|

ກອງປະຊຸມ ວຽກງານ ຖະແຫຼງຂ່າວ-ວັດທະນະທຳ
ແຂວງ ຫຼວງພະບາງ ປະຈຳປີ 2007-2008
ໄດ້ໄຂຂຶ້ນແຕ່ ວັນທີ່ 25-27 ມີນາ 2008
ທີ່ຫໍປະຊຸມພູສີ ເມືອງຫຼວງພະບາງ ເມືອງມໍລະດົກໂລກ
ພາຍໃຕ້ການເປັນປະທານ ຂອງທ່ານ ອ່ອນຈັນ
ສຸວັນນະລິດ ກຳມະການພັກແຂວງ, ຫົວໜ້າ
ພະແນກຖະແຫຼງຂ່າວ ແລະ ວັດທະນະທຳ ປະຈຳ
ແຂວງ ຫຼວງພະບາງ. ເປັນກຽດເຂົ້າຮ່ວມຄັ້ງນີ້ມີ
ທ່ານ ໝູນແກ້ວ ອໍລະບູນກຳມະການສູນກາງພັກ,
ລັດຖະມົນຕີວ່າການ
ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ; ທ່ານ
ດຣ. ຄໍາແພງ ໄຊສົມແພງຮອງເຈົ້າແຂວງ ຫຼວງພະບາງ.
ມີ ພະເຖຣະ
ນຸເຖຣະ ຕາງໜ້າອົງການພຸດທະສາດສະໜາສຳພັນແຂວງ,
ຫົວໜ້າກົມມໍລະດົກ, ກົມວັດທະນະທຳ, ຕາງໜ້າພະແນກ
ການທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ທ່ານເຈົ້າເມືອງ
11 ເມືອງ ແລະ ພະນັກງານທີ່ເຮັດວຽກຕົວຈິງ
ໃນຂົງເຂດຖະແຫຼງຂ່າວ ແລະ ວັດທະນະທຳ
ຈາກ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ອ້ອມຂ້າງແຂວງ ແລະ ບັນດາເມືອງ ເຂົ້າຮ່ວມ
66 ທ່ານ ຍິງ 5 ທ່ານ.
ກອງປະຊຸມໄດ້ທົບທວນຄືນ ການຈັດຕັ້ງປະຕິບັດວຽກງານ
ຖະແຫຼງຂ່າວ ແລະ ວັດທະນະທຳ ໃນຊຸມປີຜ່ານມາ
ແລະ ທິດທາງການເຄື່ອນໄຫວໃນປີຕໍ່ໜ້າ.
ພ້ອມກັນນັ້ນ ຍັງໄດ້ຕິດຕາມ ການປະກອບຄຳຄິດຄຳເຫັນຂອງບັນດາ
ພະແນກການ, ບັນດາເມືອງ ແລະ ຂະແໜງການອ້ອມຂ້າງພະແນກ
ຢ່າງມີຄວາມຮັບຜິດຊອບສູງ. ວຽກງານຖະແຫຼງຂ່າວ
ແລະ ວັດທະນະທຳ ຢູ່ແຂວງຫຼວງພະບາງໄດ້ມີບາດກ້າວພົ້ນເດັ່ນຂຶ້ນ
ເປັນຕົ້ນແມ່ນການຂະຫຍາຍຕົວຂອງສື່ມວນຊົນ
ເຊັ່ນ: ໜັງສືພິມ, ວິທະຍຸ,ໂທລະພາບ ແມ່ນໄດ້ສະໜອງຂໍ້ມູນຂ່າວສານສາລະໜ້າຮູ້
ແລະ ຄວາມບັນເທີງ ພ້ອມທັງນຳເອົາ
ແນວທາງ ນະໂຍບາຍຂອງພັກ ລະບຽບກົດໝາຍ ຂອງລັດລົງສູ່ປະຊາຊົນ
ມີລັກສະນະກວ້າງຂວາງ ວ່ອງໄວ ແຫຼມຄົມຂຶ້ນ
ກວ່າເກົ່າ ຊຶ່ງໄດ້ເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກະຕຸກຊຸກຍູ້
ແກ້ໄຂບັນຫາຢູ່ໃນສັງຄົມ ແລະ ສ້າງຄວາມ
ເປັນເອກະພາບທາງດ້ານການເມືອງ;
ຊີວິດວັດທະນະທຳ ໄດ້ຮັບການພັດທະນາ ແລະຄອງຕົວໄປພ້ອມກັບການຂະຫຍາຍ
ຕົວທາງດ້ານເສດຖະກິດ.
ໂດຍສະເພາະແມ່ນການປົກປັກຮັກສາ ແລະ ພັດທະນາມໍລະດົກ ວັດທະນະທຳທາງດ້ານວັດຖຸ
ແລະ ວັດທະນະທຳ
ທາງດ້ານຈິດໃຈ ໃຫ້ຄົງຄຸນຄ່າຢູ່ຄູ່ກັບຊາວຫຼວງພະບາງ
ຕະຫຼອດໄປ. ທັດຈາກດ້ານດີແລ້ວ ກໍຍັງມີຂໍ້ຂາດຕົກບົກຜ່ອງ
ເປັນຕົ້ນແມ່ນ ຄຸນນະພາບການສະໜອງຂໍ້ມູນຂ່າວສານໃຫ້ແກ່ສັງຄົມ
ຍັງບໍ່ທັນອຸດົມສົມບູນ ເຈາະເລິກເຖິງທາດແທ້ຂອງ
ບັນຫາ ແລະ ຫຼາຍຮູບແບບ ວິທີການ; ຄວາມເປັນເຈົ້າຂອງສັງຄົມ
ໃນການອະນຸລັກມໍລະດົກວັດທະນະທຳຍັງບໍ່ທັນໄດ້
ດີ, ຂະບວນການສ້າງຊີວິດວັດທະນະທຳຢູ່ບາງເມືອງ
ຍັງບໍ່ທັນແຂງແຮງ.
ແຜນການສູ້ຊົນ ວຽກງານສື່ມວນຊົນ ແມ່ນຈະຫັນປ່ຽນໄປສູ່ຄຸນນະພາບໃໝ່
ທາງດ້ານວັດຖຸ ເຕັກນິກ ແລະ
ບຸກຄະລະກອນ, ປັບປຸງລະບົບເຕັກນິກດ້ານການກະຈ່າຍສຽງ
ແລະ ການແຜ່ພາບ ໃຫ້ສັດເຈນ ຈະແຈ້ງກວ່າເກົ່າ;
ປັບປຸງເນື້ອໃນລາຍການໃຫ້ມີສີສັນ, ແຫຼມຄົມ
ແລະ ວ່ອງໄວ, ເພີ່ມຈຳນວນໃນລາຍການ
ແລະ ເວລາອອກອາກາດ
ຂອງວິທະຍຸ ແລະ ໂທລະພາບ, ພ້ອມທັງເພີ່ມການພິມຈຳໜ່າຍປະເພດສື່ສິ່ງພິມ
ເຊັ່ນ: ໜັງສືພິມ ຫຼວງພະບາງ ແລະ
ວາລະສານ ປະເພດຕ່າງໆ ເພື່ອແນ່ໃສ່ສະໜອງຂໍ້ມູນ
ຂ່າວສານ, ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງ
ລັດ, ສາລະໜ້າຮູ້ ແລະ ຄວາມບັນເທີງ
ໃຫ້ແກ່ປະຊາຊົນບັນດາເຜົ່າ;
ເອົາໃຈໃສ່ ສຸກຍູ້ ສົງເສີມ ຂະບວນການເຄື່ອນ
ໄຫວ ກິດຈະກຳວັດທະນະທຳ ການເຮັດບຸນສິນກິນທານອັນດັ້ງເດີມ
ແລະ ບຸນປະເພນີຂອງບັນດາເຜົ່າ, ເວົ້າລວມ
ແມ່ນສ້າງຊີວິດວັດທະນະທຳຢູ່ທ້ອງຖິ່ນຮາກຖານໃຫ້ໄດ້ເມືອງໜຶ່ງ
2 ບ້ານຕໍ່ປີ ໂດຍຕິດພັນກັບຂະບວນການລົງຮາກຖານ
ການສ້າງກຸ່ມບ້ານພັດທະນາ; ຄຸ້ມຄອງຜູ້ປະກອບການທຸລະກິດທີ່ພົວພັນວັດທະນະທຳໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບ
ການ, ສົງເສີມຫົວຄິດປະດິດສ້າງ ສີໄມ້ລາຍມືອັນປານີດ
ໃນການຜະລິດວັດຖຸສິນລະປະ ສະຖາປັດຕະຍະກຳ,
ປົກປັກ
ຮັກສາ ແລະ ບູລະນະ ບູຮານວັດຖຸ ບູຮານສະຖານ
ວັດວາອາຮາມ ໃຫ້ຄົງຄຸນຄ່າ ແລະ ມີຄວາມເຫຼື້ອມໃສຢ່າງຈິງຈັງ.
ພ້ອມນັ້ນຍັງຮຽກຮ້ອງ ການມີສ່ວນຮ່ວມ
ຈາກທຸກພາກສ່ວນໃນສັງຄົມ ໂດຍການເປັນເຈົ້າການ
ຂອງພະນັກງານ
ຜູ້ເຮັດວຽກຕົວຈິງ ໃນຂົງເຂດຖະແຫຼງຂ່າວ
ແລະ ວັດທະນະທຳ, ເພີ່ມທະວີຄວາມຮັບຜິດຊອບ
ເຮັດໜ້າທີ່ວິຊາສະເພາະ
ຢ່າງຕັ້ງໜ້າ ເພື່ອນຳພາວຽກງານຖະແຫຼງຂ່າວ
ແລະ ວັດທະນະທຳ ຢູ່ແຂວງຫຼວງພະບາງ
ໃຫ້ມີປັດໄຈໃໝ່ເກີດຂຶ້ນໃນ
ຊຸມປີຕໍ່ໜ້າ.
ຕອນທ້າຍ ກອງປະຊຸມຍັງໄດ້ເປັນກຽດ
ຮັບຟັງການໂອ້ລົມ ຂອງທ່ານ ໝູນແກ້ວ
ອໍລະບູນ ກຳມະການສູນກາງ
ພັກ, ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ
ແລະ ວັດທະນະທຳ; ບົດໂອ້ລົມຂອງທ່ານ ດຣ.ຄຳແພງ
ໄຊສົມແພງ ຮອງເຈົ້າແຂວງ ຫຼວງພະບາງ
ຊຶ່ງເປັນທິດຊີ້ນຳທີ່ສຳຄັນ ໃຫ້ແກ່ການພັດທະນາ
ໃນຂົງເຂດ ຖະແຫຼງຂ່າວ
ແລະ ວັດທະນະທຳ ຢູ່ແຂວງຫຼວງພະບາງ ພ້ອມທັງ
ມອບໃບຍ້ອງຍໍໃຫ້ບາງບັນດາເມືອງ ແລະ
ພະແນກການອ້ອມຂ້າງ
ແຂວງ ທີ່ດີເດັ່ນໃນການສົ່ງຂໍ້ມູນຂ່າວສານ
ແລະ ການສ້າງບ້ານວັດທະນະທຳ
*
ຈາກ: ນັກຂ່າວ ປກສ ແຂວງຫຼວງພະບາງ, ສົມບູນ ແສງມົງ, ວັນທີ
31-03-2008 |