|

ທີ 8 ກຸມພາ 2008 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບກຽດເປັນເຈົ້າພາບ ຮ່ວມກັບກອງເລຂາ
AMEICC (AEM-METI Economic Industry Cooperation Committee) ຈັດກອງປະຊຸມຂຶ້ນໃນຫົວຂໍ້ "ຍຸດທະສາດ
ການພັດທະນາຂອງ ສປປ ລາວ ການເຊື່ອມໂຍງເສດຖະກິດອາຊຽນ/ອາຊີຕາເວັນອອກ ແລະ ນະໂຍບາຍການພັດທະນາ
ເຂດເສດຖະກິດພິເສດ" ຫລື "Development Strategy of Lao PDR; ASEAN/East Asian Economic Integra-
tion and SEZs Policy" ໄດ້ຈັດຂຶ້ນທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ.

ກອງປະຊຸມຄັ້ງນີ້ ແມ່ນສືບຕໍ່ຜັນຂະຫຍາຍຜົນຂອງການພົບປະລະຫວ່າງ ລັດຖະມົນຕີວ່າການກະຊວງອຸດສາ
ຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ກັບຜູ້ຕາງຫນ້າອົງການ JODC ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລະດັບລັດ
ຖະມົນຕີການຄ້າ 3 ຝ່າຍ ລາວ-ໄທ-ຫວຽດນາມ ໃນຄັ້ງວັນທີ 26 ທັນວາ 2007 ຜ່ານມາ ທີ່ແຂວງສະຫວັນນະເຂດ ຈະໄດ້
ປຶກສາຫາລືກ່ຽວກັບນະໂຍບາຍການພັດທະນາເຂດເສດຖະກິດພິເສດ ແມ່ນປະເດັນທີ່ໄດ້ຜ່ານການເຫັນດີນຳກັນ ໃນກອງ
ປະຊຸມ The 3rd CLMV-Japan Ministers Consultation ໃນເດືອນ 8/2007 ທີ່ປະເທດຟີລິບປິນ ກອງປະຊຸມໃນຄັ້ງນີ້
ຍັງຖືວ່າເປັນສ່ວນຫນຶ່ງຂອງກິດຈະກຳ ຂອງສະຖາບັນຄົ້ນຄວ້າເສດຖະກິດສຳລັບອາຊຽນ ແລະ ອາຊີຕາເວັນອອກ ທີ່ຈະ
ຖືກສ້າງຕັ້ງຂຶ້ນໃນຕໍ່ຫນ້າ.
ກອງປະຊຸມໃນຄັ້ງນີ້ ແມ່ນຈະໄດ້ລະດົມແນວຄວາມຄິດໃນການຄົ້ນຄວ້າ-ວິໄຈ ດ້ານຍຸດທະສາດການພັດທະ
ນາເສດຖະກິດຂອງ ສປປ ລາວ ສ້າງຂະບວນການເຊື່ອມໂຍງເສດຖະກິດ ສປປ ລາວ ເຂົ້າກັບສາກົນ ແລະ ຄົ້ນຄວ້າການ
ພັດທະນາເຂດເສດຖະກິດພິເສດຂອງ ສປປ ລາວ ຈຶ່ງເຫັນມີຄວາມຈຳເປັນຈະຕ້ອງໄດ້ໂຄສະນາເຜີຍແຜ່ໃນລວງກວ້າງເພື່ອ
ດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດ.
ເປັນກຽດກ່າວເປີດກອງປະຊຸມສຳມະນາໃນເທື່ອນີ້ ໂດຍແມ່ນພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ
ນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຊຶ່ງມີຜູ້ເຂົ້າຮ່ວມທັງຫມົດຈຳນວນ 100 ທ່ານ ທີ່ມາຈາກບັນດາກະຊວງ
ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນຄົ້ນຄວ້າ-ວິໄຈທີ່ກ່ຽວຂ້ອງໃນ ສປປ ລາວ ໂດຍມີນັກວິທະຍາກອນທີ່ຊຳນານ
ງານ ແລະ ປະສົບປະການ ມາຈາກຜູ້ຕາງຫນ້າສະຖາບັນຄົ້ນຄວ້າການພັດທະນາເສດຖະກິດຂອງປະເທດຍີ່ປຸ່ນ ແລະ
ບັນດາຜູ້ຊ່ຽວຊານອື່ນໆ
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
11-02-2008 |