ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ເລີ່ມພັດ​ທະ​ນາ​ນິ​ຄົມ​ອຸດ​ສາ​ຫະ​ກຳ ແລະ ​ການ​ຄ້າ ເສດຖະກິດຕາເວັນອອກ-ຕົກ

ໂດຍ​ປະ​ຕິ​ບັດ​ຕາມ​ໃບ​ມອບ​ສິດ​ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່ງ ສ​ປ​ປ ລາວ ສະ​ບັ​ບ​ເລກ​ທີ 32/ນຍ, ລົງວັນ​ທີ 12 ກຸມ​ພາ 2008 ມາ​ໃນ​ຕອນ​ຄ່ຳ​ວັນ​ທີ 24 ກຸມ​ພາ 2008 ທີ່​ສະ​ໂມ​ສອນຫ້ອງວ່າ​ການ​ປົກ​ຄອງ​ແຂວງ​ສະ​ຫວັນ​ນະ​ເຂດ ໄດ້​ຈັດ​ໃຫ້​ມີ​ພິ​ທີ ​ເຊັນ​ສັນ​ຍາພັດ​ທະ​ນາ​ນິ​ຄົມ​ອຸດ​ສາ​ຫະ​ກຳ ແລະ​ ການ​ຄ້າ ລະ​ຫວ່າງ​ ລັດ​ຖະ​ບານ​ແຫ່ງ ສ​ປ​ປ ລາວ ແລະ ​ບໍ​ລິ​ສັດ Pacifica Streams Development Sdn.Bhd ຮ່ວມ​ລົງ​​ນາມ​ຕາງ​ໜ້າ​ຝ່າຍ​ລັດ​ຖະ​ບານ​ລາວ​ ໂດຍ​ແມ່ນ​ທ່ານ ບົວ​ຄ​ຳ ສີ​ສຸ​ລາດ, ຜູ້​ວ່າ​ການ​ເຂດເສດ​ຖະ​ກິດ​ພິ​ເສດ​ສະ​ຫວັນ-​ເຊ​ໂນ ແລະ​ຕາງ ໜ້າ​ໃຫ້​ບໍ​ລິ​ສັດ Pacifica Streams Development Sdn.Bhd ໂດຍ​ທ່ານ Wai Kok, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ Pacifica Streams Development Sdn.Bhd ໂດຍການ​ເຂົ້າຮ່ວມເປັນ​ສັດ​ຂີ​ພິ​ຍານຂອງ ​ທ່ານ ສົມ​ສະ​ຫວາດ​ ເລັ່ງ​ສະ​ຫວັດ,​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ທັງ​ເປັນ​ຜູ້​ຊີ້ນຳ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສະ​ຫວັນ-​ເຊ​ໂນ, ທ່ານ ດ​ຣ. ຈະ​ເລີນ ເຢຍ​ປາວ​ເຮີ, ລັດ​ຖະ​ມົນ​ຕ​ີ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ, ທ່ານ ວິ​ໄລ​ວັນ ພົມ​ເຂ, ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ,​ ຮອງ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ, ເຈົ້າ​ເມືອງ, ຫົວ​ໜ້າ​ພະ​ແນກ​ການ​ອ້ອມ​ຂ້າງ​ແຂວງ ແລະ​ ພະ​ນັກ​ງານ​ວິ​ຊາ​ການ​ທັງ​ສອງ​ ຝ່າຍ​.

ເນື້ອໃນຂອງ​ສັນ​ຍາ​ສະ​ບັບ​ນີ້​ ລະບຸວ່າ: ທັງ​ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ພັດ​ທະ​ນານິ​ຄົມ​ອຸດ​ສາ​ຫະ​ກຳ​ ແລະ​ການ​ຄ້າ​ໃນ​​ເນື້ອ​ທີ່ 211 ເຮັກ​ຕາ ຢູ່​ຕາມ​ແລວ​ທາງ​ເຊື່ອມ​ຕໍ່ແລວ​ເສດ​ຖະ​ກິດ​ ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ, ບໍ​ລິ​ເວນ​ຫຼັກ 10 ເສັ້ນ​ທາງ​ເລກ 9, ບ້ານ​ໜອງ​ເດີ່ນ ​ເມືອງ​ໄກ​ສອນ ​ພົມ​ວິ​ຫານ ແຂວງ​ສະ​ຫວັນ​ນະ​ເຂ​ດ ໃຫ້​ເປັນ​ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ ແລະ​ ການ​ຄ້າ ເພື່ອ​ຮອງ​ຮັບ​ການ​ລົງ​ທຶນ​ຈາກ​ພາຍ​ໃນ ແລະ​ ຕ່າງ​ປະ​ເທດ​ ເປັນ​ຕົ້ນ​ແມ່ນ: ຂະ​ແໜງ​ອຸດ​ສາ​ຫະ​ກຳປະ​ກອບ​ມີ ໂຮງ​ງານ ​ຜະ​ລິດແຜ່ນ​ແພ, ເກີບ, ເຄື່ອງ​ນຸ່ງ​ຫົ່ມ, ພ​ລາ​ສະ​ຕິກ ແລະ ​ຊິ້ນ​ສ່ວນເອ​ເລັກ​ໂຕ​ຣ​ນິກ ຫລື IT ; ຂະ​ແໜງ​ການ​ຄ້າ ປະ​ກອບ​ມີ: ຮ້ານ​ຄ້າ​ຍ່ອຍ, ສູນ​ການ​ຄ້າ ແລະ ​ຕຶກ​ອາ​ຄານ​ຕ່າງໆ​ ທີ່​ກ່ຽວ​ຂ້ອງ​ກັບ​ການ​ຄ້າ ແລະ ຂະ​ແໜງ​ບໍ​ລິ​ການມີ: ໂຮງ​ຮຽນ, ໂຮງ​ໝໍ, ໂຮງ​ແຮມ ແລະ ​ອື່ນໆ.

ໂຄງ​ການ​ດັ່ງ​ກ່າວ ຈະ​ພັດ​ທະ​ນາ​ບົນ​ພື້ນ​ຖານ​ຫຼັກ​ການ ການ​ກໍ່​ສ້າງ​ດຳ​ເນີນ​ງານ ແລະ​ ມອບ​ໂອນ (BOT) ພາຍ​ໃນ​ກຳ​ນົດ ​ເວ​ລາ 50 ປີ ນັບ​ແຕ່​ມື້​ລົງ​ນາມ​ໃນ​ສັນ​ຍາ​ເປັນ​ຕົ້ນ​ໄປ, ຫຼັງ​ຈາກ​ນັ້ນ​ໂຄງ​ການ​ຈະ​ຖືກມອບ​ໂອນ​ໃຫ້​ລັດ​ຖະ​ບານ​ເປັນ ​ຜູ້​ຄຸ້ມ​ຄອງ ແລະ ​ນຳ​ໃຊ້​ຕໍ່ໄປ.​ ສຳ​ລັບ​ໂຄງ​ການ​ພັດ​ທະ​ນາ​ນິ​ຄົມ​ອຸດ​ສະ​ຫະ​ກຳ ແລະ​ການ​ຄ້າ​ ມີມູນ​ຄ່າ​ການ​ລົງ​ທຶນ​ເບື້ອງ​ ຕົ້ນ​ 13.856.500 ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ລັດ​ຖະ​ບານ​ຖື​ຮຸ້ນ 30% ໂດຍ​ເອົາ​ສິດ​ນຳ​ໃຊ້​ທີ່​ດິນ​ປະ​ກອບ​ເປັນ​ຮຸ້ນ ແລະ​ ບໍ​ລິ​ສັດ​ຖື​ຮຸ້ນ 70% ປະ​ກອບ​ຮຸ້ນ​ໂດຍ​ເງິນ​ສົດ ແລະ​ ຊັບ​ສິນ. ການ​ພັດ​ທະ​ນາ​ນິ​ຄົ​ມ​ອຸດ​ສາ​ຫະ​ກຳ ແລະ​ ການ​ຄ້າ ແຫ່ງ​ ນີ້​ ຈະ​ສາ​ມາດ​ຕອບ​ສະ​ໜອງວຽກ​ເຮັດ​ງານ​ທຳ​ ໃຫ້​ແກ່​ປະ​ຊາ​ຊົນ​ລາວ ກໍ​ຄື ປະຊາຊົນ​ແຂວງ​ສະ​ຫວັນ​ນະ​ເຂດ​ໄດ້​ຫຼາຍກວ່າ 30.000 ຄົນ.

* ຄັດຈາກ: ຫນັງສືພິມປະຊາຊົນ, ສະບັບວັນທີ 28-02-2008

 
 

2003-2008 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4