|

ວັນທີ
10/3/2008
ທີ່ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີພິທີໄຂກອງປະຊຸມກ່ຽວກັບການສ້າງນະໂຍບາຍ
ພັດທະນາເດັກກ່ອນໄວຮຽນແບບຮອບດ້ານໃນ ສປປ ລາວ
ຂຶ້ນ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີຜູ້ແທນ
60
ທ່ານ
ຊຶ່ງແມ່ນຜູ້ທີ່ມາຈາກເປົ້າຫມາຍຂັ້ນຫົວຫນ້າກົມ,
ຮອງກົມ,
ພະແນກວິຊາການຈາກ
15
ພາກສ່ວນພາຍໃນ ແລະ ຕ່າງປະເທດ ໂດຍການເປັນປະທານຂອງທ່ານນາງ
ແສງເດືອນ ຫລ້າຈັນທະບູນ
ລັດຖະມົນຕີຊ່ວຍວ່າການກະຊວງ
ສຶກສາທິການ.
ຈຸດປະສົງຕົ້ນຕໍຂອງກອງປະຊຸມແມ່ນ: ເພື່ອສ້າງນະໂຍບາຍກ່ຽວກັບການພັດທະນາເດັກກ່ອນໄວຮຽນແບບຮອບດ້ານ
ຊຶ່ງສາມາດຈັດຕັ້ງປະຕິບັດໂດຍຜູ້ຮ່ວມງານຂອງລັດ,
ອົງການຈັດຕັ້ງສາກົນ,
ຜູ້ໃຫ້ທຶນ,
ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບ
ລັດຖະບານ ແລະ ອົງການຈັດຕັ້ງຕ່າງໆ ເພື່ອຮັບປະກັນໃຫ້ເດັກມີຄຸນນະພາບຊີວິດທີ່ດີນັບແຕ່ມື້ເກີດ
ໂດຍຜ່ານບັນດາ
ໂຄງການ ແລະ
ການບໍລິການແກ່ເດັກກ່ອນໄວຮຽນທີ່ມີຄຸນນະພາບ.ໃນປີ
2002
ເຖິງ
2006
ກົມສາມັນສຶກສາ ໄດ້ຮ່ວມກັບອົງການ
UNICEF
ໃນການປະຕິບັດໂຄງການພັດທະນາເດັກກ່ອນໄວຮຽນໃນໂຮງຮຽນ
ແລະ ອາໄສຊຸມຊົນ
ເປັນພື້ນຖານ,
ຊຶ່ງເປົ້າຫມາຍ
1
ຂອງການປະຕິບັດໂຄງການແມ່ນ:
ພັດທະນານະໂຍບາຍກ່ຽວກັບການພັດທະນາເດັກ
ກ່ອນໄວຮຽນ ແລະ
ສ້າງແຜນພັດທະນາການສຶກສາກ່ອນໄວຮຽນໄລຍະຍາວ.
ໃນໄລຍະປະຕິບັດໂຄງການນັ້ນການພັດທະນານະໂຍບາຍພັດທະນາເດັກກ່ອນໄວຮຽນເປັນພຽງລະດົມແນວຄວາມຄິດ,
ຊອກຫາຫລັກຖານຄວາມຕ້ອງການ ແລະ
ຈຳເປັນທີ່ຊັດເຈນ ເພື່ອເຂົ້າຮ່ວມຂະບວນການປະເມີນເຄິ່ງທົດສະວັດຂອງ
ການປະຕິບັດແຜນງານແຫ່ງຊາດ,
ການສຶກສາເພື່ອທຸກຄົນ.ມາເຖິງຕົ້ນປີ
2007
ອົງການ
UNESCO
ແລະ ອົງການ
UNICEF
ໄດ້ສ້າງໂຄງການທົບທວນຄືນກ່ຽວກັບນະໂຍບາຍພັດທະນາເດັກກ່ອນໄວຮຽນ
ໃນລະດັບພາກພື້ນອາຊຽນ ໂດຍມີເປົ້າຫມາຍເພື່ອໃຫ້ການສະຫນັບສະຫນູນ
ແລະ
ຊ່ວຍເຫລືອບັນດາປະເທດຕ່າງໆເພື່ອບັນລຸເປົ້າຫມາຍທີ
1
ຂອງ
ການສຶກສາເພື່ອທຸກຄົນ,
ກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ
4
ວັນ
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
13-03-2008 |