ບັນດາເພື່ອນຜູ້ອ່ານຄົງຊາບດີ
ໂດຍສະເພາະຊາວນະຄອນຫລວງວຽງຈັນ
ວ່າງານບຸນຊ່ວງເຮືອປະຈຳປີ 2005
ທີ່ທ່າວັດຈັນ ເມືອງຈັນທະບູລີ,
ນະຄອນຫລວງວຽງຈັນ ມ່ວນຊື່ນ ຄຶກຄື້ນປານໃດ....
ໂດຍສະເພາະປີນີ້
ຕ້ອງຍົກນີ້ວໂປ້ໃຫ້ຄະນະກຳມະການຈັດງານແຂ່ງເຮືອວ່າທຸກພາກສ່ວນ
ແມ່ນເຂັ້ມງວດກວດຂັນ ແລະ ເດັດຂາດຕໍ່ກະຕິກາ,
ສະນັ້ນ
ຈຶ່ງເຮັດໃຫ້ງານແຂ່ງຂັນສຳເລັດຕາມຈຸດປະສົງລະດັບຄາດໝາຍ.
|
 |
ງານແຂ່ງເຮືອຕາມເວລາທາງການ ເລີ່ມເວລາ: 8:00
ໂມງ ແລະ ປິດລົງ 17:00 ໂມງ ເຖິງແມ່ນຈະເກີນເວລາທາງການກຳນົດໄວ້ເລັກນ້ອຍ
ແຕ່ກໍຢູ່ໃນເກນຄວາມພໍໃຈທຸກຝ່າຍບໍ່ວ່າຈະເປັນຄະນະກຳມະການຈັດງານບຸນ
ສີພາຍ ມວນຊົນ ອັນນັ້ນໄດ້ສ່ອງແສງໃຫ້ເຫັນວ່າ
ຊາວນະຄອນ
ຫລວງວຽງຈັນ ແມ່ນພ້ອມກັນສາມັກຄີສືບສານປະເພນີ
ງານບຸນຊ່ວງເຮືອດ້ວຍຄວາມຮັບຜິດຊອບ. ໃນຕາມຄວາມຈິງແລ້ວ
ງານຊ່ວງເຮືອປີນີ້
ມີເຮືອເຂົ້າຮ່ວມທັງຫມົດ 24 ລຳ, ໃນນັ້ນ ເຮືອຊາຍປະເພນີ 11
ລຳ, ເຮືອສູດຊາຍ 9 ລຳ ແລະ ເຮືອຍິງ 4 ລຳ, ໃນນັ້ນ
ຮອບທຳອິດແມ່ນ
ຈັດໃຫ້ມີການແຂ່ງຂັນພົບກັນຫມົດ ໃນແຕ່ລະສາຍແລ້ວ
ນັບຄະແນນ ລຳໃດຊະນະໄດ້ 3 ຄະແນນ, ສະເຫມີໄດ້
1 ຄະແນນ ແລະ ເສຍໄດ້
ສູນ (0), ຄະແນນ ເຊິ່ງການຄັດເລືອກ
(ຍົກເວັ້ນເຮືອເພດຍິງ) ແມ່ນເອົາລຳຊະນະເລີດ ຂອງແຕ່ລະສາຍເຂົ້າຮອບ ແລ້ວມາແຂ່ງຂັນແບບປັດ
ເຂ່ຍ
(ເສຍຄັດອອກ) ສະນັ້ນ
ຈຶ່ງມີຜົນການແຂ່ງຂັນມີດັ່ງນີ້:
ເຮືອບ້ານທາດຫລວງ ຄອງຊະນະເລີດຂັນຫມູນວຽນ ປະຈຳປີ ທ່າວັດຈັນ.
ເຮືອສູດຊາຍຊະນະເລີດ ຄືເຮືອບ້ານໂຄກຊາຍ, ຮອງຊະນະເລີດເຮືອບ້ານສີຖານໃຕ້, ທີ 3 ເຮືອທ່າພະ
ແລະ ທີ 4 ເຮືອບ້ານຖິ່ນເພຍ ປະເພດເຮືອປະເພນີ
ຊະນະເລີດແມ່ນເຮືອບ້ານທາດຫລວງ I ຫລື ເອີ້ນວ່າ:
"ເຮືອນ້ອຍອິດທິລິດ, ທີສອງ ແມ່ນເຮືອບ້ານທາດຫລວງ
II, ທີ 3 ເຮືອບ້ານໂພນໂຮງ ແລະ ທີ 4 ແມ່ນເຮືອບ້ານລິ່ງຊັນ,
ສ່ວນປະເພຍິງຊະນະເລີດແມ່ນເຮືອບ້ານທ່າພະ,
ຮອງຊະນະເລີດເຮືອບ້ານໂພນໂຮງ, ທີ 3
ບ້ານຫາດກ້ຽງ ແລະ ທີ 4 ແມ່ນເຮືອຫາດຊາຍຟອງເຫນືອ.
ສ່ວນລາງວັນທີ່ຊະນະເລີດ ຮອງຊະນະເລີດ ແຕ່ລະປະເພດມີດັ່ງນີ້:
- ລາງວັນທີ 1 ໄດ້ຮັບຂັນເງິນ 1 ກິໂລ
ພ້ອມເງິນສົດ 5.000.000 ກີບ.
- ລາງວັນທີ 2 ໄດ້ຮັບຂັນເງິນ 1 ກິໂລ
ພ້ອມເງິນສົດ 3.000.000 ກີບ
- ລາງວັນທີ 3 ໄດ້ຮັບເງິນສົດ 4.000.000 ກີບ
- ລາງວັນທີ 4 ໄດ້ຮັບເງິນສົດ 3.000.000 ກີບ
- ລາງວັນຊົມເຊີຍ (ນອນທ່າ) ລຳລະ 2.000.000
ກີບ
*
ຄັດຈາກ: ຫນັງສືພິມວຽງຈັນໃຫມ່ ສະບັບວັນທີ
20-10-2005
ເບິ່ງພາບບັນຍາກາດໃນງານບຸນ>> |