ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ເງິນກີບແຂງ... ກຳລັງຊື້ອ່ອນ ສາຍເຫດມາຈາກໃສ?

ເປັນບັນຫາທີ່ຫຼາຍຄົນຕັ້ງຂຶ້ນ ເພາະມັນບໍ່ລ່ອງຊ່ອງກັບກົດເກນ ແນວວ່າເງິນແຂງຕົວ ກຳລັງຊື້ມັນຕ້ອງດີຂຶ້ນ
ແຕ່ພັດກົງກັນຂ້າມ ຫລືວ່າສະພາບເງິນເຟີ້ເກີດຂຶ້ນແລ້ວ? ເມື່ອເປັນເຊັ່ນນີ້ ໃຜຈະໃຫ້ຄຳຕອບທີ່ຊັດເຈນ ແລະ ຄວນມີ
ມາດຕະການແກ້ໄຂຢ່າງໃດ? ມິດງຽບຢູ່ເຊັ່ນນີ້ ຈະດີຫລືບໍ່?

     ນັ້ນຄືຄຳຖາມທີ່ສັງຄົມຕັ້ງຂຶ້ນນໍ? ໃນຄວາມເປັນຈິງແລ້ວເຫັນວ່າ ອັດຕາການແລກປ່ຽນລະຫວ່າງເງິນກີບ ກັບ
ເງິນໂດລາສະຫະລັດ ສອງ-ສາມເດືອນມານີ້ມີການປ່ຽນແປງຫລາຍ ໂດຍທີ່ເງິນກີບແຂງຕົວຂຶ້ນຢູ່ໃນລະດັບ 8 ພັນກ່ວາ
ກີບຕໍ່ຫນຶ່ງ ໂດລາສະຫະລັດ... ສ່ວນເງິນບາດໄທກໍຢູ່ໃນລະດັບ 28-29 ພັນກີບຕໍ່ 100 ບາດ ຫາກເບິ່ງອັດຕາແລກປ່ຽນຈະ
ເຫັນວ່າ ເງິນກີບແຂງຕົວຂຶ້ນເລັກຫນ້ອຍ... ແຕ່ມາເບິ່ງສິນຄ້າຕາມທ້ອງຕະຫລາດພັດບໍ່ເປັນຈັ່ງວ່າ ລາຄາສູງຂຶ້ນນັບມື້.

     ບໍ່ວ່າແນວອື່ນ ເວົ້າສະເພາະແນວຢູ່ແນວກິນທີ່ລ້ຽງປາກລ້ຽງທ້ອງໃນແຕ່ລະວັນກ່ອນນໍ? ດຽວນີ້ເຂົ້າສານຈ້າວ
ປະເພດຫນຶ່ງ ຂາຍຫມື່ນລະ 65.000 ກີບ ເຂົ້າສານຫນຽວປະເພດຫນຶ່ງ ຂາຍຫມື່ນລະ 60.000 ກີບ ຊີ້ນຫມູປະເພດ
ຫນຶ່ງ 33 ພັນກີບຕໍ່ຫນຶ່ງກິລາ ຊີ້ນຄວາຍປະເພດຫນຶ່ງລາຄາ 34 ພັນກີບຕໍ່ຫນຶ່ງກິໂລ ຊີ້ນງົວປະເພດຫນຶ່ງລາຄາ 36 ພັນ
ກີບຕໍ່ຫນຶ່ງກິໂລ ປານິນກະຊັງ ລາຄາ 18 ພັນກີບຕໍ່ຫນຶ່ງກິໂລ... ລາຄານີ້ແມ່ນຢູ່ທ້ອງຕະຫລາດນະຄອນຫລວງກ່ອນປີ
ໃຫມ່ລາວເນີ! ຫລັງປີໃຫມ່ບໍ່ຮູ້ວ່າຈະຮັກສາລະດັບນີ້ໄວ້ໄດ້ຫລືບໍ່?

     ຫາກເວົ້າເຖິງຄວາມເດືອດຮ້ອນແລ້ວ ຜູ້ອາໄສເງິນເດືອນ ຫລື ສັງຄົມມັກເວົ້າວ່າ:  ມະນຸດກິນເງິນເດືອນ ແມ່ນ
ກະທົບໄວທີ່ສຸດ ບໍ່ແມ່ນແຕ່ເງິນເດືອນເປັນເງິນກີບເນີ! ເງິນເດືອນຮັບເປັນໂດລາກໍແຮ່ງເຕັກນໍ? ຍົກບັນຫານີ້ຂຶ້ນມາບໍ່
ແມ່ນອື່ນໄກ ພຽງແຕ່ໃຫ້ຮູ້ແລ້ວພ້ອມກັນຫາມາດຕະການແກ້ໄຂ ເຊິ່ງໃນດ້ານມະຫາພາກແລ້ວເຫັນວ່າ ພາກສ່ວນກ່ຽວ
ຂ້ອງທີ່ຮັບຜິດຊອບຂົງເຂດເສດຖະກິດ ຄວນໄດ້ອອກມາຊີ້ແຈງວ່າ ສາຍເຫດມາຈາກໃສ? ແລະ ມີວິທີແກ້ໄຂຢ່າງໃດ?.

     ສ່ວນເບື້ອງສັງຄົມທົ່ວໄປຄົງຕ້ອງແນະນຳຕັກເຕືອນກັນເລື່ອງໃຊ້ຈ່າຍ ໂດຍມີການວາງຂໍ້ກຳນົດເລື່ອງເພດານ
ການໃຊ້ຈ່າຍອັນຈຳເປັນ ຄວນຈ່າຍ ແລະ ອັນໃດຄວນໂຈະໄວ້ກ່ອນ... ເວົ້າລວມແລ້ວກໍແມ່ນການປະຢັດມັດທະຍັດຫັ້ນ
ລະນໍ? ຍາມຫຍຸ້ງຍາກແນວນີ້ ຫາກທຸກຝ່າຍພ້ອມກັນປະຢັດ ແລະ ເຫັນອົກເຫັນໃຈເຊິ່ງກັນ ແລະ ກັນ ມັນກໍຜ່ານຜ່າໄປ
ໄດ້ ພ້ອມກັນນັ້ນພວກເຮົາຕ້ອງຮັບຮູ້ວ່າ: ເສດຖະກິດທົ່ວໂລກມັນຖົດຖອຍ ບໍ່ແມ່ນເປັນແຕ່ບ້ານເຮົາ...  ລາຄານ້ຳມັນພຸ່ງ
ສູງຂຶ້ນເລື້ອຍໆ... ຄ່າເງິນໂດລາກໍອ່ອນຕົວ ອາຫານການກິນໃນໂລກກໍຂາດເຂີນ ຍ້ອນຄົນເກີດມາຫລາຍ... ການຜະລິດ
ກະສິກຳຫລຸດລົງ ຍ້ອນໄພທຳມະຊາດທີ່ເກີດຈາກນ້ຳມືມະນຸດເອງ ເປັນຕົ້ນແມ່ນບັນຫາໂລກຮ້ອນ... ບັນຫານ້ຳຖ້ວມ...
ພາຍຸ... ແຫ້ງແລ້ງ ເຮັດໃຫ້ລາຄາເຂົ້າກິນແພງຂຶ້ນທົ່ວໂລກ ຈາກຜົນດັ່ງກ່າວ ແນ່ນອນມັນກໍກະທົບເຖິງປະເທດເຮົາຢ່າງ
ຫລີກລ້ຽງບໍ່ໄດ້.

     ດັ່ງນັ້ນ ພວກເຮົາຕ້ອງຮັບຮູ້ສາຍເຫດນອກໂຕ ແລະ ໃນໂຕ ຈຶ່ງຈະເຂົ້າໃຈບັນຫາລະອຽດຖີ່ຖ້ວນ ບໍ່ຫວັ່ນໄຫວ
ຄອນແຄນນໍ? ຄິດວ່າຫາກພວກເຮົາຮ່ວມມືຮ່ວມໃຈກັນປະຢັດມັດທະຍັດ ທຸກສິ່ງທຸກຢ່າງກໍຈະສາມາດຜ່ານຜ່າໄປໄດ້...
ອຸປະສັກ ຫລື ບັນຫາເກີດຂຶ້ນມາເພື່ອໃຫ້ແກ້ໄຂ... ທຸກຢ່າງຍ່ອມມີທາງອອກທີ່ດີ

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 18-04-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564