ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ເຊີນຊວນມວນຊົນໄປທ່ຽວຫລິ້ນຫາດດອນຈັນ ໃນໂອກາດບຸນປີໃຫມ່ລາວ

   ນັບແຕ່ມື້ນີ້ເປັນຕົ້ນໄປ ຂໍເຊີນຊວນບັນດາມວນຊົນຊາວນະຄອນຫລວງວຽງຈັນ ກໍຄືປະຊາຊົນລາວບັນດາເຜົ່າ
ແລະ ຊາວຕ່າງປະເທດ ໄປທ່ຽວຫລິ້ນທີ່ຫາດດອນຈັນ ດ້ວຍຄວາມເບີກບານມ່ວນຊື່ນ ເນື່ອງໃນໂອກາດງານບຸນກຸດສົງການ
ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃຫມ່ລາວ ພ.ສ 2551.

    ມື້ວານນີ້ (8 ເມສາ 2008) ເມືອງຈັນທະບູລີ ຮ່ວມກັບພະແນກກິລານະຄອນຫລວງວຽງຈັນ ແລະ ພະແນກ
ທ່ອງທ່ຽວນະຄອນຫລວງວຽງຈັນ ໄດ້ຈັດພິທີເປີດຫາດດອນຈັນຢ່າງເປັນທາງການ ຢູ່ສະຖານທີ່ຕໍ່ຫນ້າວັດຈັນ ໂດຍມີທ່ານ
ສົມວັນດີ ນາຖາວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ທ່ານ ສາຍທອງ ແກ້ວດວງດີ ເຈົ້າເມືອງຈັນທະບູລີ ແລະ ແຂກ
ຖືກເຊີນເຂົ້າຮ່ວມ.


(ຮູບປະກອບທາງອິນເຕີເນັດ)

    ທ່ານ ພົມວິສອນ ແກ້ວເມືອງ ທອງຮອງເຈົ້າເມືອງຈັນທະບູລີ ໄດ້ກ່າວໂດຍຫຍໍ້ວ່າ: ການຈັດງານຄັ້ງນີ້ ແມ່ນ
ແນໃສ່ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ປະເພນີອັນດີງາມຂອງຊາດ ທັງເປັນການສ້າງ
ຄວາມເບີກບານມ່ວນຊື່ນຂອງປະຊາຊົນລາວບັນດາເຜົ່າ ໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃຫມ່ລາວ ພ້ອມດຽວ
ກັນນັ້ນ ແມ່ນແນໃສ່ດຶງດູດເອົາມວນຊົນລົງມາຫລິ້ນຢູ່ຫາດດອນຈັນຫລາຍຂຶ້ນ ເວົ້າລວມແລ້ວແມ່ນແນໃສ່ປ້ອງກັນຕໍ່ຜູ້ທີ່
ມ່ວນຊື່ນຢູ່ຕາມທ້ອງຖະຫນົນ ບໍ່ໃຫ້ເກີດອຸບັດເຫດເຫມືອນປີຜ່ານມາ ສະເພາະຢູ່ຫາດດອນຈັນນັ້ນ ກໍມີກິດຈະກຳຕ່າງໆ
ໃຫ້ມວນຊົນໄດ້ເບິ່ງໄດ້ຊົມ ເຊັ່ນ: ການຈັດປະກວດນາງງາມປະຈຳປີ 2008 ຫາດຊາຍ ປະກວດຮ້ອງເພງ ຂັບລຳພື້ນເມືອງ
ແລະ ຟ້ອນລາຍງ້າວ ພ້ອມທັງມີການແຂ່ງຂັນກິລາຫລາຍໆປະເພດຕື່ມອີກ.

    ທ່ານ ສົມວັນດີ ນາຖາວົງ ໄດ້ກ່າວຕື່ມວ່າ: ການຫລິ້ນບຸນປີໃຫມ່ລາວປີນີ້ ຕ້ອງປະຕິບັດໃຫ້ໄດ້ 3 ຄາດຫມາຍ
ຄື: ຮັກສາໃຫ້ໄດ້ດ້ານຄວາມສະຫງົບ ແລະ ຄວາມປອດໄພຕາມທ້ອງຖະຫນົນ ຮັກສາໃຫ້ໄດ້ຮີດຄອງປະເພນີອັນດີງາມຂອງ
ຊາດລາວເຮົາ ແລະ ປະຕິບັດກົດລະບຽບຢ່າງເຂັ້ມງວດທີ່ຂັ້ນເທິງໄດ້ວາງອອກ ເພື່ອສ້າງໃຫ້ມີພື້ນຖານອັນດີໃນການກະ
ກຽມເປັນເຈົ້າພາບຊີເກມ 2009 ແລະ ກຽມສະເຫລີມສະຫລອງວັນສ້າງຕັ້ງນະຄອນຫລວງວຽງຈັນ ຄົບຮອບ 450 ປີ ໃນປີ
2010 ທີ່ຈະມາເຖິງນີ້.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 10-04-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564