ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ກອງປະຊຸມປະຈຳປີຂອງວຽກງານທະນາຄານທົ່ວປະເທດ

ກອງປະຊຸມວຽກງານທະນາຄານທົ່ວປະເທດ ປະຈຳປີ 2007 ໄດ້ຈັດຂຶ້ນໃນວັນທີ 28 ເມສາ 2008 ທີ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານຂອງທ່ານ ພູເພັດ ຄຳພູນວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີຄະນະຜູ້ວ່າການ, ຄະນະກົມ, ຫົວຫນ້າພະແນກການ ແລະ ວິຊາການຂັ້ນສູງຂອງທະນາຄານແຫ່ງ ສປປ ລາວ; ຮອງເຈົ້າແຂວງຜູ້ຊີ້ນຳ ວຽກງານເສດຖະກິດຈາກທຸກແຂວງໃນທົ່ວປະເທດ; ລັດຖະມົນຕີຊ່ວຍວ່າການຈາກກະຊວງ ແລະ ຜູ້ຕາງຫນ້າຈາກ ຂະແຫນງການຕ່າງໆທີ່ກ່ຽວຂ້ອງ; ປະທານສະພາບໍລິຫານ, ຄະນະອຳນວຍການ, ຫົວຫນ້າສາຂາທະນາຄານທຸລະກິດ ຂອງລັດທົ່ວປະເທດ, ຜູ້ຕາງຫນ້າຝ່າຍລາວຂອງທະນາຄານຮຸ້ນສ່ວນເຂົ້າຮ່ວມ.ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປ ເປັນເວລາ 2 ວັນ ເຊິ່ງກອງປະຊຸມຈະໄດ້ທົບທວນຄືນການຈັດຕັ້ງປະຕິບັດວຽກງານທະນາຄານຮອບດ້ານໃນປີ 2007 ແລະ ກຳນົດທິດທາງແຜນການປີ 2008; ຕີລາຄາສະພາບການຄຸ້ມຄອງເງິນຕາຕ່າງປະເທດ, ສົ່ງເສີມການນຳໃຊ້ ເງິນກີບ ແລະ ການຊຳລະໂດຍບໍ່ໃຊ້ເງິນສົດປີ 2007 ແລະ ແຜນການປີ 2008; ສະເຫນີນະໂຍບາຍສິນເຊື່ອເພື່ອຊຸກຍູ້ ການຜະລິດສິນຄ້າ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ນະໂຍບາຍສິນເຊື່ອເພື່ອພັດທະນາພື້ນຖານໂຄງລ່າງ ທີ່ຈຳເປັນ. ກອງປະຊຸມໄດ້ຕີລາຄາຜົນສຳເລັດຂອງການເຄື່ອນໄຫວ

ວຽກງານທະນາຄານໃນປີ 2007 ຊຶ່ງມີອັນພົ້ນເດັ່ນຫລາຍດ້ານປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ເສດຖະກິດມະຫາພາກ ເປັນຕົ້ນແມ່ນການຮັກສາສະຖຽນລະພາບຂອງຄ່າເງິນກີບຕໍ່ພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ອັດຕາເງິນເຟີ້ຂອງປີ 2007 ຢູ່ໃນລະດັບຕຳ່ 4,51%; ອັດຕາແລກປ່ຽນມີຄວາມສະຫງົບ ເງິນກີບມີທ່າອ່ຽງ ແຂງຄ່າຂຶ້ນທຽບກັບເງິນໂດລາ  ການຄຸ້ມຄອງເງິນຕາຕ່າງປະເທດເຂົ້າສູ່ລະບຽບການ ແລະ ມີລັກສະນະລວມສູນ ກວ່າເກົ່າ; ທະນາຄານສາມາດຕອບສະຫນອງຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງສັງຄົມ ໄດ້ໃນລະດັບ ທີ່ແນ່ນອນ ສາມາດເປີດກວ້າງການແລກປ່ຽນເງິນຕາຕ່າງປະເທດໃຫ້ແກ່ສັງຄົມ; ຊຸກຍູ້ສົ່ງເສີມການນຳໃຊ້ເງິນກີບຢ່າງ ເປັນຂະບວນກວ້າງຂວາງ. ການຄຸ້ມຄອງທະນາຄານທຸລະກິດ ແລະ ສະຖາບັນການເງິນກໍ່ມີອັນຫັນປ່ຽນທີ່ຕັ້ງຫນ້າ, ທະນາຄານທຸລະກິດໄດ້ມີການເຕີບໃຫຍ່ຂະຫຍາຍຕົວ, ທະນາຄານທຸລະກິດຂອງເອກະຊົນໄດ້ຮັບອະນຸຍາດສ້າງຕັ້ງຂຶ້ນ ໃຫມ່ຫນຶ່ງແຫ່ງ, ສ້າງຕັ້ງທະນາຄານນະໂຍບາຍ ເພື່ອປະຕິບັດສິນເຊື່ອໃຫ້ແກ່ແນວທາງຂອງລັດຖະບານຫນຶ່ງແຫ່ງ, ອະນຸຍາດໃຫ້ເອກະຊົນຄົ້ນຄວ້າສ້າງຕັ້ງສາຂາທະນາຄານຕ່າງປະເທດຂຶ້ນຕື່ມຈຳນວນຫນຶ່ງ ແລະ ອະນຸຍາດໃຫ້ ທະນາຄານທຸລະກິດຂະຫຍາຍສາຂາຈຳນວນຫນຶ່ງ,ການບໍລິການຂອງທະນາຄານໄດ້ຮັບການປັບປຸງດ້ວຍການປະກອບ ເຄື່ອງມືທີ່ທັນສະໄໝ ລະບົບການໂອນເງິນ ແລະ ການຊຳລະໄດ້ຫັນໄປສູ່ຄວາມເປັນທັນສະໄຫມເທື່ອລະກ້າວ, ໃນປີ 2007 ທົ່ວລະບົບທະນາຄານມີຕູ້ ATM ເຖິງ 55 ຫນ່ວຍ ຊຶ່ງສາມາດຮັບບໍລິການໄດ້ທັງບັດພາຍໃນ ແລະ ສາກົນ. ບັນດາອົງການຈັດຕັ້ງຂອງລັດ, ເອກະຊົນ ແລະ ວິສາຫະກິດຈຳນວນຫນຶ່ງໄດ້ນຳໃຊ້ລະບົບເບີກຈ່າຍເງິນເດືອນ ຜ່ານບັນຊີທະນາຄານ.

ການລະດົມທຶນຂອງທະນາຄານທຸລະກິດເພີ່ມຂຶ້ນ 33%, ການປ່ອຍສິນເຊື່ອເພີ່ມຂຶ້ນ 23%; ຫນີ້ເກີນກຳນົດບ້ວງເກົ່າ ໄດ້ຮັບການແກ້ໄຂ, ຫນີ້ເກີນກຳນົດທີ່ເກີດໃຫມ່ໃນປີ 2007 ສະເລ່ຍທົ່ວລະບົບຕ່ຳກວ່າ 2% ຊຶ່ງຕ່ຳກວ່າແຜນການ ທີ່ຄາດໄວ້ທີ່ 5%. ທັງຫມົດນີ້ເປັນຜົນສຳເລັດທີ່ຕັ້ງຫນ້າໃນການເຄື່ອນໄຫວວຽກງານທະນາຄານໃນປີ 2007 ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດໃຫ້ບັນລຸຜົນລື່ນຄາດຫມາຍ.ນອກຈາກນີ້ ທະນາຄານຍັງໄດ້ກຳນົດ ທິດທາງແຜນການເຄື່ອນໄຫວປີ 2008   ໂດຍແນໃສ່ຮັກສາສະຖຽນລະພາບຂອງຄ່າເງິນກີບໃຫ້ຫນັກແຫນ້ນເຮັດໃຫ້ ຄ່າເງິນກີບມີຄວາມຢືດຢຸ່ນທຽບກັບສະກຸນເງິນຂອງປະເທດຄູ່ຄ້າຂອງລາວ, ສົ່ງເສີມທະນາຄານທຸລະກິດໃຫ້ເຕີບໃຫຍ່ ຂະຫຍາຍຕົວ ແລະ ມີການແຂ່ງຂັນສູງຂຶ້ນ ເພື່ອສ້າງທາງເລືອກທີ່ດີໃຫ້ແກ່ຜູ້ບໍລິການ ແລະ ສ້າງເງື່ອນໄຂທີ່ຈຳເປັນ ໃຫ້ແກ່ການສ້າງຕັ້ງຕະຫລາດຫລັກຊັບຢູ່ລາວພາຍໃນປີ 2010.

* ຄັດຈາກ: ຫນັງສືພິມວຽງປະຊາຊົນ, ສະບັບວັນທີ 29-04-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564