|
ທ່ານ ດຣ. ສຸພັນ ແກ້ວມີໄຊ
ຮອງເຈົ້າແຂວງໆສະຫວັນນະເຂດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າສຳພາດຂອງນັກຂ່າວ
ອົງການທ່ອງທ່ຽວແຫ່ງຊາດໃນຕອນເຊົ້າຂອງວັນທີ
15
ພຶດສະພາ ທີ່ຫ້ອງຮັບແຂກຂອງຫ້ອງການປົກຄອງແຂວງ
ສະຫວັນນະເຂດ ໂດຍທ່ານໄດ້ໃຫ້ຄວາມກະລຸນາຕອບຄຳຊັກຖາມຂອງຜູ້ສື່ຂ່າວອັນມີໃຈຄວາມຄື:
1.
ບັນດາຈຸດເດັ່ນໃນການສົ່ງເສີມ ແລະ
ພັດທະນາການທ່ອງທ່ຽວພາຍໃນແຂວງດັ່ງນີ້:
ການກໍ່ສ້າງພື້ນຖານໂຄງລ່າງ
ເປັນຕົ້ນແມ່ນຖະຫນົນ,
ຫົນທາງເພື່ອອຳນວຍຄວາມສະດວກໃນການຄົມມະນາຄົມໃນຕົວເມືອງ
ແລະ ທ້ອງຖິ່ນ ໂດຍ
ສະເພາະເສັ້ນທາງຫາແຫລ່ງທ່ອງທ່ຽວທີ່ສຳຄັນ.ປັບປຸງ
ແລະ
ພັດທະນາບາງແຫລ່ງທ່ອງທ່ຽວທີ່ນັກທ່ອງທ່ຽວນິຍົມຊົມຊອບ
ໄປຢ້ຽມຢາມ ແລະ ທ່ອງທ່ຽວ ໂດຍສະເພາະແມ່ນການຈັດສັນການຮອງຮັບການບໍລິການ
ແລະ ສິ່ງອຳນວຍຄວາມ
ສະດວກຕ່າງໆໃຫ້ກ້າວເຂົ້າໃນລະບົບທີ່ເປັນພື້ນຖານອຸດສາຫະກຳທ່ອງທ່ຽວ.ອຳນວຍຄວາມສະດວກ
ໃຫ້ດີກວ່າເກົ່າໃນ
ການເຂົ້າອອກຕາມດ່ານສາກົນ.ສະຫນອງຂໍ້ມູນຂ່າວສານປະຊາສຳພັນຂ່າວ,
ສື່ໂຄສະນາຕ່າງໆໃຫ້ນັກທ່ອງທ່ຽວ.
ປັບປຸງສະຖານບໍລິການຮອງຮັບເປັນຕົ້ນ,
ໂຮງແຮມ ເຮືອນພັກ,
ຮ້ານອາຫານ ແລະ ບໍລິສັດນຳທ່ຽວໃຫ້ມີຄຸນນະພາບ
ດີຂຶ້ນ.
ສົ່ງເສີມຜະລິດຕະພັນການທ່ອງທ່ຽວເຊັ່ນ: ຈັດ
ສັນບ່ອນຂາຍເຄື່ອງທີ່ລະ ນຶກ,
ອາຫານ,
ການກິນທີ່ເປັນ ເອກະລັກຂອງ
ແຂວງສະຫວັນນະເຂດ.
2.
ແຫລ່ງທ່ອງທ່ຽວທີ່ແຂວງໃຫ້ຄວາມສຳຄັນ ແລະ ໄດ້ລົງທຶນໃສ່ຈຳນວນຫນຶ່ງ:ແຫລ່ງທ່ອງທ່ຽວທາງດ້ານວັດທະນະທຳ
ອັນມີພະທາດອີງຮັງ ເຊິ່ງໄດ້ມີການປູຢາງແຕ່ທາງແບ່ງເຂົ້າຫາພະທາດ,
ປັບປຸງບ່ອນຈອດລົດ,
ສ້າງສາລາໂຮງທຳ
ແຫ່ງໃຫມ່ ແລະ
ສິ່ງອຳນວຍຄວາມສະດວກ.ຫໍໄຕບ້ານຫນອງລຳຈັນ ໄດ້ມີການບູລະນະສ້ອມແປງຄືນໃຫມ່.
ແຫລ່ງທ່ອງທ່ຽວທຳມະຊາດຫນອງປາຝາ (ດອນແດງ) ໄດ້ມີເສັ້ນທາງເຂົ້າເຖິງທຽວໄດ້
2
ລະດູ,
ປັບປຸງສິ່ງອຳນວຍ
ຄວາມສະດວກ ແລະ ການບໍລິການດີຂຶ້ນ
ພ້ອມໄດ້ຮັບທຶນຊ່ວຍເຫລືອອະນຸລັກປາຝາຈາກໂຄງການສິ່ງແວດລ້ອມ
ຈຳນວນຫນຶ່ງ.
ໂຄງການແຫລ່ງທ່ອງທ່ຽວທຳມະຊາດ
ດົງນາຕາດ,
ດົງພູວຽງໄດ້ປັບປຸງລາຍການເພີ່ມຂຶ້ນ ເຊິ່ງເປັນທີ່ສົນໃຈຂອງ
ນັກທ່ອງທ່ຽວຕ່າງປະເທດ.
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
27-05-2008 |