ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ແນະນຳປະຊາຊົນ ເອົາໃຈໃສ່ປ້ອງກັນພະຍາດສັດ

   ນັບແຕ່ທ້າຍປີ 2007 ຫາຕົ້ນປີ 2008 ຫນ່ວຍງານສັດຕະວະແພດ ຫ້ອງການສົ່ງເສີມກະສິກຳ-ປ່າໄມ້ ເມືອງ
ປາກງື່ມ ນະຄອນຫລວງວຽງຈັນ ສົມທົບກັບພະນັກງານສັດຕະວະແພດຂັ້ນບ້ານ ໄດ້ລົງເກັບກຳຂໍ້ມູນສະຖິຕິສັດລ້ຽງ ປະ
ເພດ ງົວ ຄວາຍ ຂອງພໍ່ແມ່ປະຊາຊົນໃນ 53 ບ້ານພາຍໃນເມືອງຂອງຕົນ ເຊິ່ງມີງົວຈຳນວນ 20.520 ກວ່າໂຕ ຄວາຍ
3.600 ກ່ວາໂຕ ຄຽງຄູ່ກັນນີ້ ຍັງໄດ້ຕິດຕາມກວດກາສະພາບການລະບາດຂອງພະຍາດປາກເປື່ອຍລົງເລັບ ເຊິ່ງມີງົວຄວາຍ
ເກີດພະຍາດດັ່ງກ່າວ ກວມ 50% ຂອງຝູງສັດທັງຫມົດ ໃນນັ້ນມີສັດຕາຍຈຳນວນ 16 ໂຕ.

   ການລະບາດຂອງພະຍາດດັ່ງກ່າວ ແມ່ນຢູ່ເຂດນາຊອນ ເຂດບ້ານໂດນ ດົງກະລຶມ ແລະ ບ້ານນາຊອນ ນາ
ເລີດ ນາທາມ ຫນອງພູວຽງ ບ້ານໂດນ ນາກຸງ ທຸນລົວ ຫມາກຫນາວ ວັງໂພ ທ່າເດື່ອ ແລະ ບ້ານດົງສານ ປັນຈຸບັນຫ້ອງ
ການສົ່ງເສີມກະສິກຳ-ປ່າໄມ້ ເມືອງປາກງື່ມ ກໍໄດ້ສົ່ງພະນັກງານວິຊາການລົງຊຸກຍູ້ປຸກລະດົມ ແລະ ແນະນຳວິທີປ້ອງກັນ
ພະຍາດ ແລະ ປິ່ນປົວສັດໃຫ້ແກ່ປະຊາຊົນ ຖ້າມີສັດລ້ຽງຕາຍແມ່ນໃຫ້ຂຸດຂຸມຝັງ ຫ້າມບໍລິໂພກ ຂາຍ ແລະ ເຄື່ອນຍ້າຍໄປ
ບ່ອນອື່ນຢ່າງເດັດຂາດ ຕ້ອງປະຕິບັດຕາມຄຳແນະນຳຂອງພະນັກງານສັດຕະວະແພດ ໃນການບົວລະບັດຮັກສາ ແລະ
ປິ່ນປົວພະຍາດສັດທີ່ຖືກຕ້ອງຕາມຫລັກວິຊາການ.

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 11-02-2008

 
 

2003-2008 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4