|
ການສະເຫລີມສະຫລອງ 450 ປີ ແຫ່ງການສ້າງຕັ້ງນະຄອນຫລວງວຽງຈັນ ຢ່າງເປັນທາງການ ຈະມີຂຶ້ນລະ
ຫວ່າງເດືອນທັນວາ 2010 ແຕ່ກ່ອນຈະຮອດວັນດັ່ງກ່າວນັ້ນ ອົງຄະນະພັກນະຄອນຫລວງວຽງຈັນ ພ້ອມດ້ວຍຊາວນະຄອນ
ຫລວງວຽງຈັນ ແມ່ນຕ້ອງສຸມໃສ່ຈັດຕັ້ງປະຕິບັດຄາດຫມາຍໃຫມ່ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ ແລະ ມະຕິ
IV ຂອງອົງຄະນະພັກນະຄອນຫລວງວຽງຈັນ ວາງອອກ ໂດຍສະເພາະແມ່ນຈັດຕັ້ງປະຕິບັດ 13 ແຜນງານໃຫຍ່ ແລະ 160
ໂຄງການຈຸດສຸມ ໃຫ້ປະກົດຜົນເປັນຈິງ ໃນນີ້ແມ່ນເນັ້ນໃສ່ 7 ໂຄງການຈຸດສຸມດັ່ງນີ້:
- ໂຄງການທົບທວນປະຫວັດສາດວຽງຈັນ ເຊິ່ງປະກອບມີກິດຈະກຳສຳຄັນຄື: ຄົ້ນຄວ້າ ແລະ ເຜີຍແຜ່ປະຫວັດ
ສາດຂອງນະຄອນຫລວງວຽງຈັນ 3 ຍຸກສະໄຫມ ສັນລະສູດ ແລະ ຈົດທະບຽນວັດຖຸບູຮານ ມໍລະດົກ ມີຊື່ລືນາມບັນທຶກໄວ້
ໃນປຶ້ມປະຫວັດສາດ 450 ປີ (ວັດຖຸບູຮານ ຊັບສິນທາງປັນຍາ ວັດທະນະທຳ ປູຊະນີຍະສະຖານທີ່ເປັນມໍລະດົກ (ພະທາດ
ຫລວງ ວັດພະແກ້ວ ວັດສີສະເກດ...) ທຳມະຊາດທີ່ເປັນມໍລະດົກ (ນ້ຳງື່ມ ນ້ຳຂອງ ພູເຂົາຄວາຍ ພູພະນັງ ປ່າສະຫງວນ
ກຳນົດເຄື່ອງນຸ່ງຂອງຄົນວຽງຈັນ 3 ຍຸກສະໄຫມ ແລະ ອື່ນໆ...
- ໂຄງການປຸກລະດົມຂະບວນການພັດທະນານະຄອນຫລວງວຽງຈັນ ຍຸກໃຫມ່ ເຊິ່ງສຸມໃສ່ກິດຈະກຳສຳຄັນ ຄື:
+ ຂະບວນການປູກຈິດສຳນຶກດ້ານແນວຄິດໃຫ້ຄົນນະຄອນຫລວງ ສຶກສາອົບຮົມມູນເຊື້ອສາມັກຄີປອງດອງ
ຈິດໃຈຮັກຊາດ ມູນເຊື້ອຕໍ່ສູ້ພິລະອາດຫານ ນ້ຳໃຈເອື້ອເຟື້ອເພື່ອແຜ່ ລົບລ້າງແນວຄິດອາຄາດບາດຫມາງເຊິ່ງກັນ ແລະ ກັນ
ທີ່ມີໃນອະດີດ ແລະ ສ້າງແນວຄິດຮັກນະຄອນວຽງຈັນ ຖືນະຄອນວຽງຈັນຄື "ຄວາມພູມໃຈ" ຂອງຄົນລາວທັງຊາດ.
+ ຂະບວນການແຂ່ງຂັນດ້ານຕ່າງໆ ການພັດທະນາເສດຖະກິດ-ສັງຄົມ ການຜະລິດ ທຸລະກິດບໍລິການ ຂະ
ບວນການຫລຸດຜ່ອນຄວາມທຸກຍາກ ດ້ອຍພັດທະນາ ຂະບວນການປະດິດຄິດສ້າງດ້ານວັດທະນະທຳ ສິລະປະ "ອຸທິດແດ່
ວຽງຈັນ 450 ປີ" (ປະກວດນາງງາມວຽງຈັນ 450 ປີ ປະກວດນາງງາມອາພອນຊົງລາວ) (ປະດິດເພງ ລຳ ງານສະແດງ
ສິລະປະ ວັນນະຄະດີ ແລະ ການແຂ່ງຂັນກິລາປະເພດຕ່າງໆ).
+ ຂະບວນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ກໍ່ສ້າງຮາກຖານ
ການເມືອງ ສ້າງບ້ານ ແລະ ກຸ່ມບ້ານພັດທະນາ ແລະ ອື່ນໆ...
+ ຂະບວນການຂົນຂວາຍຄົນລາວ ຢູ່ຕ່າງປະເທດ ດູດດຶງບັນດານະຄອນເພື່ອນມິດມາທ່ອງທ່ຽວ ລົງທຶນຢູ່ວຽງ
ຈັນ "ນະຄອນຫນຶ່ງ ກິດຈະກຳຫນຶ່ງ" ແລະ ອື່ນໆ...
- ໂຄງການສ້າງຫລັກເມືອງ ແລະ ສຳນັກງານປົກຄອງນະຄອນຫລວງວຽງຈັນ ປະກອບມີກິດຈະກຳທີ່ສຳຄັນ
ສະຖານທີ່ຫລັກເມືອງ ບູລະນະກຳແພງເມືອງເກົ່າ ອະນຸສອນສະຖານວຽງຈັນ 450 ປີ ຖະຫນົນ 450 ປີ ຄົ້ນຄວ້າ ແລະ
ກຳນົດສີລາຈາລຶກເມືອງວຽງຈັນ ສຳນັກງານນະຄອນຫລວງ (ສັນຍາລັກ 450 ປີ) ແລະ ອື່ນໆ...
- ໂຄງການປະດັບປະດາຕົວເມືອງ ປະກອບມີກິດຈະກຳຂະຫຍາຍໄຟແສງສະຫວ່າງສາທາລະນະ ສວນສາທາ
ລະນະທາ ສີເຮືອນ ປູກຕົ້ນໄມ້ປະດັບ ປູກຫຍ້າແຄມທາງໃຫຍ່ ຕິດທຸງຊາດ ທຸງພັກ ທຸງທິວ ຄຳຂວັນຕາມເສັ້ນທາງ ສຳນັກ
ງານ ໂຮງຈັກ ໂຮງງານ ສະຖານທີ່ສຳຄັນຕ່າງໆ.
- ໂຄງການກຳນົດຜັງ ແລະ ຮູບຈຳລອງເມືອງວຽງຈັນ ສະບັບທີສາມ ປະກອບມີກິດຈະກຳ: ກຳນົດຜັງເມືອງ
ວຽງຈັນ ສະບັບທີ 3 ໃຫ້ສຳເລັດ ສ້າງຮູບຈຳລອງວຽງຈັນໃຫມ່ ວຽງຈັນສະຕະວັດທີ 21 ປະກວດເຮືອນງາມຊົງລາວ ແລະ
ອື່ນໆ.
- ໂຄງການຈັດງານວາງສະແດງ ປະກອບມີກິດຈະກຳ: ວາງສະແດງກ່ຽວກັບຜັງເມືອງນະຄອນຫລວງວຽງຈັນ
ແລະ ຜັງເມືອງຂອງປະເທດເພື່ອນມິດ ການວາງສະແດງສິນຄ້າ ແລະ ໄຂເທດສະການທ່ອງທ່ຽວວຽງຈັນ 450 ປີ ອື່ນໆ...
- ໂຄງການຈັດງານໂຮມຊຸມນຸມໃຫຍ່ ເພື່ອລະນຶກເຖິງການສ້າງວຽງຈັນ ຄົບຮອບ 450 ປີ ປະກອບມີກິດຈະກຳ
ສະຖານທີ່ຈັດງານ ສະຖານທີ່ພັກເຊົາ ໂຄງປະກອບຂອງຄະນະຜູ້ແທນພາຍໃນ ແລະ ຕ່າງປະເທດ ເວລາຈັດງານ ວາລະ
ແລະ ລາຍການການສະແດງມະຫະກຳສິລະປະ ບົດປາໃສຂອງເຈົ້າຄອງນະຄອນຫລວງວຽງຈັນ ບົດສະດຸດີຂອງປະທານ
ປະເທດ ຫລື ນາຍົກລັດຖະມົນຕີ ການຄົ້ນຄວ້ານຳສະເຫນີລັດຖະບານປະດັບຫລຽນໄຊອິດສະຫລະ ຊັ້ນ I ຫລື ວິລະຊົນ
ແກ່ນະຄອນວຽງຈັນ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
03-03-2008 |