|
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການດ່ວນເຖິງພາກສ່ວນກ່ຽວຂ້ອງໃນທົ່ວປະເທດ
ໃຫ້ເກັບກຳສະພາບການຜະລິດ ແລະ ຈຳໜ່າຍເຂົ້າກິນ
ເພື່ອປ້ອງກັນການຂາດແຄນເຂົ້າກິນໃນຕໍ່ໜ້າ
ພ້ອມທັງ ຫ້າມເດັດຂາດບໍ່ໃຫ້ສົ່ງເຂົ້າກິນອອກຕ່າງປະເທດຢ່າງຊະຊາຍຄືທີ່ຜ່ານມາ,
ເພາະເຫັນວ່າຈະເປັນສາເຫດ ຂອງການຂາດແຄນເຂົ້າກິນຕາມມາພາຍຫຼັງ
ທັງຈະສົ່ງຜົນກະທົບດ້ານລາຄາ ແລະ
ຄວາມຕ້ອງການຂອງສັງຄົມ.
ອີກດ້ານໜຶ່ງ ແມ່ນເນື່ອງຈາກສະພາບການຜະລິດເຂົ້າຂອງປະເທດເພື່ອນມິດໃກ້ຄຽງຕົກຕ່ຳເຊັ່ນ:
ໄທ ແລະ ຫວຽດນາມ ຊຶ່ງໄດ້ມີມາດຕະການຫ້າມສົ່ງອອກ
ເຊັ່ນກັນ.
ທ່ານ ດຣ ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງ
ອຸດສາຫະກຳ ແລະ ການຄ້າ ໄດ້ເນັ້ນໜັກໃຫ້ເກັບກຳ
ລາຄາເຂົ້າທຸກປະເພດ(ເຂົ້າເປືອກ,
ເຂົ້າສານ, ເຂົ້າຈ້າວ, ເຂົ້າໜ້ຽວ)
ທີ່ປະກົດຕົວໃນທ້ອງຕະຫລາດຕົວຈິງ ຂອງແຕ່ລະທ້ອງຖິ່ນໃຫ້ລະອຽດ,
ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ,
ໂດຍຂໍທິດຊີ້ນຳຈາກເຈົ້າແຂວງ, ເພື່ອວາງມາດຕະການ
ແລະ ເຜີຍແຜ່ຂໍ້ມູນຂ່າວສານ ເຖິງຜູ້ຜະລິດ
ແລະ ຊາວຄ້າຂາຍໃຫ້ເອົາໃຈໃສ່ເປັນເຈົ້າການ
ຊ່ວຍກັນ; ບໍ່ໃຫ້ສວຍໃຊ້ສະຖານະການປັນປ່ວນກັກຕຸນ
ແລະ ເກງກຳໄລໂດຍພະລະການຢ່າງເດັດຂາດ,
ໃຫ້ລົງຕິດຕາມຢ່າງໃກ້ຊິດຕໍ່ເນື່ອງເປັນປະຈຳ
ເພື່ອບໍ່ໃຫ້ມີຊ່ອງຫວ່າງໃນການສ້າງພາບພົດອັນບໍ່ດີ
ແລະ ເພື່ອປັນປ່ວນສັງຄົມໃຫ້ມີຄວາມວຸ້ນວາຍຈາກກຸ່ມຄົນບໍ່ດີ.
ທີ່ສຳຄັນໃຫ້ມີການສົມທຽບໃສ່ແຜນດຸນດ່ຽງເຂົ້າກິນທີ່ມີແລ້ວເຊັ່ນ:
ການສະໜອງ ແລະ ຄວາມຕ້ອງການຂາດ
ຫຼືບໍ່ພໍເທົ່າໃດແທ້,
ໃນກໍລະນີທີ່ບໍ່ພໍກິນ, ຈະມີແຜນຮອງຮັບແນວໃດ,
ເອົາຈາກແຫຼ່ງໃດມາດຸນ ດ່ຽງ ແລະ ແຊກແຊງ
ລາຄາ, ເພື່ອກຳນົດລາຄາຂາຍໃຫ້ສົມເຫດສົມຜົນ,
ກໍລະນີທີ່ແຂວງໃດເຫຼືອກິນ ຈະມີແຜນສະສົມໄວ້ຫຼືເອົາດຸນ
ໃຫ້ແຂວງອື່ນແນວໃດ, ບົນພື້ນຖານລາຄາທີ່ເປັນທຳ
ແລະ ສົມເຫດສົມຜົນ.
ຢ່າງໃດກໍຕາມ, ປະຈຸບັນ ສິນຄ້າຫລາຍປະເພດໄດ້ມີການເໜັງຕີງຢ່າງຮ້າຍແຮງ
ໃນນີ້ລາຄາເຂົ້າໃນທ້ອງຕະຫລາດ ຫລາຍແຫ່ງໄດ້ມີການເພີ່ມຂຶ້ນ
ແລະ ມີທ່າອຽງຈະເພີ່ມຂຶ້ນຕະຫລອດລະດູຝົນປີນີ້.
ສຳລັບເຂົ້າສານໜຽວໄດ້ເພີ່ມ
ຂຶ້ນຈາກ 5.000 ເປັນ 6.000 ຫລີ 7.000 ກີບ/ກິໂລ,
ສ່ວນເຂົ້າຈ້າວໄດ້ເພີ່ມຂຶ້ນຈາກ 6.000
ເປັນ 8.000
ຫລື 9.000 ກີບ/ກິໂລ.
*
ຄັດຈາກ: ຫນັງສືພິມຂ່າວສານປະເທດລາວ, ສະບັບວັນທີ
12-05-2008 |