ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ຖ້ຳຜາຮາວ ແຫຼ່ງທ່ອງທ່ຽວທຳມະຊາດ ຂອງເມືອງນ້ຳບາກ

ຖ້ຳຜາຮາວ ແມ່ນຖ້ຳໜື່ງທີ່ທຳມະຊາດ ໄດ້ປັ້ນແຕ່ງມາແຕ່ດຶກດຳບັນ ມີຄວາມສວຍສົດງົດງາມຕະການຕາ ອາບເອ້ໄປ
ດ້ວຍຊັ້ນຫີນປູນ ຫຼື ນົມຜາ ທີ່ຢາດຍ້ອຍລົງມາ ກາຍເປັນເສົາຫີນ ທີ່ເຫຼື້ອມລະຍິບລະຍັບ ປະດັບເອ້ຢ່າງສວຍງາມ, ຊຶ່ງຕັ້ງຢູ່ບໍ່ໄກ ຈາກເທດສະບານເມືອງ ໄປທາງທິດເໜືອ ປະມານ 1 ກິໂລແມັດ. ຖ້ຳຜາຮາວ ແມ່ນຊື່ທີ່ເຖົ້າແກ່ບູຮານ
ຕັ້ງມາແຕ່ດຶກດຳບັນ ຍ້ອນເຫັນຮາວຕາກຜ້າເຫຼືອງ ຂອງພະລືສີອົງໜື່ງທີ່ຈຳສິນຢູ່ຖ້ຳແຫ່ງນີ້ ຊຶ່ງມີຕຳນານກ່າວໄວ້ວ່າ:

ແຕ່ກ່ອນ ອ້ອມແອ້ມຜາແຫ່ງນີ້ ມີແຕ່ປ່າໄມ້ໃຫຍ່ ດົງໜາ, ມີສັດສາວາສິ່ງຫຼາຍຊະນິດ ອາໄສຢູ່ ເຊັ່ນ: ເສືອ ສິງ ຊ້າງ ທະນີ ຄ່າງຂາແດງ ນົກກົກ ນົກແກງ ກະຮອກ ກະແຕ ແລະ ອື່ນໆ, ປະຊາຊົນ ບໍ່ກ້າຈະມາເຖິງຂອບເຂດນີ້ເຖິງແມ່ນວ່າ ປະຊາຊົນຈະມາຕັ້ງຖິ່ນຖານຢູ່ບໍ່ໄກ ຫ່າງຈາກນີ້ ພຽງ 2 ກິໂລແມັດກໍຕາມ. ປາງນັ້ນ ຊາວບ້ານ ຕັ້ງບ້ານຊ່ອງຢູ່ແຖບນີ້ ມີພຽງສອງບ້ານ ຄື: ບ້ານດອນ ແລະ ບ້ານໜອງ (ບ້ານດອນ ແມ່ນຕັ້ງຢູ່ໂສ້ດອນ ແປະບ້ານໂຄ້ງ ປະຈຸບັນ, ສ່ວນບ້ານ ໜອງແມ່ນບ້ານຟ້າ ປະຈຸບັນໂດຍມີໜອງໃຫຍ່ຢູ່ຫົວບ້ານ ແລະ ຫາງບ້ານ) ຊຶ່ງມີພະຍານາກ ສອງຜົວເມຍຄູ່ໜື່ງອາໄສຢູ່
ລະແວກນັ້ນ ເກີດບໍ່ພໍໃຈ ທີ່ຊາວບ້ານມາຕັ້ງຖິ່ນຖານຢູ່ແຖບນີ້ ຈຶ່ງບັນດານໃຫ້ເກີດມີຟ້າລົມຝົນຕົກໜັກ ເຮັດໃຫ້ເກີດມີ
ນ້ຳຖ້ວມບ້ານເຮືອນ ເສຍຫາຍໜັກ, ປະຊາຊົນ ຈິ່ງໄດ້ຮ້ອງຂໍອ້ອນວອນ ຕໍ່ເທວະດາຟ້າແຖນ ມາຊ່ວຍປົກປ້ອງ ບໍ່ໃຫ້ເກີດອຸທົກກະໄພ, ຕໍ່ມາ ຈຶ່ງປະກົດມີພະອົງໜື່ງ ມາບິນທະບາດນຳຊາວບ້ານ.

ຢູ່ມາຫຼາຍວັນ ປະຊາຊົນສັງເກດເຫັນທ່າພິລຸດ ຂອງພະອົງນີ້ ມີທ່າທາງພິດສະດານ, ປະຊາຊົນຈຶ່ງຄ່ອຍຕິດຕາມນຳທາງ ຈົນເຖິງຖ້ຳຜາແຫ່ງນີ້ ເຫັນຮາວຕາກຜ້າ ຢູ່ໜ້າຜາ, ເລີຍພາກັນຊອກເຂົ້າໄປໃນຖ້ຳ ເຫັນພະອົງນັ້ນ ນັ່ງພາວະນາ ຢູ່ຄົນດຽວ ຈິ່ງພາກັນກັບຄືນມາເລົ່າສູ່ຊາວບ້ານ ເອົາເຄື່ອງທັນຍາຫານຕ່າງໆ ມາຖວາຍໃຫ້ແກ່ພະອົງນັ້ນ ແລະ ອ້ອນ
ວອນຕໍ່ພະອົງໃຫ້ຊ່ວຍປົກປ້ອງ ຄຸ້ມຄອງຊາວບ້ານ ຈາກອຸທົກກະໄພຕ່າງໆ. ຕໍ່ມາ ພະອົງນັ້ນ ຈຶ່ງໄດ້ເອີ້ນເອົາຄູ່ຜົວເມຍ ພະຍານາກ ມາອົບຮົມກ່າວເຕືອນ ໃຫ້ຢູ່ໃນສິນກິນໃນທຳ, ບໍ່ໃຫ້ບຽດບຽນຄົນອື່ນ, ພະຍານາກຄູ່ຜົວເມຍ ກໍຍິນຍອມມາ
ຈຳສິນ ເດືອນລະ 2 ຄັ້ງ ຄື: ສິນດັບ ແລະ ສິນເພັງ ຢູ່ທີ່ຫຼັງຜາ, ໂດຍໄດ້ເຈາະຮູ ແຕ່ວັງເວີນນ້ຳບາກ ຂື້ນໄປຫາຫຼັງຜາ ເປັນ 2 ຮູ ເພື່ອທ່ຽວເມືອຈຳສິນ ແລະ ພະຍານາກໄດ້ສ້າງບໍ່ນ້ຳອຸ່ນ ແລະ ບໍ່ນ້ຳເຢັນ ໄວ້ໃຫ້ພະອົງນັ້ນໃຊ້ (ບໍ່ນ້ຳອຸ່ນ ແມ່ນຫ້ວຍອຸ່ນ ປະຈຸບັນ ໄຫຼໄປທາງບ້ານນ້ຳລາ, ບໍ່ນ້ຳເຢັນ ໄຫຼໄປທາງບ້ານບົມ).

ເມື່ອພະອົງເຫັນທ່າທາງຂອງພະຍານາກຄູ່ຜົວເມຍ ມີການປ່ຽນແປງ ເພີ່ນຈິ່ງໜີໄປທາງອື່ນ ໂດຍບໍ່ໄດ້ບອກໃຫ້ຊາວບ້ານຮູ້, ຕໍ່ມາ ຊາວບ້ານກໍເອົາທັນຍາຫານ ເມືອຖວາຍຕາມເຄີຍ ແຕ່ບໍ່ເຫັນພະອົງນັ້ນ, ຊາວບ້ານຈິ່ງນຳເອົາຮູບປັ້ນພະເຈົ້າໄປໄວ້
ແທນ ແລ້ວພາກັນເມືອສັກກາລະບູຊາຕາມເດີມ ເພື່ອປົກປ້ອງໃຫ້ບ້ານໄດ້ຢູ່ເຢັນເປັນສຸກ ສະດວກໃນການທຳມາຫາກິນ. ຕັ້ງແຕ່ນັ້ນມາ ກໍເລີຍຂະໜານນາມວ່າ: "ຖ້ຳຜາຮາວ" ເຖິງທຸກວັນນີ້.

ໃນສະໄໝ ຕໍ່ສູ້ກູ້ຊາດ ຕ້ານກັບພວກຈັກກະພັດຜູ້ຮຸກຮານ, ນັກຮົບປະຕິວັດ ແລະ ປະຊາຊົນບັນດາເຜົ່າ ກໍໄດ້ອາໄສ
ຖ້ຳຜາຮາວແຫ່ງນີ້ ເປັນທີ່ພັກເຊົາ ເພື່ອລົບຫຼີກການໂຈມຕີຂອງພວກສັດຕູ, ແຕ່ພວກເຂົາ ກໍຊອດແນມຊອກຮູ້ຈົນໄດ້ ແລະ ຖິ້ມລະເບີດ ນາປານ 500 ປອນ, ລູກບົມບີ ນາໆ ຊະນິດ ເຮັດໃຫ້ອ້ອມແອ້ມຖ້ຳແຫ່ງນີ້ ເຕັມແຕ່ຂຸມລະເບີດ ເດຍລະດາດ 10 ກວ່າຂຸມ.

ປະຈຸບັນຖ້ຳຜາຮາວກຳລັງສະຖາປະນາ ແລະ ບູລະນະ ໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງໜື່ງຂອງເມືອງນ້ຳບາກ ໂດຍໄດ້
ສ້າງທີ່ພັກ, ຮ້ານອາຫານ, ຕໍ່ໄຟຟ້າ ໃສ່ທາງໃນ ເພື່ອຊົມຄວາມສວຍງາມຂອງຖ້ຳ, ຂຸດລະບຽງທາງຍ່າງຂື້ນ ຖ້ຳຫອນ, ຖ້ຳນ້ອຍ, ສ່ວນຖ້ຳລຸ່ມ ມີຖ້ຳພະເຈົ້າ, ຖ້ຳພວງ ແລະ ຖ້ຳເຈາະ.

ຍ້ອນວ່າ ຖ້ຳຜາຮາວ ມີເຂັດລັບທີ່ສຳຄັນທາງດ້ານປະຫວັດສາດ ຫຼາຍຂັ້ນຕອນ ຈິ່ງໄດ້ສ້າງໃຫ້ເປັນແຫຼ່ງທ່ອງທ່ຽວທີ່ສວຍ
ງາມຂອງຊາວເມືອງນ້ຳບາກ ຕະຫຼອດໄປ.

ເພື່ອເປັນການພິສູດຄວາມຈິ່ງ ຈຶ່ງຂໍເຊີນຊວນບັນດາທ່ານໄປທ່ຽວຊົມດ້ວຍສາຍຕາຂອງທ່ານເອງ.

* ໂດຍ:  ສົມບູນ ແສງມົງ, ນັກຂ່າວ ປກສ ແຂວງຫຼວງພະບາງ, ວັນທີ 18-02-2008

 
 

2003-2008 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4