ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ຫ້ອງຕຳຫຼວດ ປກສ ແຂວງຫຼວງພະບາງ ສະຫຼຸບສະພາບຮອບດ້ານ 3 ເດືອນຕົ້ນປີ 2008

ໃນຕອນເຊົ້າ, ວັນທີ 7 ກຸມພາ 2008, ທີ່ສະໂມສອນກອງບັນຊາການ ປກສ ແຂວງຫລວງພະບາງ ໄດ້ເປີດກອງປະຊຸມ ສະຫລຸບວຽກງານຮອບດ້ານ 3 ດ້ານ ຕົ້ນປີ 2008 ຂອງຫ້ອງຕຳຫຼວດ ແຂວງຫລວງພະບາງ ໂດຍພາຍໃຕ້ການເປັນ
ປະທານ ຂອງທ່ານ ພັນເອກ ສົມຈັນ ແກ້ວຈັນດາ, ຮອງກອງບັນຊາການ ປກສ ແຂວງຫລວງພະບາງ, ທ່ານພັນໂທ ສົມຈັນ ດວງປະສິດ,​ ຫົວໜ້າຫ້ອງຕຳຫລວດ ແຂວງຫລວງພະບາງ, ມີບັນດາຄະນະຫ້ອງການ, ຄະນະພະແນກ, ຄະນະກອງ,​ ພະນັກງານຫລັກແຫລ່ງ ອ້ອມຂ້າງຫ້ອງຕຳຫຼວດເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນພິທີຄະນະຮັບຜິດຊອບຫ້ອງການຕຳຫຼວດ ໄດ້ຂື້ນກ່າວຜ່ານບົດສະຫລຸບ 3 ເດືອນ ຕົ້ນປີ 2008 ກ່ຽວກັບວຽກງານ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ໃນຂອບເຂດຄວາມຮັບຜິດຊອບຂອງຫ້ອງຕຳຫຼວດ. ຫ້ອງຕຳຫຼວດ ແຂວງຫຼວງພະບາງ ແມ່ນຫ້ອງໜື່ງໃນບັນດາ 7 ຫ້ອງການ ທີ່ຂື້ນກັບກອງບັນຊາການ ປກສ ແຂວງຫຼວງພະບາງ, ໂດຍມີ
ບັນດາພະແນກ ແລະ ກອງຮ້ອຍທີ່ຂື້ນກັບຫ້ອງຕຳຫຼວດ ເຊັ່ນ:​ ກອງຕຳຫຼວດສືບສວຍ-ສອບສວນຄະດີອາຍາ, ກອງຕຳ
ຫຼວດເສດຖະກິດ, ກອງຕຳຫຼວດພິສູດຫຼັກຖານ ເຕັກນິກອາຍາ,​ ກອງຕຳຫຼວດຍຸດຕິທຳ-ຄຸມຂັງດັດສ້າງ, ກອງຕຳຫຼວດ
ປາບປາມຢາເສບຕິດ, ພະແນກຈະລາຈອນ-ມອດໄຟ ແລະ ຫ້ອງການບໍລິຫານ ຫ້ອງຕຳຫຼວດ.

ສະພາບປະກົດການຫຍໍ້ທໍ້ ຂອງສັງຄົມໃນແຂວງຫຼວງພະບາງຜ່ານມາໄດ້ເກີດຂື້ນຢ່າງຕໍ່ເນື່ອງ ສ້າງຜົນກະທົບໃຫ້ແກ່
ສັງຄົມ, ຊຶ່ງແຕະຕ້ອງເຖິງຜົນປະໂຫຍດສ່ວນຕົວກໍຄືສ່ວນລວມ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ດຍມີກຸ່ມຄົນບໍ່ດີຈຳນວນ
ໜື່ງ ໄດ້ເຄື່ອນໄຫວສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຕໍ່ສັງຄົມ ເປັນຕົ້ນແມ່ນບັນດາກຸ່ມແກ໊ງ
ກວນເມືອງ,​ ເຖິງວ່າເຈົ້າໜ້າທີ່ໜ່ວຍງານຮັບຜິດຊອບໄດ້ເອົາໃຈໃສ່ສະກັດກັ້ນ, ກ່າວເຕືອນ ສຶກສາອົບຮົມ ດ້ວຍຫຼາຍ
ຮູບຫຼາຍວິທີການ,​ ແຕ່ພວກເຂົາກໍຊອກຫາທຸກວິທີທາງຂອດຊ່ອງຫວ່າງຂອງເຈົ້າໜ້າທີ່ ເພື່ອເຄື່ອນໄຫວສ້າງຄວາມເນື່ອງ
ນັນໃຫ້ແກ່ງສັງຄົມ

ໂດຍສະເພາະແມ່ນກຸ່ມແກ໊ງຂີ່ລົດໄວ, ດັດແກງສະພາບເຕັກນິກລົດ, ບໍ່ປະຕິບັດຕໍ່ລະບຽບການສັນຈອນ,​ ດື່ມເຫຼົ້າ ເມົາຢາ ອາລະວາດຕີກັນ​, ທ່ຽວເດິກ ຊຶ່ງມັນສະແດງອອກໃນ 3 ເດືອນ ຕົ້ນປີ 2008 ນີ້ ອຸປະຕິເຫດເກີດຂື້ນ 93 ລາຍ, ມີພາຫະນະເປ່ເພເລັກນ້ອຍ 101 ຄັນ, ເປ່ເພສົມຄວນ 51 ຄັນ,​ ໃຊ້ການບໍ່ໄດ້ 3 ຄັນ, ຄົນໄດ້ຮັບບາດເຈັບເລກນ້ອຍ 98 ຄົນ, ບາດເຈັບສົມຄວນ 67 ຄົນ ແລະ ເສຍຊີວິດ 14 ຄົນ.

ສາເຫດທີ່ພາໃຫ້ເກີດອຸປະຕິເຫດ ຍ້ອນດື່ມເຫຼົ້າເມົາ,​ ແລ່ນລົດໄວ, ລ້ຽວບໍ່ຮັບປະກັນ, ບໍ່ປ່ອຍສິດໃຫ້ຜູ້ອື່ນແລ່ນກ່ອນ, ເຕັກນິກບໍ່ຮັບປະກັນ, ແຊງບໍ່ຮັບປະກັນ, ອາຍຸບໍ່ເຖິງກະສຽງ ແລະ ອື່ນໆ.

ອາຊີບ ຜູ້ເຂົ້າຮ່ວມການກະທຳຄວາມຜິດມີ ພະນັກງານ 33 ຄົນ, ທະຫານ 9 ຄົນ, ຕຳຫຼວດ 3 ຄົນ,​ ປະຊາຊົນ 35 ຄົນ, ນັກຮຽນ 61 ຄົນ,​ ກຳມະກອນ 21 ຄົນ,​ ຊາວຄ້າຂາຍ 15 ຄົນ ແລະ ຄົນຕ່າງປະເທດ 7 ຄົນ.

ສ້າງຄວາມເສຍຫາຍໃຫ້ແກ່ສັງຄົມເຖິງ 659 ລ້ານກວ່າກີບ,​ ໃນຈຳນວນຄະດີອຸປະຕິເຫດດັ່ງກ່າວນີ້ ໄດ້ແກ້ໄຂຂັ້ນ
ເຈົ້າໜ້າທີ່ແລ້ວ 75 ລາຍ, ສົ່ງໄອຍະການແຂວງ 2 ລາຍ ແລະ ພວມດຳເນີນ 17 ລາຍ.

ຄະດີອາຍາ ເກີດຂື້ນທັງໝົດ 61 ລາຍ,​ ມີຜູ້ກະທຳຜິດ 79 ຄົນ, ຍິງ 7 ຄົນ, ໃນນັ້ນ ມີຄະດີລັກຊັບພົນລະເມືອງ 33 ລາຍ, ຜູ້ກະທຳຜິດ 42 ຄົນ, ຍິງ 1 ຄົນ,​ ຄະດີທຳຮ້າຍຮ່າງກາຍ 10 ລາຍ, ຜູ້ກະທຳຜິດ 10 ຄົນ, ຍິງ 1 ຄົນ, ຄະດີທຳມິສະຈານ 6 ລາຍ, ຜູ້ກະທຳຜິດ 12 ຄົນ, ຍິງ 6 ຄົນ, ຄະດີຂົ່ມຂຶນທຳສຳເລົາ 1 ລາຍ,​ ຜູ້ກະທຳຜິດ 1 ຄົນ, ຄະດີຄາດຕະກຳ 4 ລາຍ, ຜູ້ກະທຳຜິດ 4 ຄົນ, ທຳລາຍຊັບ 3 ລາຍ, ມີຜູ້ກະທຳຜິດ 4 ຄົນ, ສໍ້ໂກງຊັບພົນລະເມືອງ 14 ລາຍ, ຍິງ 5 ຄົນ, ປຸ້ນຊັບ 1 ລາຍ,​ ຜູ້ກະທຳຜິດ 6 ຄົນ, ຍິງ 5 ຄົນ, ປອງຮ້າຍ 1 ລາຍ,​ ຜູ້ກະທຳຜິດ 1 ຄົນ, ປອມແປງສິນຄ້າ 1 ລາຍ, ຜູ້ກະທຳຜິດ 2 ຄົນ, ເຮັດໃຫ້ຜູ້ອື່ນເສຍຊີວິດ 1 ລາຍ, ຍິງ 1 ຄົນ, ຄ້າມະນຸດ 3 ລາຍ, ຜູ້ກະທຳຜິດ 7 ຄົນ, ຍິງ 2 ຄົນ, ບໍ່ປະຕິບັດຄຳຕັດສິນຂອງສານ 2 ລາຍ,​ ຜູ້ກະທຳຜິດ 3 ຄົນ, ວາງລະເບີດ 1 ລາຍ, ຜູ້ກະທຳຜິດ 4 ຄົນ, ທຳສຳເລົາຍາດໃກ້ສິດ 2 ລາຍ, ຜູ້ກະທຳຜິດ 2 ຄົນ, ຍິງ 2 ຄົນ, ຜົນເສຍຫາຍ ມີຄົນເສຍຊີວິດ 3 ຄົນ, ໄດ້ຮັບບາດເຈັບ 5 ຄົນ, ເງິນກີບທະນາຄານ 352 ລ້ານກວ່າກີບ, ເງິນບາດໄທ 2.358.653 ບາດ, ເງິນໝັນເກົ່າ 3 ໝັນ, ຄຳ 10 ບາດ, ເງິນສຽນ 4 ອັນ, ປອກແຂນທອງ 3 ອັນ, ທອງນາກ 60 ບາດ, ໂທລະສັບມືຖື 6 ໜ່ວຍ, ກ້ອງຖ່າຍຮູບ 1 ໜ່ວຍ, ລົດຈັກ 4 ຄັນ, ງົວ 1 ໂຕ, ຄວາຍ 4 ໂຕ, ໝູ 15 ໂຕ, ດິນ 1 ຕອນ, ເກີບ 2 ເປົາ, ລົດ 10 ລໍ້ 1 ຄັນ, ສາຍໄຟຟ້າ 50 ແມັດ, ກົງເຕີນ້ຳ 8 ໜ່ວຍ, ພະພຸດທະຮູບ 8 ອົງ, ທໍ່ນ້ຳ 5 ເສັ້ນ, ໝໍ້ໄຟ 2 ໜ່ວຍ, ປື້ມຮັບເງິນ 1 ຫົວ, ປັດສະປໍ ລາວ-ໄທ 1 ຊຸດ. ເກັບກູ້ຄືນໄດ້ ຄຳ 2 ບາດ, ເງິນກີບ 750.000 ກີບ, ເງິນບາດ 5.000 ບາດ, ພະພຸດທະຮູບ 8 ອົງ, ເງິນສຽນ 4 ອັນ, ປອກແຂນທອງ 3 ອັນ, ລົດຈັກ 2 ຄັນ, ໂທລະສັບມືຖື 4 ໜ່ວຍ. ໃນນັ້ນໄດ້ແກ້ໄຂຂັ້ນເຈົ້າໜ້າທີ່ 4 ລາຍ, ສົ່ງໄອຍະການ 24 ລາຍ, ພວມດຳເນີນ 46 ລາຍ, ໂຈະການດຳເນີນຄະດີ 2 ລາຍ, ຊັດມ້ຽນ 4 ລາຍ.

ວຽກງານການໂຄສະນາ ແລະ ຈັດລະບຽບການສັນຕອນ ຜ່ານໄລຍະ 3 ເດືອນຕົ້ນປີ 2008 ມີຜູ້ລະເມີດກົດລະບຽບ
ການສັນຈອນລວມ 588 ຄົນ,​ ໃນນັ້ນ ມີພະນັກງານ 54 ຄົນ,​ ປະຊາຊົນ 118 ຄົນ,​ ກຳມະກອນ 90 ຄົນ, ຊາວຄ້າ
ຂາຍ 52 ຄົນ,​ ນັກຮຽນ-ນັກສຶກສາ 274 ຄົນ, ແຍກປະເພດອາຍຸຜະກະທຳຜິດ ຕ່ຳກວ່າ 18 ປີ 151 ຄົນ,​ ອາຍຸ 18-25 ປີ 241 ຄົນ, 26-30 ປີ 79 ຄົນ, ອາຍຸ 31-35 ປີ 43 ຄົນ, ອາຍຸ 36-40 ປີ 30 ຄົນ,​ ອາຍຸ 41-45 ປີ 4 ຄົນ, ອາຍຸ 46 ປີຂື້ນໄປ 4 ຄົນ.

ກໍລະນີຂອງຜູ້ລະເມີດກົດ: ບໍ່ມີໃບຂັບຂີ່ 181 ຄົນ, ບໍ່ຖືໃບຂັບຂີ່ 90 ກໍລະນີ, ບໍ່ຖືເອກະສານລົດ 350 ກໍລະນີ, ດັດແປງ
ສະພາບລົດ 67 ກໍລະນີ, ບໍ່ມີໃບດຳເນີນທຸລະກິດ 6 ກໍລະນີ, ລ່ວງປ້າຍຫ້າມ 250 ກໍລະນີ, ລົບຫຼີກເຈົ້າໜ້າທີ່ 53 ກໍລະນີ, ບໍ່ໃສ່ແວ່ນແຍ່ງຂ້າງ 178 ກໍລະນີ, ບໍ່ມີໃບທະບຽນລົດ 27 ກໍລະນີ,​ ທະບຽນໝົດອາຍຸ 15 ກໍລະນີ, ເຕັກນິກໝົດອາຍຸ 11 ກໍລະນີ, ແລ່ນລົດໄວ 113 ກໍລະນີ, ບໍ່ຕິດປ້າຍ 77 ກໍລະນີ, ລ້ຽວບໍ່ຖືກຕ້ອງ 28 ກໍລະນີ.

ວຽກງານສະກັດກັ້ນ ແລະ ປາບປາມຢາເສບຕິດ ໃນສາມເດືອນຜ່ານມາ ໄດ້ຈັບກຸມແກ໊ງຄ້າຢາເສບຕິດໄດ້ 6 ລາຍ, ມີຕ້ອງຫາ 14 ຄົນ, ຍິງ 2 ຄົນ, ໄດ້ຂອງກາງຢາມ້າ 245 ເມັດ.

ຕອນທ້າຍ ຍັງໄດ້ຮັບຟັງການໂອ້ລົມ ຂອງທ່ານ ພັນເອກ ສົມຈັນ ແກ້ວຈັນດາ ຮອງກອງບັນຊາການ ປກສ ແຂວງ
ຫຼວງພະບາງ, ຊຶ່ງທ່ານໄດ້ເໜັ້ນໜັກໃຫ້ ນາຍ ແລະ ພົນຕຳຫຼວດ ທຸກຖ້ວນໜ້າຈົ່ງເອົາໃຈໃສ່ຕໍ່ໜ້າທີ່ວຽກງານ ວິຊາ
ສະເພາະ ທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້,​ ເອົາໃຈໃສ່ແກ້ໄຂສະພາບພາຍໃນ ແລະ ການເຄື່ອນໄຫວຂອງ
ພວກກຸ່ມຄົນບໍ່ດີ ໃຫ້ວ່ອງໄວທັນເວລາ, ທັງນີ້ ກໍເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ທຸກປະການ.

* ຈາກ: ແຫຼ່ງຂ່າວ ປກສ ຫຼວງພະບາງ, ລາຍງານ ວັນທີ 11-02-2008

 
 

2003-2008 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4