|

ກອງປະຊຸມຊ່ຽວຊານດ້ານນະໂຍບາຍປ່າໄມ້ ຂອງປະເທດສະມາຊິກອາຊຽນ ແລະ ສາກົນ ຊຶ່ງແມ່ນກົມປ່າໄມ້
ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບກຽດເປັນເຈົ້າພາບ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ພຶດສະພາ 2008 ນີ້ຢູ່ທີ່ໂຮງແຮມ
ດອນຈັນພາເລດ ໂດຍເປັນປະທານຂອງທ່ານ ດຣ. ສີລາວັນ ສະຫວັດວົງ ຫົວຫນ້າກົມປ່າໄມ້ ຊຶ່ງມີຜູ້ແທນຈາກບັນດາປະ
ເທດສະມາຊິກອາຊຽນ ຜູ້ຊ່ຽວຊານທີ່ປຶກສາດ້ານນະໂຍບາຍປ່າໄມ້ ຈາກອົງການຈັດຕັ້ງສາກົນ ກອງເລຂາອາຊຽນ ແລະ
ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈະດຳເນີນໄປເປັນເວລາ 2 ວັນ (ວັນທີ 29-30 ພຶດສະພາ 2008) ຊຶ່ງຜູ້ເຂົ້າຮ່ວມ ຈະໄດ້
ເລັ່ງໃສ່ປຶກສາຫາລື ຄົ້ນຄວ້າ ແລະ ກຳນົດຫລັກການບາງເນື້ອໃນສຳຄັນເຊັ່ນ: ຄົ້ນຄວ້າ ແລະ ຖອດຖອນບົດຮຽນກ່ຽວກັບ
ການພັດທະນານະໂຍບາຍ ທີ່ເຮັດການຄຸ້ມຄອງປ່າໄມ້ມີຄວາມຍືນຍົງໃນລະດັບປະເທດ ແລະ ລະດັບຂົງເຂດ ຄົ້ນຄວ້າ
ແລະ ປັບປຸງແຜນດຳເນີນງານ ກ່ຽວກັບສ້າງຄວາມເຂັ້ມແຂງໃນຂົງເຂດການຄຸ້ມຄອງ ແລະ ການບັງຄັບໃຊ້ກົດຫມາຍປ່າ
ໄມ້ຂອງບັນດາປະເທດສະມາຊິກອາຊຽນ ການເຊື່ອມໂຍງມາດຖານ ແລະ ຕົວຊີ້ບອກການຄຸ້ມຄອງປ່າໄມ້ແບບຍືນນານ
ຂອງອາຊຽນ (Criteria and Indicator) ກັບນະໂຍບາຍສາກົນ ສ້າງລະບົບກົນໄກການລາຍງານ ການກວດກາຕິດຕາມ
ແລະ ການປະເມີນຜົນການຄຸ້ມຄອງປ່າໄມ້ແບບຍືນນານ ຂອງສະມາຊິກອາຊຽນ ປຶກສາຫາລືການສະເຫນີໂຄງການກ່ຽວ
ກັບການຫລຸດຜ່ອນມົນລະພິດ ອັນເນື່ອງມາຈາກການທຳລາຍປ່າໄມ້ ແລະ ການຊຸດໂຊມຂອງປ່າໄມ້ ຊຶ່ງພົວພັນກັບບັນ
ຫາໂລກຮ້ອນໃນປັດຈຸບັນ ແລະ ບັນຫາສຳຄັນອື່ນໆອີກ ຊຶ່ງຜົນຂອງກອງປະຊຸມຄັ້ງນີ້ ຈະນຳໄປສະເຫນີຕໍ່ກອງປະຊຸມອາ
ວຸໂສປ່າໄມ້ອາຊຽນ ທີ່ຈະຈັດຂຶ້ນທີ່ປະເທດມາເລເຊຍ ໃນທ້າຍປີ 2008 ແລະ ຈະສະເຫນີຕໍ່ກອງປະຊຸມລັດຖະມົນຕີກະສິ
ກຳ ແລະ ປ່າໄມ້ຂອງປະເທດສະມາຊິກອາຊຽນ ເພື່ອຮັບຮອງເອົາສຳລັບ ສປປ ລາວ ກໍຈະມີຄວາມກຽມພ້ອມ ເປັນຕົ້ນ
ແມ່ນນະໂຍບາຍການຄຸ້ມຄອງປ່າໄມ້ ໃນຍຸດທະສາດປ່າໄມ້ຂອງລັດຖະບານ ຮອດປີ 2020 ໂດຍສະເພາະໃນມະຕິກອງປະ
ຊຸມໃຫຍ່ ຄັ້ງທີ VIII ຂອງພັກ ໂດຍມີເປົ້າຫມາຍເພີ່ມຄວາມປົກຫຸ້ມ ຂອງເນື້ອທີ່ປ່າໄມ້ທົ່ວປະເທດ ໃຫ້ໄດ້ 53% ດ້ວຍການ
ປົກປັກຮັກສາປ່າໄມ້ທີ່ມີຢູ່ໃນປັດຈຸບັນ ຟື້ນຟູປ່າໄມ້ໃຫ້ໄດ້ 2.550.000 ເຮັກຕາ ຊຶ່ງບັນຫານີ້ ກະຊວງກະສິກຳ ແລະ ປ່າໄມ້
ໄດ້ຫັນການຄຸ້ມຄອງປ່າໄມ້ໄປຕາມ 3 ລະບົບປະເພດປ່າຄື: ປ່າປ້ອງກັນ ປ່າສະຫງວນ ແລະ ປ່າຜະລິດ ຊຶ່ງໄດ້ມີນິຕິກຳລະ
ບົບການຄຸ້ມຄອງກົດຫມາຍ ແລະ ຄຳສັ່ງຄົບຊຸດ ແຕ່ເຖິງຢ່າງໃດກໍຕາມ ພວກເຮົາຍັງຈະຕ້ອງເຄົາລົບ ແລະ ມີຄວາມເຂັ້ມ
ງວດໃນການຈັດຕັ້ງປະຕິບັດລະບຽບກົດຫມາຍດັ່ງກ່າວ ເປັນຕົ້ນແມ່ນການນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ການເຊົ່າ ແລະ
ສຳປະທານທີ່ດິນປ່າໄມ້ ການຫັນປ່ຽນທີ່ດິນປ່າໄມ້ ສ້າງສະຕິໃຫ້ປວງຊົນຮັກປ່າ ແລະ ມີສ່ວນຮ່ວມ ໃນການປົກປັກຮັກສາ
ປ່າໄມ້.
ນອກນີ້ຍັງຕ້ອງຮ່ວມມືກັບປະເທດເພື່ອນບ້ານ ບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນເພື່ອດຶງ
ດູດການຊ່ວຍເຫລືອບໍ່ວ່າດ້ານເຕັກໂນໂລຊີ ຄວາມສາມາດ ແລະ ທຶນຮອນ ທັ້ງນີ້ກໍເພື່ອເຮັດໃຫ້ວຽກງານຄຸ້ມຄອງປົກປັກ
ຮັກສາປ່າໄມ້ມີຄວາມຍືນນານຂຶ້ນເລື້ອຍໆ.
*
ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ
5-06-2008 |