|

ໃຜໆກໍຮູ້ດີວ່າ ປັດຈຸບັນເຕັກໂນໂລຊີຂໍ້ມູນຂ່າວສານ ແມ່ນກ້າວໄກທັນສະໄຫມທີ່ສຸດ ເຖິງຂັ້ນບໍ່ມີພົມແດນພຸ້ນລະ!
ເຕັກໂນໂລຊີທັນສະໄຫມ ຄົນເຮົາກໍທັນສະໄໝຄວບຄູ່ກັນໄປ ສະນັ້ນ ໃນສະພາບປັດຈຸບັນ ຈຶ່ງຮຽກຮ້ອງໃຫ້
ໝົດທຸກຄົນຕ້ອງໄດ້ເພີ່ມທະວີການສຶກສາຄົ້ນຄວ້າຮ່ຳຮຽນເປັນປະຈຳ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາ
ມາດໃຫ້ທຽມທັນກັບໂລກແຫ່ງຂໍ້ມູນຂ່າວສານ... ຖ້າບໍ່ເຊັ່ນນັ້ນ ກໍຍາກຫລາຍຕໍ່ກັບການດຳລົງຊີວິດ ການທຳມາຫາ
ກິນ ໂດຍສະເພາະແມ່ນຄົນທີ່ອາໄສໃນຕົວເມືອງໃຫຍ່ໆ ແລະ ບາງເທື່ອບາງທີກໍອາດຕົກເປັນເຫຍື່ອຂອງຄົນສະຫຼາດ
ກໍເປັນໄດ້.
ກໍລະນີເງິນປອມຈຳນວນ 500 ໂດລາ ປ່ຽນເອົາເງິນກີບຈຳນວນ 2 ແສນກີບ ເຊິ່ງບັນຫານີ້ໄດ້ເກີດຂຶ້ນກັບ
ປະຊາຊົນບ້ານນາຄູນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເມື່ອບໍ່ດົນຜ່ານມາ ລາຍລະອຽດວຽງຈັນໃຫມ່ ໄດ້
ລົງພິມໄປແລ້ວໃນວັນທີ 13/6/2008 ເຊິ່ງບັນຫານີ້ ຊີ້ໃຫ້ເຫັນສອງແງ່ແຕກຕ່າງກັນ ຄື: ແງ່ທຳອິດແມ່ນຍ້ອນຄວາມບໍ່
ຮູ້ເທົ່າເຖິງການ ບວກກັບຄວາມຢາກໄດ້ແມ່ນພໍໆກັນ ສ່ວນອີກແງ່ຫນຶ່ງ ຖືວ່າແມ່ນມີຄວາມໂຈ່ງແຈ້ງທີ່ສຸດໃນການ
ເຈດຕະນາຕົ້ມຕຸນ ຫລອກລວງ ໃນລັກສະນະມີການວາງແຜນມາຄັກແນ່... ນອກຈາກກໍລະນີດັ່ງກ່າວແລ້ວ ໄທເຮົາ
ເຈົ້າຂ້ອຍກໍໄດ້ຍິນກັນເລື້ອຍໆ ໄລຍະຜ່ານມາ ເອົາຄຳປອມປ່ຽນເອົາຄຳແທ້ ຂໍຢືມລົດແລ້ວເອົາໄປເລີຍ ຂໍຢືມໂທລະສັບ
ມືຖືແລ້ວເອົາໄປເລີຍ ຂໍຢືມເງິນໄດ້ຊ່ຳຂໍໄດ້ລ້າ ແລະ ອື່ນໆ.
ເຄີຍໄດ້ຍິນຄຳເວົ້ານີ້ບໍ່ວ່າ ຄວາມສັດຊື່ ແລະ ເປັນທຳບໍ່ມີໃນຝູງໂຈນ ສະນັ້ນ ບັນຫາທີ່ກ່າວມາຂ້າງເທິງດັ່ງ
ກ່າວ ລ້ວນແຕ່ແມ່ນການກະທຳທີ່ອັນຕະລາຍຕໍ່ພົນລະເມືອງ ແລະ ກະໂຕໂຈນເອງ ແລະ ສິ່ງເຫລົ່ານັ້ນມັນກໍບໍ່ໄດ້ຢູ່
ໄກຕົວຂອງເຮົາ ກົງກັນຂ້າມ ມັນຫາກຕິດຕ້ອຍຫ້ອຍຕາມເຮົາຕະຫລອດເວລາ ຖ້າຫາກເຮົາເອງຂາດສະຕິ ສະນັ້ນ
ອັນສະຕິນີ້ລະ ຈຶ່ງແມ່ນເພື່ອນທີ່ສັດຊື່ທີ່ສຸດສຳລັບເຮົາ ເພາະກຸ່ມຄົນບໍ່ດີ ຫລື ໂຈນ ເວລາໃດຈິດໃຈຂອງມັນກໍມົວມອງ
ຫວັງຢາກໄດ້ຂອງເພື່ອນມາເປັນຂອງຕົນ ໂດຍບໍ່ຢາກອອກແຮງງານ ສະນັ້ນ ຈຶ່ງຄົ້ນຄວ້າຫາແຕ່ເລ່ຫລ່ຽມເພື່ອຕົ້ນຕຸນ
ຫລອກລວງ ທຳຮ້າຍ ຂ້າເຈົ້າເອົາຂອງ ງັດແງະ ບາງກໍລະນີລັກຢູ່ບ່ອນອື່ນບໍ່ໄດ້ ກໍລັກຊັບສິນມີຄ່າລາຄາພາຍໃນເຮືອນ
ຕົວເອງ ເພາະຄວາມຊົ່ວມັນກາຍສັນດານ ເລີຍເປັນສັນດອນ.
ເຖິງແນວໃດກໍຕາມ ທຸກໆປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ແລະ ອາດຈະເກີດຂຶ້ນ ຕົ້ນຕໍແມ່ນມາຈາກສະຕິຂອງຫມົດ
ທຸກຄົນ ເຊັ່ນ: ສະຕິລະວັງຕົວ ສະຕິຕໍ່ການຈັດຕັ້ງ ສະຕິຄວາມຮັບຜິດຊອບຕໍ່ຫນ້າ ທີ່ວຽກງານ ຄອບຄົວ ລູກເຕົ້າ
ສະຕິເຄົາລົບລະບຽບກົດຫມາຍ ແລະ ອື່ນໆ ສະຕິອື່ນໆ ສະນັ້ນ ຈົ່ງພ້ອມກັນມີສະຕິແລ້ວ ບັນຫາຈະຫລຸດຫນ້ອຍ
ຖອຍລົງ... ຫາກບໍ່ເຊື່ອໃຫ້ລອງປະຕິບັດເບິ່ງເນີ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
28-01-2008 |