|
ຣີວິວໂທລະສັບ Nokia 6708
Write it the Way
you Like
ໂນເກຍ
6708 ແມ່ນໃຊ້ລະບົບປະຕິບັດການຊິມບ້ຽນ ເວີຣ໌ຊັ່ນ
7.0 UIQ v2.1
ໜ້າຈໍແບບສຳຜັດ ເຊິ່ງຄວບຄຸມການທຳງານດ້ວຍປິກ
ພ້ອມຟັງຊັ່ນທີ່ຊ່ວຍໃນການທຳງານ ແລະ
ຕອບສະຫນອງທາງດ້ານບັນເທິງ ໃນໂຕເຄື່ອງຕິດກ້ອງດິຈິຕອລ
ຄວາມລະອຽດ 1.3 ລ້ານພິກເຊລ ຮອງຮັບການເຊື່ອມຕໍ່ອິນຟຣາເຣດ,
ບລູທູນ ແລະ ສາຍເຄເບີ້ລ
|

ໂຕເຄື່ອງຂະໜາດ:
118 x 52 x 18
ມິລລິແມັດ, ນ້ຳຫນັກ 150g, ໃຊ້ສີເທົາຕັດກັບຟ້າ,
ຫນ້າຈໍສະແດງຜົນຂະຫນາດໃຫຍ່



ທາງຫນ້າ - ເທິງຈໍສະແດງຜົນຂື້ນໄປຈະມີປຸ່ມເປິດ/ມອດເຄື່ອງ, ລຳໂພງ,
ໄຟກະພິບ LED
ຕໍ່ລົງມາຈາກຈໍ່ສະແດງຜົນ ມີປຸ່ມໂທອອກ, ປຸ່ມວາງສາຍ, ປຸ່ມຊອບຄີ
ແລະ ປຸ່ມບີບໂຕເລກ



ທາງຫລັງ - ມູມເທິງເບື້ອງຊ້າຍເປັນຊ່ອງສຽບປິກ ແນມລົງມາເບື້ອງຂວາຈະເປັນລຳໂພງສຽງ,
ແກ້ວ ແລະ ເລນສ໌ກ້ອງດິຈິຕອລ,
ຕໍ່ລົງມາບໍລິເວນທີ່ໃຊ້ສີຟ້າເປັນຝາກອມແບຕເຕີຣ໌ຣີ,
ມີປຸ່ມລ໊ອກທາງລຸ່ມ
ວິທີເອົາຝາຄອບແບຕເຕີຣ໌ຣີອອກໃຫ້ບີບປຸ່ມກົດລ໊ອກ ແລະ ເລື່ອນຝາຫລັງລົງທາງລຸ່ມ
ຈະເຫັນກັບແບຕເຕີຣ໌ຣີ ເຊິ່ງວິທີເອົາແບຕເຕີຣ໌ຣີອອກ ໃຫ້ເລື່ອນລົງມາທາງລຸ່ມ
ແລະ ງັດແບຕເຕີຣ໌ຣີຂື້ນເຊິ່ງກັບມູມທາງຂວາ
ເບື້ອງຊ້າຍຂອງເຄື່ອງ
- ມີປຸ່ມເຊັດເຕີຣ໌ສຳຫລັບຖ່າຍຮູບ

ເບື້ອງຂວາຂອງເຄື່ອງ-
ປຸ່ມເທິງສຸດໃຊ້ສຳຫລັບກົດເພື່ອກັບມາບ່ອນຫນ້າຈໍໃນໂມຫດສະແຕນບາຍ ຫລື
ປ່ຽນໃຫ້ໃຊ້ງານໃນຟັງຊັ່ນອື່ນໄດ້ ຕໍ່ລົງມາຈະເປັນປຸ່ມປັບລະດັບສຽງ,
ເບື້ອງລຸ່ມຈະເຫັນແຜ່ນຢາງປິດຊ່ອງໃສ່ເມມໂມຣີ່ກາຣ໌ດ ຊະນິດ
SD, MMC
ແລະ ບ່ອນສຽບຊູບຫູຟັງ

ເບື້ອງເທິງ
- ມີພອຣ໌ດອິນຟຣາເຣດ
ຊຶ່ງສາມາດໃຊ້ຄວບຄຸມການທຳງານຂອງເຄື່ອງໃຊ້ໄຟຟ້າໄດ້ຫລາຍຊະນິດ

ເບື້ອງລຸ່ມ
- ມີບ່ອນສຽບສາຍສາກແບຕເຕີຣ໌ຣີ ແລະ ສາຍດາຕ້າລິ້ງຄ໌

ຈໍສະແດງຜົນແບບສຳຜັດ TFT-LCD
65,536
ສີ ຄວາມລະອຽດ 208 x 320
ພິກເຊລ, ຄວບຄຸມການທຳງານດ້ວຍປິກ
Stylus,
ຫນ້າຈໍໃນໂຫມດສະແຕນບາຍ, ເບື້ອງເທິງຈະມີຮູບໄອຄອນ 6 ຮູບ,ໄອຄອນທີ
1 ເຖິງ 5 (ຈາກຊ້າຍຫາຂວາ) ເປັນລາຍການໂປຣດ
ທີ່ສາມາດປັບປ່ຽນໄດ້ຕາມຄວາມສະດວກຂອງຜູ້ໃຊ້ ສ່ວນໄອຄອນທີ 6 ຫລື ໄອຄອນຂວາສຸດ
ເປັນເມນູຫລັກ, ຜູ້ທີ່ໃຊ້ແມ່ນສາມາດປ່ຽນລາຍການໂປຣດ (ໄອຄອນທີ 1 ເຖິງ
5) ໄດ້ທີ່ເມນູການຕັ້ງຄ່າ ເລືອກລາຍການໂປຣດ
|