|

ວັນທີ
9
ພຶດສະພາ
2008
ທີ່ພູຄຳ ເມືອງໄຊສົມບູນ ແຂວງວຽງຈັນ ໄດ້ມີພິທີເປີດໂຮງງານປຸງແຕ່ງຝຸ່ນທອງຢ່າງເປັນ
ທາງການ ໂດຍການເປັນກຽດເຂົ້າຮ່ວມຕັດແຖບຜ້າຂອງທ່ານ
ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າ
ການກະຊວງປ້ອງກັນປະເທດ,
ທ່ານ ບອບໄບຼອັນ ປະທານ ບໍລິສັດ ແພນອົສຕຣາລີ,
ທ່ານ ຈັນເພັງ ບຸນນະຜົນ ປະທານ ບໍລິສັດ
ພູເບ້ຍມາຍນິງ ຈຳກັດ,
ທ່ານເຈົ້າແຂວງໆວຽງຈັນ ແລະ ແຂກຖືກເຊີນທັງພາຍໃນ
ແລະ ຕ່າງປະເທດ
ເຂົ້າຮ່ວມ.
ທ່ານ ຈັນເພັງ ບຸນນະຜົນປະທານ ບໍລິສັດ
ພູເບ້ຍ ມາຍນິງຈຳກັດ ໃນການສຳຫລວດພົບປະລິມານ
ສະສົມແຮ່ຢູ່ພູຄຳ
ຄາດຄະເນວ່າການຜະລິດທອງສຳລັບປີ
2009
ຈະສູ້ງຂຶ້ນຮອດ
60.000
ໂຕນ ແລະ
75.000
ໂຕນ ໃນປີ
2010
ໄປຄຽງຄູ່ກັບການຂະຫຍາຍໂຮງງານ.
ນອກຈາກນັ້ນຍັງຈະຜະລິດຄຳໃຫ້ໄດ້
60.000
ອອນ ໃນປີ
2009
ແລະ
65.000
ອອນ ໃນປີ
2010,
ສ່ວນງານຜະລິດເງິນແມ່ນ
600.000
ອອນຕໍ່ປີ ເລີ່ມແຕ່ປີ
2009
ເປັນຕົ້ນໄປ.
ໂຄງການພູຄຳນີ້ຈະເຮັດໃຫ້ອຸດສາຫະກຳບໍ່ແຮ່ຂອງລາວໄດ້ຂະຫຍາຍຕົວອີກກ້າວຫນຶ່ງ
ທັງເປັນການປະກອບສ່ວນທາງ
ດ້ານເສດຖະກິດຂອງລາວ,
ໂຄງການໄດ້ສ້າງວຽກເຮັດງານທຳໃຫ້ພະນັກງານລາວຫລາຍກວ່າ
1.000
ຕຳແຫນ່ງ ແລະ
ຍົກຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເຊັ່ນ:
ທາງດ້ານການສຶກສາ,
ສາທາລະນະສຸກ ແລະ ວັດທະນະທຳ.
ໃນລະດັບທ້ອງຖິ່ນ
ບໍລິສັດ ໄດ້ສົມທົບກັບອຳນາດການປົກຄອງແຂວງໄດ້ສ້າງແຜນພັດທະນາຊຸມຊົນຂຶ້ນ,
ຊຶ່ງ ບໍລິສັດ ໄດ້ປະກອບທຶນ
300.000
ໂດລາ/ປີ ເພື່ອປະກອບສ່ວນໃນນະໂຍບາຍຫລຸດຜ່ອນຄວາມທຸກຍາກຂອງລັດຖະບານ.
ນອກນັ້ນຍັງໄດ້ປະຕິບັດພັນທະຂອງຕົນຕໍ່ລັດຖະບານເຊັ່ນ:
ເສຍພາສີສັບພະຍາກອນຄ່າສຳປະທານເນື້ອທີ່,
ອາກອນເງິນ
ເດືອນ ແລະ
ອື່ນໆ.ຂ້າພະເຈົ້າເຊື່ອວ່າໂຄງການີ້ຈະເປັນການປະກອບສ່ວນເຂົ້າໃນ
GDP
ຂອງ ສປປ ລາວ.
ຕົວຢ່າງເຊັ່ນການຄາດຄະເນຕົວເລກສົ່ງອອກຂອງລາວໃນປີ
2007
ແມ່ນ
1
ຕື້ໂດລາໃນເວລາດຽວກັນນັ້ນໂດຍອີງຕາມ
ລາຄາຄຳ ທອງ ແລະ ເງິນໃນຕະຫລາດໂລກໃນປະຈຸບັນ
ລາຍຮັບປະຈຳປີຂອງໂຄງການນີ້ແມ່ນ
500
ລ້ານໂດລາໃນປີ
2009
ແລະ ຈະເພີ່ມຂຶ້ນເປັນ
600
ລ້ານໂດລາໃນປີ
2010
ອາດຈະເທົ່າກັບ
50%
ຂອງຕົວເລກສົ່ງອອກຂອງລາວ.
ໂຄງການພູຄຳ ໄດ້ປຸງແຕ່ງແຮ່ທີ່ມີເປີເຊັນຕຳ່ທີ່ປະກອບດ້ວຍ
0,5%
ທອງ,
ຄຳ
0,3
ກຼາມ/t
ແລະ ທອງ
2,0
ກຼາມ/t
ຂຶ້ນເຖິງ
50
ເທົ່າຕົວ ແລະ
ກາຍເປັນແຮ່ເຂັ້ມຂົ້ນປະກອບດ້ວຍທອງ
25%,
ຄຳ
7
ກຼາມ/ໂຕນ ແລະ ເງິນ
60
ກຼາມ/ໂຕນ
ການປຸງແຕ່ງໃຫ້ເປັນແຮ່ເຂັ້ມຂຸ້ນນີ້ມັນໄດ້ເພີ່ມມູນຄ່າຮອດ
95%
ຊຶ່ງໃນນີ້ໂຮງຫລອມໄດ້ມູນຄ່າພຽງ
5%.
ໃນນັ້ນໂຮງຫລອມຈະຕ້ອງຊື້ໂລຫະທອງ,
ຄຳ ແລະ ເງິນ
ຕາມເປີເຊັນທີ່ມີຢູ່ໃນແຮ່ເຂັ້ມຂຸ້ນຕາມລາຄາສາກົນ,
ສ່ວນໂຮງຫລອມຈະບໍ່ໄດ້ຮັບຄ່າອື່ນໆໃດຫມົດເຖິງວ່າລາຄາໂລຫະໃນໂລກຈະສູງຂຶ້ນເທົ່າວໃດກໍ່ຕາມ.ໂຄງການດັ່ງກ່າວນີ້
ເຊິ່ງເປັນການຮ່ວມມືລະຫວ່າງ ບໍລິສັດ ແພນອົສຕຣາລີ
ເປັນຜູ້ຖືຫຸ້ນໃຫຍ່ຂອງ ບໍລິສັດ
ພູເບຍມາຍນິງຈຳກັດ ດ້ວຍການລົງທຶນທັງຫມົດ
241
ລ້ານໂດລາສະຫະລັດ,
ກຳນົດສຳປະທານ
2005 - 2020.
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
12-05-2008 |