|

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການປັບປຸງເງື່ອນໄຂສຸຂະພາບຢູ່ແຂວງວຽງຈັນ ແລະ ໄຊຍະບູລີ ລະ
ຫວ່າງອົງການກາແດງລາວ ໂດຍແມ່ນທ່ານ ກິແດງ ທຳມະລັງສີ ເລຂາທິການໃຫຍ່ອົງການກາແດງລາວ ແລະ ກາແດງ
ຝຣັ່ງ ແມ່ນທ່ານ ດາວິດ ຍວດຊົງ ຜູ້ຕາງຫນ້າກາແດງຝຣັ່ງ ປະຈຳ ສປປ ລາວ ໄດ້ຈັດຂຶ້ນທີ່ເຮືອນຮັບແຂກໄມຕີຈິດ ໃນວັນ
ທີ 3 ມິຖຸນາ 2008 ນີ້ ໂດຍມີທ່ານ ສນິວູຣັຊ ສຣະມະນີ ປະທານອົງການກາແດງລາວ ບັນດາຕາງຫນ້າຈາກຫ້ອງການ
ອົງການຈັດຕັ້ງກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການດັ່ງກ່າວ ແມ່ນເພື່ອເປັນການຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນຜູ້ທີ່ດ້ອຍໂອກາດ ໂດຍສະ
ເພາະ ແມ່ນເພື່ອຫລຸດຜ່ອນຄວາມສ່ຽງທາງດ້ານສຸຂະພາບ ຂອງປະຊາຊົນໃນ 30 ຫມູ່ບ້ານ ຫລືເທົ່າກັບ 16.500 ຄົນ ຈະ
ມີການດຳເນີນກິດຈະກຳສຳລັບເດັກທີ່ມີອາຍຸຕ່ຳກ່ວາ 5 ປີ ປະມານ 3.000 ຄົນ ເຊິ່ງທີ່ຕັ້ງຂອງໂຄງການແມ່ນຢູ່ໃນເມືອງ
ແມດ ກາສີ ວັງວຽງ ແລະ ເມືອງຮົ່ມ ແຂວງວຽງຈັນ ເມືອງຄອບ ຊຽງຮ່ອນ ແລະ ຫົງສາ ແຂວງໄຊຍະບູລີ.
ສ່ວນໄລຍະເວລາຂອງໂຄງການ ມີທັງຫມົດ 40 ເດືອນ ກໍຄືເລີ່ມແຕ່ເດືອນເມສາ 2008 ຜ່ານມາ ເຖິງສິງຫາ
2011 ເຊິ່ງໂຄງການນີ້ ແມ່ນໄດ້ຮັບທຶນຊ່ວຍເຫລືອຈາກກະຊວງການຕ່າງປະເທດຝຣັ່ງ ແລະ ກາແດງຝຣັ່ງ ຈຳນວນ
17.500.000.000 ກີບ ແລະ ທຶນຊ່ວຍເຫລືອຈາກຄະນະກຳມາທິການເອີຣົບ ແລະ ກາແດງຝຣັ່ງ ອີກຈຳນວນ
16.000.000.000 ກີບ ເຊິ່ງລວມທັງຫມົດຂອງທຶນການຊ່ວຍເຫລືອໃນໂຄງການດັ່ງກ່າວ ຕົກເປັນເງິນຈຳນວນ
33.500.000.000 ກີບ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
05-06-2008 |