າຢ້ຽມຂຳ່ນັບທ່ານ ດຣ.
ປອນເມກ ດາລາລອຍ
ລັດຖະມົນຕີວ່າການກະຊວງສາທາລະນະສຸກ ເພື່ອລາຍງານ
ແລະ ແຈ້ງໃຫ້ທ່ານຊາບເຖິງຜົນສຳເລັດ ແລະ
ຄວາມຄືບຫນ້າຂອງການປະຕິບັດໂຄງການກອງທຶນໂລກຕ້ານເອດ,
ວັນນະໂຣກ ແລະ ໄຂ້ຍຸງຢູ່ ສປປ ລາວ
ຖ້າທຽບໃສ່ບັນດາປະເທດທີ່ໄດ້ຮັບທຶນຊ່ວຍເຫລືອລ້າຈາກກອງທຶນໂລກ
ສປປ ລາວ ແມ່ນປະເທດຫນຶ່ງທີ່ໄດ້ຮັບຜົນ
ສຳເລັດສູງໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ.ນັບແຕ່ປີ
2003
ເປັນຕົ້ນມາ,
ສປປ ລາວ ໄດ້ຮັບການຊ່ວຍເຫລືອ
ຈາກກອງທຶນໂລກເພື່ອຕ້ານກັບໂຣກເອດ,
ວັນນະໂຣກ ແລະ ໄຂ້ຍຸງມາແລ້ວ
4
ຮອບ ແລະ ໃນປີ
2007
ນີ້ ສປປ ລາວ
ກໍ່ສາມາດຍາດແຍ່ງທຶນໄດ້ອີກໃນຮອບທີ
7
ຊຶ່ງມີ
2
ໂຄງການຄື:
ໂຄງການຄວບຄຸມວັນນະໂຣກ ແລະ ໄຂ້ຍຸງເປັນຈຳນວນ
36,5
ລ້ານ ກວ່າໂດລາ ສຳລັບໄລຍະປີ
2008 2013
ຖືວ່າ ສປປ ລາວ ເປັນປະເທດທຳອິດຂອງພາກພື້ນອາຊີປາຊີຟິກທີ່ໄດ້ຮັບການເຊັນສັນຍາອະນຸມັດກ່ອນຫມູ່ໃນຮອບນີ້.
ນັບແຕ່ປີ
2003
ເຖິງ
2013
ສປປ ລາວ ໄດ້ສຳເລັດການຂໍທຶນສະຫນັບສະຫນູນຈາກກອງທຶນໂລກມາແລ້ວຈຳນວນ
5
ຮອບ ຊຶ່ງມີມູນຄ່າ
96
ລ້ານກວ່າໂດລາ.
ຖ້າການຈັດຕັ້ງປະຕິບັດໄດ້ຮັບຜົນດີກໍ່ຈະໄດ້ທຶນທັງຫມົດຕາມທີ່ຈັດໄວ້.
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
29-04-2008 |