|
ການສຳຫລວດອອກແບບ ໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງ ຕາມແລວເສດຖະກິດເຫນືອ-ໃຕ້ ແຫ່ງທີ 4
ຊຶ່ງເຊື່ອມຕໍ່ລະຫວ່າງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກັບອຳເພີຊຽງຂອງ ຈັງຫວັດຊຽງລາຍ ລາຊະອານາຈັກໄທ ໄດ້ເລີ່ມ
ມາແຕ່ຕົ້ນປີ 2008 ມາຮອດປັດຈຸບັນແມ່ນສຳເລັດແລ້ວ 100% ມາໃນວັນທີ 13 ມິຖຸນາ 2008 ຢູ່ທີ່ພະແນກໂຍທາທິການ
ແລະ ຂົນສົ່ງແຂວງບໍ່ແກ້ວ ທາງຜູ້ຮັບຜິດຊອບການອອກແບບ ໄດ້ຜ່ານແບບໂຄງສ້າງລະອຽດຂອງຂົວ ຕໍ່ຜູ້ຮັບຜິດຊອບໂຄງ
ການ.
ຕາມການລາຍງານຂອງຜູ້ຮັບຜິດຊອບ ການອອກແບບໂຄງສ້າງຂອງຂົວນ້ຳຂອງ ແຫ່ງທີ 4 ນີ້ ປະກອບດ້ວຍ
ການອອກແບບຂົວ ການອອກແບບເສັ້ນທາງ ອອກແບບສະຖານທີ່ຮັບຜູ້ໂດຍສານ ດ່ານກວດກາເຄື່ອງບ່ອນຈອດລົດບັນ
ທຸກບ່ອນຈອດລົດບໍລິການ ແລະ ອື່ນໆ ຜ່ານການສຳຫລວດ ແລະ ຕົກລົງໃນກອງປະຊຸມ 4 ຝ່າຍເມື່ອບໍ່ດົນຜ່ານມາ ໃຫ້ຮູ້
ວ່າ ຂົວແຫ່ງນີ້ມີຈຸດເລີ່ມຕົ້ນການກໍ່ສ້າງທີ່ກິໂລແມັດທີ 4+800 ຫາກິໂລແມັດທີ 5+200 ຄວາມຍາວຂອງໄລຍະເສົາ 110
ແມັດມີ 3 ຊ່ອງໄລຍະ ຍົກລະດັບສູງ 15 ມີຈຳນວນຕໍມໍ 4 ມໍຕໍ ລວມຄວາມຍາວຂອງຂົວທັງຫມົດ 480 ແມັດ ປະກອບ
ດ້ວຍສອງຊ່ອງທາງຈະລາຈອນ ທີ່ມີຄວາມກວ້າງ 3,50 ແມັດ ມີທາງຍ່າງກວ້າງ 1,25 ແມັດ ລວມຄວາມກວ້າງຂອງຂົວ
ທັງຫມົດ 14,70 ແມັດ ພາຍຫລັງທີ່ສຳເລັດການສຳຫລວດອອກແບບໂຄງສ້າງແລ້ວ ທາງຜູ້ຮັບຜິດຊອບການກໍ່ສ້າງຈະ
ເລີ່ມລົງມືໃນໄວໆນີ້
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
20-06-2008 |