ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ປກສ ​ແຂວງ ຫຼວງ​ພະ​ບາງ ເປີດການອົບຮົມ ວຽກງານ ຈະລາຈອນ

ຕົ້ນ​ເດືອນ ​ເມສາ 2008 ທີ່ສະໂມສອນ ກອງບັນຊາການ ປກສ ແຂວງ ຫຼວງພະບາງ ​ໄດ້​ເປີດ​ຊຸດ​ອົບ

ຮົມ​ ວຽກ​ງານ​ຈະລາຈອນໃຫ້​ແກ່ ກຳລັງ​ອ້ອມ​ຂ້າງ​ ກອງ​ບັນຊາ​ການ ປກສ ​ແຂວງ ຈຳນວນ 40 ກວ່າ ສະຫາຍ ທີ່​ຈະ​ລົງ​ຊ່ວຍ​ ພະ​ແນ​ກຈະລາຈອນ ​ແລະ ມອດ​ໄຟ ​ເພື່ອ​ປະຕິບັດ​ຕາມ​ໂຄງການ ຫຼຸດຜ່ອນ​ ສະພາບ​ອຸປະຕິ​ເຫດ​ບົນ​ທ້ອງ​ຖະໜົນຫຼວງ ​ໃນ​ເທດສະບານ ​ເມືອງ​ຫຼວງ​ພະ​ບາງ ໂດຍການເປັນປະທານ ຂອງ​ທ່ານ ພັນ​ເອກ ສົມ​ຈັນ ແກ້ວ​ຈັນ​ດາ ຮອງ​ກອງ​ບັນຊາ​ການ ປກສ ​ແຂວງ ຫຼວງ​ພະ​ບາງ, ມີ​ບັນດາ ຫົວໜ້າ​ຫ້ອງ, ຄະນະ ຫ້ອງ​ຕຳຫຼວດ, ພະນັກ​ງານ​ຫຼັກ​ແຫຼ່ງ ອ້ອມ​ຂ້າງ​ກອງ​ບັນຊາ​ການ ປກສ​ ​ແຂວງ ຫຼວງ​ພະ​ບາງ ​ເຂົ້າ​ຮ່ວມ ຢ່າງ​ພ້ອມພຽງ.

      ການ​ຝຶກ​ອົບຮົມ​ຄັ້ງ​ນີ້ ​ແມ່ນ​ໄດ້​ຮຽນ​ຮູ້​ເຖິງ ກົດ​ລະບຽບ​ການ​ຈະລາຈອນ​ ຕາມ​ທ້ອງ​ຖະໜົນຫຼວງ, ການລະ
ບາຍ​ລົດ ​ໃນ​ສະພາບ​ການ​ສັນຈອນ​ແອ້​ອັດ, ການ​ຕັ້ງ​ຈຸດ​ກວດກາ ການ​ສັນຈອນ ຕາມ​ເສັ້ນທາງຫຼວງ. ພາຍຫຼັງ​ທີ່​ຮ່ຳຮຽນ ​ທິດ​ສະ​ດີ​ແລ້​ວ ​ແມ່ນໄດ້​ລົງ​ພາກ​ປະຕິບັດ​ຕົວ​ຈິງ ​ໃນ​ເທດສະບານ​ເມືອງ​ຫຼວງ​ພະ​ບາງ ​ໃຫ້​ມີ​ຄວາມ​ຊຳນິ​ ຊຳນານ ​ເພື່ອ​ສົມທົບ​ກັບ​ພະ​ແນ​ກ ຈະລາຈອນ ມອດ​ໄຟ ລົງ​ແກ້​ໄຂ ສະພາບ​ການ​ຈະລາຈອນ ຢູ່​ຕົວ​ເມືອງ ຫຼວງ​ພະ​ບາງ ​ໃຫ້​ມີ​ຄວ່ມສະຫງົບ​ຮຽບຮ້ອຍ, ຫຼຸດຜ່ອນ​ບັນຫາ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນຫຼວງ ​ໂດຍ​ຖື​ເອົາ​ ສອງ​ຫຼັກການ ​ເປັນ​ຕົ້ນ​ແມ່ນ: ການ​ສຶກສາ​ອົບຮົມ ​ແລະ ການ​ໃຊ້​ມາດ​ຕະການ​ຕໍ່​ຜູ້​ລະ​ເມີດ​ກົດ​ຈະລາຈອນ.

    ​ເນື່ອງ​ຈາກ ສະພາບອຸປະຕິ​ເຫດ​ຢູ່​ຕາມ​ຖະໜົນຫຼວງ ​ໃນ​ຕົວ​ເມືອງ ຫຼວງ​ພະ​ບາງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຊຶ່ງ​ເນື່ອງ​ມາ​ຈາກ ລົດ​ລາ​ພາຫະນະນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຄົນ​ໃຊ້​ລົດ​ໃຊ້​ຖະໜົນ​ສ່ວນ​ຫຼວງ​ຫຼາຍ ບໍ່​ຄ່ອຍ​ຈະ​ປະຕິບັດ​ກົດ​ລະບຽບ​ການ​ຈະລາຈອນ, ຜູ້​ຂັບ​ຂີ່​ລົດຈັກບໍ່​ເອົາ​ໃຈ​ໃສ່​ໃນ​ການ​ຖື​ໝວກ​ກັນ​ກະທົບ, ​ແລ່ນ​ລົດ​ໄວ​ເກີນ​ຂອບ​ເຂດ, ບໍ່​ຜ່ອນ​ພັນ​ປ່ອຍ​ສິດ​ໃຫ້​ກັນ​ແລະ​ ກັນ
ດື່ມ​ສິ່ງ​ມຶນ​ເມົາ ​ແລ້ວ​ຂັບ​ຂີ່​ພາຫະນະ ຈິ່ງ​ເປັນ​ຕົ້ນ​ເຫດ​ ພາ​ໃຫ້​ເກີດ​ອຸປະຕິ​ເຫດ​ຂຶ້ນ​ເລື້ອຍໆ ​ເຮັດ​ໃຫ້​ເສຍ​ຫາຍ​ ເຖິງ
ຊີວິດ ຊັບ​ສິນ ​ເງິນ​ຄຳ ​ເສຍ​ເວລາ​ໃນ​ການ​ທຳ​ມາ​ຫາ​ກິນ. ສ່ວນ​ຫຼວງ​ຫຼາຍ ​ແມ່ນ​ເກີດ​ຂຶ້ນກັບ​ພວກ​ໄວ​ໜຸ່ມ ​ໄວ​ຄະນອງ ນັກຮຽນ ນັກ​ສຶກສາ ທີ່​ມີ​ຈິດ​ໃຈຮ້ອນ​ຫົນ​ຟ້າວ​ຟັງ. ດັ່ງ​ນັ້ນ ກອງ​ບັນຊາ​ການ ປກສ ​ແຂວງ ຫຼວງ​ພະ​ບາງ ຈິ່ງ​ເຫັນ​ຄວາມ​
ສຳຄັນ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ບັນຫາ​ດັ່ງກ່າວ ຈິ່ງ​ໄດ້​ຈັດ​ຕັ້ງ ​ໂຄງການ​ຫຼຸ​ກຜ່ອນ​ອຸປະຕິ​ເຫດຕາມ​ທ້ອງຖະໜົນຫຼວງ​ຂຶ້ນ ​ແລະ ຈັດ​ແບ່ງ​ເອົາ​ກຳລັງ ປ້ອງ​ກັນ​ຄວາມ​ສະຫງົບ​ລົງ​ປະຕິບັດ​ໂຄງການ​ນີ້​ຢ່າງ​ຕໍ່​ເນື່ອງ ​ຈົນ​ກວ່າຈະ​ມີ​ຄວາມ​ສະຫງົບ​ຮຽບຮ້ອຍ​
ຕາມ​ທ້ອງ​ຖະໜົນຫຼວງ​ໃນ​ເທດສະບານ​ເມືອງ​ຫຼວງ​ພະ​ບາງ.

      ການ​ຝຶກ​ອົບຮົມ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາສາມ​ວັນ ​ແລະ ສຳ​ເລັດ​ລົງ​ເປັນ​ທີ່​ຮຽບຮ້ອຍ, ພ້ອມ​​ໄດ້​ລົງ​ສູ່​ປະຕິ
ບັດ​ຕົວ​ຈິງ ນັບ​ແຕ່ ວັນ​ຈັນ, ວັນ​ທີ່ 7 ​ເມສາ 2008 ​ເປັນ​ຕົ້ນ​ໄປ.

* ຈາກ: ນັກຂ່າວ ປກສ ແຂວງຫຼວງພະບາງ, ສົມບູນ ແສງມົງ, ວັນທີ 10-04-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564