|
ທ່ານ ບຸນມີ ພົມມະວົງ
ຫົວຫນ້າດ່ານພາສີທ່າເດື່ອ ເມືອງຫາດຊາຍຟອງ
ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນ
6
ເດືອນຕົ້ນປີຂອງສົກງົບປະມານ
2007 - 08
ນີ້
ທາງດ່ານສາມາດປະຕິບັດລາຍຮັບເຂົ້າງົບປະມານໄດ້ທັງຫມົດ
1,1
ຕື້ກີບ. ໃນນັ້ນມີລາຍຮັບຈາກພາສີ
475
ລ້ານກວ່າກີບ ແລະ
ລາຍຮັບຈາກອາກອນຂາເຂົ້າຈຳນວນ
648
ລ້ານກີບ ແລະ ເງິນຄ່າທຳນຽມ
ຊຶ່ງເປັນບ້ວງລາຍຮັບຂອງທ້ອງຖິ່ນຈຳນວນ
62
ລ້ານກີບ.
ທ່ານຍັງໃຫ້ຮູ້ຕື່ມວ່າໃນຈຳນວນລາຍຮັບດັ່ງກ່າວເມື່ອທຽບກັບແຜນການ
6
ເດືອນຂອງປີນີ້ ສາມາດປະຕິບັດໄດ້ພຽງແຕ່
28,09%
ແຕ່ເມື່ອທຽບກັບໄລຍະດຽວຂອງສົກປີຜ່ານມາແມ່ນເພີ່ມຂຶ້ນ
11,48%
ຢ່າງໃດກໍ່ຕາມທາງດ່ານກໍ່ຈະພະຍາຍາມ
ຂຸ້ນຂ້ຽວເກັບລາຍຮັບໃນ
6
ເດືອນທ້າຍປີໃຫ້ໄດ້ປະມານ
2,5
ຕື້ກີບ ແລະ ເມື່ອລວມກັບລາຍຮັບ
6
ເດືອນຕົ້ນປີນີ້
ຈະປະຕິບັດ
ແຜນການໃຫ້ໄດ້
90,59%.ສົກປີຜ່ານມາດ່ານທ່າເດື່ອໄດ້ຮັບມອບຫມາຍປະຕິບັດລາຍຮັບ
1,5
ຕື້ກີບ.
*
ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ
28-01-2008 |