|

ກອງປະຊຸມສະໄຫມສາມັນປະຈຳເດືອນພຶດສະພາ
2008
ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ
ບົວສອນ ບຸບຜາວັນ.
ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ
ຕົກລົງບັນຫາສຳຄັນຈຳນວນຫນຶ່ງດັ່ງນີ້:
1.
ໄດ້ພິຈາລະນາ ແລະ
ຮັບຮອງເອົາຮ່າງດຳລັດວ່າດ້ວຍຫລັກຊັບ ແລະ
ຕະຫລາດຫລັກຊັບ,
ຊຶ່ງເປັນການຜັນຂະຫຍາຍ
ແນວທາງປ່ຽນແປງໃຫມ່ ໃນຂົງເຂດເສດຖະກິດ ໃຫ້ເປັນຮູບປະທຳຫລາຍຂຶ້ນ.
ຈຸດປະສົງການອອກດຳລັດສະບັບນີ້ ແມ່ນເພື່ອມີບ່ອນອີງທາງດ້ານນິຕິກຳ
ໃນການສ້າງຕະຫລາດໃຫ້ຄ່ອຍເປັນລະບົບ
ຂຶ້ນເປັນກ້າວໆ
ໃນນັ້ນລວມທັງຕະຫລາດການເງິນຊຶ່ງມີຕະຫລາດຫລັກຊັບເປັນອົງປະກອບທີ່ສຳຄັນ,
ເພື່ອໃຫ້ການສ້າງຕັ້ງ
ຕະຫລາດຫລັກຊັບເປັນໄປຕາມຄາດຫມາຍທີ່ວາງໄວ້
ແລະ ສອດຄ່ອງກັບຈຸດປະສົງເປົ້າຫມາຍກອງປະຊຸມ,
ໄດ້ ເປັນ
ເອກະພາບໃນການກຳນົດຫລັກການ.
ລະບຽບການ ແລະ
ມາດຕະການຄຸ້ມຄອງການອອກຫລັກຊັບ,
ການຈົດທະບຽນຫລັກຊັບ,
ການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດຫລັກຊັບ,
ຕະຫລາດຫລັກຊັບ ແລະ
ການຊື້ຂາຍຫລັກຊັບແນໃສ່ເຮັດໃຫ້ຕະຫລາດຫລັກຊັບ
ທີ່ຈະຕັ້ງຂຶ້ນນັ້ນມີຄວາມໝັ້ນທ່ຽງ,
ຄ່ອງຕົວ ແລະ ມີຄວາມເປັນລະບົບລະບຽບ,
ຊຶ່ງຈະເຮັດໃຫ້ການລະດົມທຶນຈາກພາຍໃນ ແລະ
ຕ່າງປະເທດເຂົ້າໃສ່ການພັດທະນາ
ທັງໃນສະເພາະຫນ້າ ແລະ ຍາວນານ ໄດ້ເພີ່ມຂຶ້ນ.
ກອງປະຊຸມໄດ້ຕົກລົງມອບໃຫ້ຄະນະຊີ້ນຳສືບຕໍ່ປະຕິບັດໂຄງການຕ່າງໆຢ່າງຕັ້ງຫນ້າ
ເພື່ອໃຫ້ສາມາດສ້າງຕັ້ງຕະຫລາດ
ຫລັກຊັບຂຶ້ນໃນປີ
20-21.
2.
ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດຄຳສັ່ງເລກທີ
30
ຂອງນາຍົກລັດຖະມົນຕີ
ວ່າດ້ວວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງປ່າໄມ້
ແລະ ທຸລະກິດໄມ້ໃນປີຜ່ານມາ ແລະ ໄດ້ຕົກລົງກ່ຽວກັບ
ທິດທາງ ແລະ ມາດຕະການ ເພື່ອປັບປຸງວຽກງານດັ່ງກ່າວ
ປະຈຳສົກປີ
2008-2009,
ຊຶ່ງໃນນັ້ນຈະໄດ້ສຸມໃສ່ປັບປຸງ
ລະບຽບການລະອຽດ ແລະ
ກົນໄກການປະສານງານລະຫວ່າງຂະແຫນງການກ່ຽວຂ້ອງ
ແລະ ທ້ອງຖິ່ນໃຫ້ມີຄວາມກົມ
ກຽວ ແລະ ມີຄວາມເດັດຂາດເຂັ້ມງວດຕື່ມອີກ,
ແນໃສ່ປົກປັກຮັກສາຟື້ນຟູບູລະນະປ່າໄມ້ໃຫ້ມີຄວາມຍືນຍົງທັງເປັນທ່າແຮງ
ແລະ ເປັນແຫລ່ງຊັບພະຍາກອນບໍ່ໃຫ້ບົກແຫ້ງ,
ໃຫ້ການຄຸ້ມຄອງປ່າໄມ້ ແລະ
ທຸລະກິດໄມ້ດຳເນີນໄປຕາມນະໂຍບາຍ ແລະ
ລະບຽບກົດຫມາຍຢ່າງເຂັ້ມງວດ,
ສ້າງມູນຄ່າເພີ່ມໃຫມ່ຫລາຍຂຶ້ນ
ຈາກການປຸງແຕ່ງໄມ້,
ພ້ອມກັນນັ້ນກໍ່ມີຄວາມເດັດ
ຂາດໃນການຈຳກັດປະກົດການຫຍໍ້ທໍ້
ແລະ ແກ້ໄຂບັນຫາຄົງຄ້າງຕ່າງໆທີ່ເກີດຂຶ້ນໃນການຄຸ້ມຄອງປ່າໄມ້
ແລະ ການທຸລະກິດໄມ້.
ກອງປະຊຸມໄດ້ພິຈາລະນາກ່ຽວກັບແຜນການຂຸດຄົ້ນໄມ້ຕິດພັນກັບແຜນດັດສົມໂຮງງານປຸງແຕ່ງໄມ້
ແລະ ການຈັດສັນແບ່ງ
ປັນໄມ້ເປັນວັດຖຸດິບຮັບໃຊ້ການປຸງແຕ່ງໃຫ້ແກ່ບັນດາໂຮງງານປຸງແຕ່ງໄມ້ທີ່ໄດ້ມາດຕະຖານສຳລັບ
ສົກປີ
2008 - 2009.
3.
ກອງປະຊຸມໄດ້ຮັບຟັງການລາຍງານ ແລະ
ພິຈາລະນາກ່ຽວກັບການຈັດສັນ ແລະ
ພັດທະນາດິນກະສິກຳ,
ເຊິ່ງເປັນ
ໂຄງການບູລິມະສິດຂອງລັດຖະບານ,
ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວມາຮອດປະຈຸບັນໄດ້ສຳເລັດການສ້າງ
ແຜນທີ່ຈັດສັນທີ່ດິນລະດັບແຂວງ
ສຳເລັດໂດຍພື້ນຖານ ແລະ
ຍັງເມືອງຈຳນວນຫນຶ່ງຈະໄດ້ສືບຕໍ່ເຮັດໃຫ້ສຳເລັດ.
ອັນນີ້ແມ່ນຜົນສຳເລັດແຫ່ງການສຶກສາຄົ້ນຄວ້າ
ແລະ ວິໄຈຂໍ້ມູນເງື່ອນໄຂທາງດ້ານທຳມະຊາດ,
ເສດຖະກິດສັງຄົມ ແລະ ສິ່ງແວດລ້ອມໄປພ້ອມໆກັນ.
ກອງປະຊຸມໄດ້ຕົກລົງກ່ຽວກັບນະໂຍບາຍ ແລະ
ທິດທາງລະອຽດກ່ຽວກັບການພັດທະນາ
ທີ່ດິນກະສິກຳ
ໃຫ້ມີຄວາມຍືນຍົງ,
ຈັດສັນທີ່ດິນໃຫ້ຖືກຕ້ອງຕາມສະພາບແວດລ້ອມ
ແລະ ເງື່ອນໄຂຕົວຈິງ,
ທັງສອດຄ່ອງ
ຕາມແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ,
ໃນນັ້ນເອົາໃຈໃສ່ເປັນພິເສດຕໍ່ການຈັດສັນ ແລະ
ພັດທະນາທີ່ດິນ
ກະສິກຳປ່າໄມ້
ຈົນຮອດປີ
2020
ໂດຍເອົາເຂົ້າໃນແຜນແມ່ບົດລວມ ຕິດພັນກັບການຄົ້ນຄວ້າອອກນິຕິກຳ
ສຳລັບ
ການຄຸ້ມຄ້ອງນຳໃຊ້ໃຫ້ມີປະສິດທິຜົນ,
ເປັນຕົ້ນແມ່ນຕ້ອງຮັບປະກັນເຮັດໃຫ້ດິນເນື້ອທີ່ປ່າໄມ້ກວມ
70%,
ດິນນາບໍ່ຫລຸດ
1
ລ້ານເຮັກຕາ. ດິນສຳລັບຮອງຮັບການຈັດສັນອາຊີບ
ແລະ ພູມລຳເນົາໃຫ້ປະຊາຊົນຄືນໃຫມ່ ແລະ
ດິນສຳລັບຮອງຮັບ
ການພັດທະນາໃນຂົງເຂດອື່ນໆຢ່າງເຫມາະສົມ...
ນອກນັ້ນກອງປະຊຸມຍັງໄດ້ພິຈາລະນາກ່ຽວກັບການອອກນະໂຍບາຍສົ່ງເສີມການລົງທຶນເຂົ້າໃນການພັດທະນາທີ່ດິນ
ກະສິກຳຕິດພັນ
ກັບການລົງທຶນເຂົ້າໃສ່ການຜະລິດ ແລະ
ການປຸງແຕ່ງດ້ານກະສິກຳ.
ຕິດພັນກັບການພິຈາລະນາ
ໂຄງການຈັດສັນທີ່ດິນກະສິກຳ,
ກອງປະຊຸມໄດ້ພິຈາລະນາໂຄງການຍົກສະມັດຕະພາບເຂົ້າໃນ
7
ທົ່ງພຽງໃຫຍ່ ແລະ
14
ທົ່ງພຽງນ້ອຍ ຊື່ງມີເນື້ອທີ່ນາ ກວມ
51%
ຂອງເນື້ອທີ່ນາທົ່ວປະເທດ,
ການຍົກສະມັດຕະພາບເຂົ້າໃນ
7
ທົ່ງພຽງໃຫຍ່ ແລະ
14
ທົ່ງພຽງນ້ອຍຈະຊ່ວຍໃຫ້ຜົນຜະລິດເຂົ້າເພີ່ມຂຶ້ນ
ຊຶ່ງຈະເປັນຜົນດີ
ສຳລັບການປະຕິບັດແຜນຍຸດທະສາດ
ຄ້ຳປະກັນສະບຽງອາຫານ
ແຫ່ງຊາດໃນໄລຍະຮອດປີ
2010.
ອັນສຳຄັນໃນການປະຕິບັດໂຄງການນີ້ແມ່ນຈະໄດ່ສຸມໃສ່ປັບປຸງ
ແລະ ພັດທະນາຊົນລະປະທານເພື່ອສາມາດສະຫນອງ
ນ້ຳໃ
ຫ້ພຽງພໍ,
ພັດທະນາ ແລະ
ນຳໃຊ້ແນວພັນເຂົ້າໃຫມ່ທີ່ມີສະມັດຕະພາບສູງ,
ການນຳໃຊ້ລະບົບເຕັກນິກກະເສດສຸມ ແລະ
ການສະຫນັບສະຫນູນທາງດ້ານທຶນຮອນ ຫລື
ສິນເຊື່ອໃຫ້ແກ່ຊາວກະສິກອນ.
ນອກຈາກການແກ້ໄຂບັນຫາສະເພາະຫນ້າ,
ກອງປະຊຸມຍັງໄດ້ຕົກລົງທິດທາງການພັດທະນາ
7
ທົ່ງພຽງໃຫຍ່ ແລະ
14
ທົ່ງພຽງນ້ອຍ ສຳລັບໄລຍະຍາວ
ຕາມທິດຫັນເປັນທັນສະໄຫມ,
ແນໃສ່ຂຸດຄົ້ນຄວາມອາດສາມາດຂອງບັນດາທົ່ງພຽງ
ດັ່ງກ່າວນັ້ນໃຫ້ໄດ້ຢ່າງມີປະສິດທິພາບສູງ,
ຮັບປະກັນການຜະລິດເຂົ້າ ແລະ
ສະບຽງອາຫານຕອບສະຫນອງແກ່ຄວາມ
ຕ້ອງການໄດ້ຢ່າງຫນັກແຫນ້ນ.
4.
ກອງປະຊຸມໄດ້ພິຈາລະນາ ແລະ
ຕົກລົງລະອຽດຕື່ມກ່ຽວກັບຮ່າງແຜນພັດທະນາເສດຖະກິດສັງຄົມ
ແລະ ແຜນງົບ
ປະມານ
ປະຈຳສົກປີ
2008-2009,
ໂດຍລົງເລິກກ່ຽວກັບການຈັດສັນແຫລ່ງທຶນເຂົ້າໃສ່ບັນດາແຜນງານບູລິມະສິດ
ແລະ ໂຄງການຈຸດສຸມທີ່ສຳຄັນ ເພື່ອຮັບປະກັນໃຫ້ແກ່ການຊຸກຍູ້ການເຕີບໂຕຂອງເສດຖະກິດໃຫ້ໄດ້ຕາມຄາດຫມາຍ,
ພ້ອມກັນ
ນັ້ນກໍ່ເພີ່ມການລົງທຶນເຂົ້າໃນຂົງເຂດສັງຄົມວັດທະນະທຳ
ແລະ ຂົງເຂດການເມືອງ
ປ້ອງກັນຊາດປ້ອງກັນຄວາມສະຫງົບ
ໃຫ້ເຫມາະສົມກົມກຽວ.
ນອກຈາກນັ້ນ,
ກອງປະຊຸມລັດຖະບານຍັງໄດ້ພິຈາລະນາບັນຫາສຳຄັນຕື່ມຈຳນວນຫນຶ່ງ
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
27-05-2008 |