|

ທ່ານ ບຸນໂຈມ ອຸບົນປະເສີດ ຮອງຫົວຫນ້າກົມພາສີ ໄດ້ກ່າວຕໍ່ການສຳມະນາຫົວຂໍ້ສົນທິສັນຍາ REVISED
KYOTO CONVENTION ເຊິ່ງໄດ້ຈັດຂຶ້ນລະຫວ່າງວັນທີ 25-27 ມິຖຸນາ 2008 ນີ້ ທີ່ໂຮງແຮມລາວພລາຊາ ນະຄອນ
ຫລວງວຽງຈັນວ່າ: ການສຳມະນາຄັ້ງນີ້ ຖືເປັນຂີດຫມາຍສຳຄັນທີ່ພາຍຫລັງ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງ
ການພາສີໂລກ ໃນວັນທີ 16/1/2007 ເປັນຕົ້ນມາ ຖານະທີ່ເປັນສະມາຊິກຂອງອົງການດັ່ງກ່າວ ແມ່ນມີຄວາມຈຳເປັນ
ຢ່າງຍິ່ງ ທີ່ຈະຕ້ອງໄດ້ຮັບເອົາສົນທິສັນຍາຕ່າງໆ ບໍ່ວ່າຈະເປັນສົນທິສັນຍາ REVISED KYOTO CONVENTION
ແລະ ອື່ນໆ.
ສົນທິສັນຍາ REVISED KYOTO CONVENTION ເປັນສົນທິສັນຍາທີ່ມີຄວາມຫມາຍສຳຄັນຂອງພາສີ
ຄ້າຍຄືກັບກົດຫມາຍພາສີສາກົນ ເຊິ່ງສາມາດນຳຮ່າງມາສ້າງເປັນກົດຫມາຍ ແລະ ລະບຽບການຂອງພາສີໄດ້ ເຊິ່ງນັ້ນ
ຫມາຍວ່າ ເປັນເຄືອງມື ແລະ ກຸນແຈສຳຄັນໃນການເອື້ອອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການເກັບລາຍ
ຮັບເຂົ້າຫງົບປະມານຕື່ມອີກ.
ເຂົ້າຮ່ວມສຳມະນາຄັ້ງນີ້ ມີບັນດາຜູ້ຕາງຫນ້າຈາກຫ້ອງການພາສີທົ່ວປະເທດ ໂດຍສະເພາະແມ່ນເຈົ້າຫນ້າ
ທີ່ວຽກງານຈັດຕັ້ງປະຕິບັດນະໂຍບາຍ ພ້ອມດ້ວຍເຈົ້າຫນ້າທີ່ວິຊາການປະຈຳພາກພື້ນອາຊີ-ປາຊີຟິກ ແລະ ພະນັກງານວິ
ຊາການກ່ຽວຂ້ອງ 60 ກ່ວາຄົນ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
27-06-2008 |