ລັດຖະບານຍີ່ປຸ່ນ ຈະໃຫ້ທຶນການສຶກສາແກ່ ສປປ ລາວ ໂດຍຜ່ານສະຖານທູດຍີ່ປຸ່ນ
ທີ່ນະຄອນຫລວງວຽງຈັນ ໂດຍເປີດຮັບສະຫມັກຜູ້ທີ່ມີຈຸດປະສົງຢາກໄປຮຽນທີ່
ປະເທດຍີ່ປຸ່ນ
ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ພາຍໃຕ້ທຶນການສຶກສາດັ່ງນີ້: ທຶນການສຶກສາ:
Monbukagakusho Scholarship (Research Student)
ທຶນດັ່ງກ່າວ ແມ່ນສຳລັບຜູ້ທີ່ຈະໄປສືກສາທີ່ ຍີ່ປຸ່ນໃນເດືອນເມສາ ຫລື ຕຸລາ ປີ
2006 ແລະຈະໄດ້ຮຽນໃນຂັ້ນປະລິນຍາ
ຂອງຍີ່ປຸ່ນ ຜູ້ມີຈຸດປະສົງປາກເຂົ້າຮຽນໃນລະດັບປະລິນຍາໂທ ຫລື ເອກ
ຈະຕ້ອງໄດ້ຜ່ານການສອບເສັງເຂົ້າ ມະຫາ
ວິທະຍາໄລກ່ຽວຂ້ອງ ຫລັງການຮຽນກຽມຄວາມພ້ອມຂອງມະຫາວິທະຍາໄລ ຢ່າງຫນ້ອຍ 6 ເດືອນ.
1. ວິຊາຮຽນ:
ມະນຸດສາດ ແລະ ສາຍສັງຄົມ: ວິຊາວັນນະຄະດີ, ປະຫວັດສາດ,
ວິຊາແຫ່ງຄວາມງາມ, ກົດຫມາຍ, ການເມືອງ, ເສດຖະສາດ, ການຄ້າ, ວິຊາຄູ,
ສັງຄົມວິທະຍາ, ດົນຕີ, ສິລະປະກຳ ແລະ ອື່ນໆ
ສາຍທຳມະຊາດ: ວິທະຍາສາດລ້ວນ (Pure Science), ວິສະວະກຳສາດ,
ກະເສດສາດ, ການປະມົງ, ເພສັດສາດ, ການແພດ, ທັນຕະແພດ, ເຄຫະເສດຖະສາດ (Home
Economics) ແລະ ອື່ນໆ.
* ນັກສຶກສາທີ່ຮຽນວິຊາການແພດ ຫລື ທັນຕະແພດ
ຈະບໍ່ໄດ້ຮຽນການປິ່ນປົວຕົວຈິງ ເຊັ່ນ: ການກວດພະຍາດ, ຫລື
ທຳການຜ່າຕັດຄົນເຈັບ ນອກຈາກຈະໄດ້ຮັບອະນຸຍາດ ຈາກລັດມົນຕີ
ກະຊວງສາທາລະນະສຸກ ແລະ ສະຫວັດດີການຍີ່ປຸ່ນ
ພາຍໃຕ້ຂໍ້ກຳນົດກົດຫມາຍກ່ຽວຂ້ອງຂອງຍີ່ປຸ່ນ.
* ວິຊາຮຽນ ຕ້ອງແມ່ນວິຊາທີ່ມະຫາວິທະຍາໄລຍີ່ປຸ່ນ ມີຫລັກສູດໃຫ້.
2. ເງື່ອນໄຂລວມ ຂອງຜູ້ສະຫມັກ:
2.1 ຕ້ອງເປັນຄົນລາວ ຖືສັນຊາດລາວ ແລະ ດຳລົງຊີວິດຢູ່ລາວໃນໄລຍະສະຫມັກ
2.2 ອາຍຸຕ່ຳກວ່າ 35 ປີ ຮອດວັນທີ 1 ເມສາ 2006
2.3 ຕ້ອງຈົບມະຫາວິທະຍາໄລ ຫລື ວິທະຍາໄລຊັ້ນສູງ (ທຽບເທົ່າ) ໂດຍມີໃບປະກາດ
ປະລິນຍາຕີ ຢັ້ງຢືນດ້ວຍລະດັບ ຄະແນນສະເລ່ຍ ຂອງການຮຽນ ຕ່ຳສຸດ 7/10,
ວິຊາຄົ້ນຄວ້າຕ້ອງແມ່ນວິຊາທີ່ຕົນເອງເຄີຍຮຽນຜ່ານມາ.
2.4 ຜູ້ສະຫມັກຕ້ອງໄດ້ ພາສາອັງກິດເປັນຢ່າງດີ ແລະ ຖ້າໄດ້ພາສາຍີ່ປຸ່ນດີ
ຈະຖືກພິຈາລະນາກ່ອນຫມູ່, ນອກນັ້ນຕ້ອງຫ້າວຫັນໃນການຮຽນພາສາຍີ່ປຸ່ນ ແລະ
ຕ້ອງສາມາດປັບຕົວເຂົ້າກັບສັງຄົມ ຢູ່ຍີ່ປຸ່ນໃຫ້ໄດ້ພາຍຫລັງໄປຮອດຍີ່ປຸ່ນ.
2.5 ຜູ້ສະຫມັກຕ້ອງມີໃບອະນຸມັດເຫັນດີເປັນທາງການ ຈາກອົງການຈັດຕັ້ງຂອງລັດ
(ຖ້າເປັນພະນັກງານລັດ) ຫລື ອົງການຈັດຕັ້ງເອກະຊົນ ຄືນາຍຈ້າງຄົນປັດຈຸບັນ (ຖ້າບໍ່ແມ່ນພະນັກງານຂອງລັດ)
3. ວິທີສະຫມັກ:
ຕ້ອງຍື່ນຄຳຮ້ອງ 3 ຊຸດ ນຳສະຖານທູດຍີ່ປຸ່ນ ຕາມວັນ ແລະ ເວລາທີ່ກຳນົດໄວ້ ໃນນີ້ 1
ຊຸດ ຕ້ອງເປັນເອກະສານຕົ້ນສະບັບ (ສະເພາະໃບຄະແນນການຮຽນ ແລະ ໃບປະກາດ ແມ່ນສຳເນົາຈາກຕົ້ນສະບັບ
ແລ້ວຈ້ຳກາແດງ ພ້ອມເຊັນຢັ້ງຢືນຈາກຫົວຫນ້າທີ່ຕົນສັງກັດຢູ່
ວ່າຖືຕ້ອງຕາມສະບັບເດີມ), ອີກ 2 ຊຸດ ແມ່ນເອກະສານສຳເນົາ.
3.1 ໃບຄຳຮ້ອງຂໍສຸຫມັກ (ໃຫ້ໃຊ້ແບບຟອມ ທີ່ໄດ້ກຳນົດໃຫ້) ລະບຸຫົວຂໍ້ວິຊາຮຽນ
ແລະ ແຜນການຄົ້ນຄວ້າວິຊາຮຽນໃຫ້ລະອຽດ (ເອກະສານຄັດຕິດ)
3.2 ຮູບຂະຫນາດ 4x6 ຈຳນວນ 3 ໃບ ຖ່າຍພາຍໃນ 6 ເດືອນ ໃຫ້ຕິດໃສ່ໃບຄຳຮ້ອງທັງ
3 ຊຸດ.
3.3 ໃບຄະແນນການຮຽນ ຂອງແຕ່ລະປີ ຈາກມະຫາວິທະຍາໄລ
ບ່ອນທີ່ຕົນຮຽນຈົບແຫ່ງສຸດທ້າຍ (ໃບ original ໃຫ້ຖືເອົາໃບສຳເນົາ
ພ້ອມຈ້ຳກາແດງ ແລະ ເຊັນຢັ້ງຢືນວ່າຖືກຕ້ອງຕາມສະບັບເດີມ)
3.4 ຫນັງສືຮັບຮອງຈາກອະທິການບໍດີ, ຄະນະບໍດີ ຫລື ອາຈານທີ່ຕົນເອງຮຽນນຳ
ທີ່ມະຫາວິທະຍາໄລ
3.5 ຫນັງສືຮັບຮອງເຂົ້າສອບເສັງທຶນ
ອອກໃຫ້ໂດຍຜູ້ເປັນຫົວຫນ້າຕົນເອງໃນປັດຈຸບັນ (ຖ້າໄດ້ເຮັດວຽກ)
3.6 ໃບກວດສຸຂະພາບ ໂດຍໃຊ້ແບບຟອມ ທີ່ໄດ້ກຳນົດໃຫ້ (ອອກໃຫ້ໂດຍໂຮງຫມໍ
ທີ່ສະຖານທູດແນະນຳ)
3.7 ໃບປະກາດຈົບມະຫາວິທະຍາໄລຈາກບ່ອນທີ່ຕົນຮຽນແຫ່ງສຸດທ້າຍ (ໃບ original ໃຫ້ຖືເອົາໃບສຳເນົາ
ພ້ອມຈ້ຳກາແດງ ແລະ ເຊັນຢັ້ງຢືນວ່າຖືກຕ້ອງຕາມສະບັບເດີມ
3.8 ໃບຢັ້ງຢືນການຮຽນຈົບມະຫາວິທະຍາໄລ
3.9 ບົດປ້ອງກັນວິທະຍານິພົນໂດຍຫຍໍ້ຂອງຕົນ (ປະມານ 1 ຫນ້າເຈ້ຍ A4)
3.10 ສຳລັບຜູ້ທີ່ເລືອກວິຊາສິລະປະກຳ ຫລື ດົນຕີ ຕ້ອງມີຮູບພາບ ຫລື
ມ້ວນເທບເພງ ທີ່ສະແດງເຖິງຜົນງານຂອງຕົນ
4. ວິທີຄັດເລືອກ:
4.1 ສະຖານທູດຈະເປັນຜູ້ຄັດເລືອກເບື້ອງຕົ້ນ ເອົາຜູ້ສະຫມັກທີ່ມີເງື່ອນໄຂ ໂດຍຜ່ານການກວດກາພິຈາລະນາຄຳຮ້ອນ
4.2 ການສອບເສັງພາກຂຽນພາສາອັງກິດ ແລະ ພາສາຍີ່ປຸ່ນຂັ້ນພື້ນຖານ
ສຳລັບຜູ້ສະຫມັກທີ່ມີເງື່ອນໄຂໃນຂໍ້ (4.1) ໃນວັນທີ 15 ພຶດສະພາ 2005 ແຕ່
13:30 - 14:30 ສຳລັບພາສາອັງກິດ ແລະ ແຕ່ 15:00 - 18:00 ສຳລັບພາສາຍີ່ປຸ່ນ
ທີ່ສູນລາວ - ຍີ່ປຸ່ນ ດົງໂດກ.
4.3 ຜູ້ທີ່ຜ່ານການສອບເສັງດັ່ງກ່າວ ຈະໄດ້ສອບເສັງສຳພາດໃນວັນທີ 6-7 ມິຖຸນາ
2005 ເລີ່ມແຕ່ 09:00 ທີ່ສະຖານທູດຍີ່ປຸ່ນ.
ຜົນການຄັດເລືອກເບື້ອງຕົ້ນ ຈະຕິດປະກາດໃຫ້ຊາບທີ່ສະຖານຍີ່ປຸ່ນ.
4.4 ກະຊວງສຶກສາທິການ, ວັດທະນະທຳ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຊີຍີ່ປຸ່ນ
ຈະເປັນຜູ້ຄັດເລືອກຕັດສິນຂັ້ນສຸດທ້ານ.
ເຖິງວ່າຜູ້ສະຫມັກໄດ້ຜ່ານການຄັດເລືອກເບື້ອຕົ້ນ ແລະ ລັດຖະບານຍີ່ປຸ່ນ ໄດ້ປະກາດຊົ່ວຄາວວ່າ:
ເປັນຜູ້ໄດ້ຮັບທຶນແລ້ວກໍຕາມ (ແຕ່ຍັງບໍ່ທັນໄດ້ຖືກຮັບຮອງໃຫ້ເຂົ້າ
ຮຽນໃນມະຫາວິທະຍາໄລໃດຫນື່ງເທື່ອ), ຖ້າຜູ້ຂໍສະຫມັກຜູ້ນັ້ນ
ຍັງບໍ່ທັນໄດ້ຮັບຄຳຕອບຮັບຂັ້ນສຸດທ້າຍ ພາຍໃນທ້າຍເດືອນ 7 ປີ 2005,
ການແຈ້ງການວ່າຜູ້ກ່ຽວໄດ້ຮັບທຶນຈະຖືກລົບລ້າງໂດຍອັດຕະໂນມັດ.
ແບບຟອມສະຫມັກ
ແລະ ໃບແນະນຳຕ່າງໆ ກ່ຽວກັບການຂໍທຶນໃຫ້ໄປຂໍຮັບໄດ້ທີ່ ສະຖານທູດຍີ່ປຸ່ນ
ທີ່ວຽງຈັນ ແຕ່ວັນຈັນ ຫາ ວັນສຸກ ແຕ່ 9:00 ໂມງ - 12:00 ໂມງ ແລະ ແຕ່ 13:00
- 16:00 ໂມງ (ຂໍ້ມູນເພີ່ມເຕີມ ກະລຸນາພົວພັນນຳທ່ານ ຣົດແກ້ວ ໂທ: 414400-3
ext 45) ແລະ ດຳເນີນການດັ່ງນີ້:
1. ຜູ້ສະຫມັກທີ່ເປັນພະນັກງານຂອງລັດ ໃຫ້ຢື່ນຄຳຮ້ອງຜ່ານກະຊວງສຶກສາທິການ,
ພະແນກຄຸ້ມຄອງນັກສຶກສາ, ກົມອະຊີວະສຶກສາ ແລະ ການສຶກສາຊັ້ນສູງ
2. ຜູ້ທີ່ມາຈາກພາກສ່ວນເອກະຊົນ ຫລື ອົງການທີ່ບໍ່ແມ່ນລັດຖະບາ (NGO) ໃຫ້ຍື່ນຄຳຮ້ອງນຳສະຖານທູດຍີ່ປຸ່ນ
ທີ່ນະຄອນຫລວງວຽງຈັນໂດຍກົງ.
ວັນປິດຮັບຄຳຮ້ອງ (FORMS) ກ່ອນວັນທີ 29 ເມສາ 2005 ເປັນຢ່າງຊ້າ (ຖ້າກາຍກຳນົດຈະບໍ່ຣັບພິຈາລະນາ)
* ຄັດຈາກ:
ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ 05/04/2005 |