|

ໃນຕອນເຊົ້າວັນທີ 7 ມິຖຸນາ 2008, ບໍລິສັດ
ປະກັນໄພ ແຫ່ງ ປະເທດລາວ
ຮ່ວມກັບກະຊວງການເງິນ ໄດ້ຈັດຂະບວນ
ການອອກແຮງງານ ເພື່ອສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ
ປະຈຳປີ 2008 (ວັນທີ 5 ມິຖຸນາ)
ໂດຍການຮ່ວມມືຄັ້ງນີ້ ມີທ່ານ ຄຳຝັ້ນ
ຂຸນບໍລິນ
ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ແລະ
ທ່ານ ຫໍລະດີ ວໍລະຣາດ ຮອງອຳນວຍການ ບໍລິສັດ
ປະກັນໄພ ແຫ່ງ ປະເທດລາວ ເປັນປະທານ,
ພ້ອມດ້ວຍບັນດາພະນັກງານຂອງ ກະຊວງ ແລະ
ພະນັກງານ ບປລ
ຮ່ວມອະນາໄມທາງຢູ່ຕໍ່ໜ້າກະຊວງການເງິນ
ຕາມຖະໜົນ 23 ສິງຫາ

ງານສະເຫຼີມສະຫຼອງ ເນື່ອງໃນວັນສິ່ງແວດລ້ອມໂລກຄັ້ງນີ້
ໄດ້ສະແດງໃຫ້ເຫຼັນຄວາມພ້ອມພຽງກັນ ໃນການປະຕິບັດ
ຄຳຮຽກຮ້ອງຂອງສະຫະປະຊາຊາດ ກໍຄືຂອງລັດຖະບານ
ສປປ ລາວ ກ່ຽວກັບການແກ້ໄຂສິ່ງທ້າທາຍ
ດ້ານສິ່ງແວດ ລ້ອມຂອງທຳມະຊາດ ໃນພາກຕົວຈິງ
ແລະ ສະແດງໃຫ້ເຫັນເຖິງບົດບາດຂອງບໍລິສັດ
ປະກັນໄພ ແຫ່ງ ປະເທດລາວ ໃນການປະກອບສ່ວນປົກປັກຮັກສາ
ສິ່ງແວດລ້ອມຂອງຊາດ ແລະ ຂອງໂລກ.
ການຈັດຂະບວນການອອກແຮງງານຄັ້ງນີ້ ເປັນພຽງໜື່ງຂະບວນການເພື່ອຕອບສະໜອງນະໂຍບາຍການຮັກສາ
ສິ່ງແວດລ້ອມ ດັ່ງຄຳຂັວນທີ່ວ່າ:
1. ພ້ອມກັນຫັນປ່ຽນພຶດຕິກຳ ເພື່ອຫຼຸດຜ່ອນການປ່ອຍທາດອາຍກາກໂບນິກ
2. ພ້ອມກັນປົກປັກຮັກສາສິ່ງແວດລ້ອມ
ດ້ວຍການປູກຕົ້ນໄມ້
3. ຫຼຸດການນຳໃຊ້ຖົງຢາປາສະຕິກໃນ ສປປ ລາວ
ແລະ ນະຄອນຫຼວງວຽງຈັນ
4. ໃຫ້ຖືເອົາຂະບວນການສຸຂະອະນາໄມ
ຂະບວນນ້ຳສະອາດ ແລະ
ຂະບວນສ້າງເມືອງສີຂຽວຂື້ນ
*
ຂ່າວຈາກ: ບປລ, ວັນທີ
20-06-2008 |