|
ການເຈລະຈາບັນຫານິວເຄຼຍລະຫວ່າງຝຣັ່ງ ເຢຍລະມັນ ອັງກິດ ກັບອີຣານໄດ້ສິ້ນສຸດລົງແລ້ວ |
ຕາມຂ່າວCRI ວັນທີ 11 ມີນາ ການເຈລະຈາກ່ຽວກັບບັນຫານິວເຄຼຍຂອງອີຣານລະຫວ່າງຝຣັ່ງ ເຢຍລະມັນ ອັງກິດກັບອີຣານ ທີ່ຈັດຂຶ້ນຢູ່ເຊີແນວໄດ້ສິ້ນສຸດລົງແລ້ວ, ຕາມເຜີຍໃຫ້ຮູ້ວ່າ ການເຈລະຈາເທື່ອນີ້ບໍ່ໄດ້ມີການຄືບຫນ້າທີ່ມີລັກສະນະທາດແທ້ແຕ່ຢ່າງໃດ, ແຕ່ສອງຝ່າຍໄດ້ຕົກລົງຈັດການເຈລະຈາຊັ້ນສູງອີກເທື່ອຫນຶ່ງໃນທ້າຍເດືອນມີນາ
ໃນມື້ດຽວກັນ ໃນຈົດຫມາຍສະບັບຫນຶ່ງທີ່ອັງກິດ ຝຣັ່ງ ເຢຍລະມັນມອບໃຫ້ລຸກຊຳບັວກ ປະເທດປະທານຝຽນຂອງສະຫະພາບເອີລົບໄດ້ຂຽນວ່າ ຖ້າອີຣານບໍ່ເຄົາລົບສັນຍາທີ່ໄດ້ເຊັນກັນກັບສະຫະພາບເອີລົບ ຟື້ນຟູການກັ່ນເອົາອູລານີອົມຂຸ້ນຄືນໃຫມ່ແລ້ວ ສະຫະພາບເອີລົບຈະສະຫນັບ ສະຫນູນການມອບບັນຫານິວເຄຼຍຂອງອີຣານໃຫ້ສະພາຄວາມຫມັ້ນຄົງຂອງອົງການສະຫະປະຊາຊາດພ້ອມກັນນັ້ນທ່ານນາງໄລສ໌ ລັດຖະມົນຕີການຕ່າງປະເທດອາເມລິກາປະກາດວ່າ ທ່ານປະທານາທິບໍດີບຸສ ໄດ້ຕົກລົງວ່າອາເມລິກາບໍ່ຄັດຄ້ານອີຣານຮ້ອງຂໍເຂົ້າຮ່ວມອົງການການຄ້າໂລກອີກ. ທ່ານນາງໄລສ໌ ກ່າວວ່າ ການຕົກລົງໃຫມ່ຂອງອາເມລິກາສະແດງໃຫ້ເຫັນວ່າ ຝ່າຍອາເມລິກາຍິນດີໃຊ້ບາດກ້າວຕົວຈິງສະຫນັບສະຫນູນໃຫ້ສະຫະພາບເອີລົບບັນລຸເປົ້າຫມາຍຂອງເຂົາ. ນອກນີ້ ຂ່າວແຈ້ງວ່າ ວັນທີ 11 ມີນາ ທ່ານຮາຊັນ ລູຮານີ ເລຂາຄະນະກຳມະການຄວາມປອດໄພສູງສຸດແຫ່ງຊາດອີຣານ ຜູ່ແທນເຈລະຈາຜູ່ທີຫນື່ງກ່ຽວກັບບັນຫານິວເຄຼຍໄດ້ກ່າວລຶ້ມວ່າອີຣານຫວັງໃຫ້ແກ້ໄຂບັນຫານິວເຄຼຍດ້ວຍພາຫະນະການທູດ. * ແຫລ່ງຂ່າວຈາກ: China Radio International
|
|
ໂດຍ: ວຽງສອນ ວົງສ໌ຄຳ ວັນທີ: 14/3/2548
ເວລາ: 10:46
ສົ່ງຄໍາຄິດເຫັນ
(192)
|
|
|
|
ຣັດເຊຍເຕືອນສະຫະພາບເອີລົບແລະອາເມລິກາຢ່າກໍ່ເລື່ອງກໍ່ລາວກ່ຽວກັບບັນຫາເຊເຊັນ |
ຕາມຂ່າວ CRI: ວັນທີ 12 ມີນາ ຂ່າວສານອິນເທີແຟກສ໌ລາຍງານວ່າ,ຫວ່າງມໍ່ໆນີ້ ທ່ານເຟໂດທົຟ ຮອງລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ,ຣັດເຊຍໄດ້ກ່າວເຕືອນສະຫະພາບເອີລົບແລະອາເມລິກາຢ່າຍື່ນຍັດຕິກ່ຽວກັບບັນຫາເຊເຊັນໃຫ້ກອງປະຊຸມສິດທິມະນຸດອົງການສະຫະປະຊາຊາດທີ່ຈະໄຂຂຶ້ນໃນວັນທີ 14 ມີນາ.
ທ່ານເຟໂດທົຟເວົ້າວ່າ, ໃນບັນຫາເຊເຊັນ, ຣັດເຊຍບໍ່ເຄີຍປະຕິເສດການຮ່ວມມືກັບປະຊາຄົມໂລກຈັກເທື່ອ, ແຕ່ຣັດເຊຍບໍ່ອະນຸຍາດໃຫ້ບຸກຄົນໃດໆນຳໃຊ້ບັນຫາເຊເຊັນເພື່ອຊອກຫາຜົນປະໂຫຍດການເມືອງ. ກ່ອນໜ້ານີ້, ປະເທດສະຫະພາບເອີລົບ ແລະ ອາເມລິກາໄດ້ສວຍໃຊ້ກອງປະຊຸມສິດທິມະນຸດຂອງອົງການສະຫະປະຊາຊາດມາຕິຕຽນການເຄື່ອນໄຫວຂອງລັດຖະບານຣັດເຊຍທີ່ຢູ່ກັຟກັສເໜືອ 5 ປີລຽນຕິດ.
* ແຫລ່ງຂ່າວຈາກ: China Radio International
|
|
ໂດຍ: ວຽງສອນ ວົງສ໌ຄຳ ວັນທີ: 14/3/2548
ເວລາ: 10:33
ສົ່ງຄໍາຄິດເຫັນ
(195)
|
|
|
|
ຍີ່ປຸ່ນວາງຍຸດທະສາດຂ່າວກອງເພື່ອເປີດກວ້າງຂອບເຂດເກັບໂຮມຂ່າວກອງ |
ຕາມຂ່າວສານຊິນຮວາ ຕາມຫນັງສືພິມມາອິນິຈິຊິນບູນຍີ່ປຸ່ນສະບັບວັນທີ 13 ມີນາລາຍງານວ່າ ກົມປ້ອງກັນຂອງຍີ່ປຸ່ນຈະເພີ່ມທະວີວຽກງານເກັບກຳຂ່າວກອງທາງດາວທຽມ, ຂະຫຍາຍຂອບເຂດເກັບກຳຂ່າວກອງໃຫ້ກວ້າງອອກຕື່ມອີກ ຕາມຫນັງສືພິມມາອິນິຈິຊິນບູນ ລາຍງານວ່າ ຕາມແຜນການຍຸດທະສາດຂ່າວກອງທີ່ກົມປ້ອງກັນຂອງຍີ່ປຸ່ນວາງອອກໃນຫວ່າງມໍ່ໆນີ້, ຂອບເຂດເກັບກຳຂ່າວກອງຂອງຍີ່ປຸ່ນຫຼັງຈາກໄດ້ເປີດກວ້າງແລ້ວຈະຂະຫຍາຍຈາກອາຊີຕາເວັນອອກໄປຮອດພາກພື້ນຕາເວັນອອກກາງຈົນຮອດປະເທດອາຟຼິກາສ່ວນຫນຶ່ງ, ແຜນການດັ່ງກ່າວຍັງມີເຈດຈຳນົງໃຫ້ອອກແຮງຊຸກຍູ້ກົນໄກໃຊ້ຂ່າວກອງນຳກັນລະຫວ່າງກອງປ້ອງກັນຕົວຂອງຍີ່ປຸ່ນ ແລະ ກອງທະຫານອາເມລິກາ, ຂ້ຽວເລັ່ງໃຫ້ກອງປ້ອງກັນຕົວຂອງຍີ່ປຸ່ນກັບກອງທະຫານອາເມລິກາເຊື່ອມໂຍງເຂົ້າກັນໃນດ້ານເກັບກຳ ແລະ ນຳໃຊ້ຂ່າວກອງ.
* ແຫລ່ງຂ່າວຈາກ: China Radio International
|
|
ໂດຍ: ວຽງສອນ ວົງສ໌ຄຳ ວັນທີ: 14/3/2548
ເວລາ: 10:26
ສົ່ງຄໍາຄິດເຫັນ
(224)
|
|
|
|
ຜູ້ປະກອບອາວຸດອີຣັກນາບຂູ່ອີກວ່າຈະຂ້າຕົວປະກັນຊາວຟີລິບປິນ |
ຕາມຂ່າວສານຊິນຮວາ, ໃນງານຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ9ມີນາ, ທ່ານໂລມູໂລ ລັດຖະມົນຕີການຕ່າງປະເທດຟີລິບປິນໄດ້ຢືນຢັນວ່າ, ຜູ້ປະກອບອາວຸດອີຣັກນາບຂູ່ລັດຖະບານຟີລິບປິນວ່າ,ຕ້ອງຖອນຄົນງານທັງໝົດອອກຈາກອີຣັກ ແລະ ຕັດຂາດການພົວພັນການຮ່ວມມືການທະຫານກັບອາເມລິກາ, ຖ້າບໍ່ດັ່ງນັ້ນກໍຈະຂ້າຄົນງານຟີລິບປິນຜູ້ໜຶ່ງທີ່ຖືກລັກພາຕົວໃນວັນທີ1ພະຈິກປີກາຍນີ້.
ທ່ານໂລມູໂລກ່າວວ່າ, ກະຊວງການຕ່າງປະເທດຟີລິບປິນໄດ້ແຕ່ງໜ່ວຍພິເສດໜ່ວຍໜຶ່ງໄປອີຣັກ,ປະສານງານແກ້ໄຂວິກິດການຕົວປະກັນ, ເພື່ອຮັບປະກັນຕົວປະກັນໄດ້ຮັບການປ່ອຍຕົວຢ່າງປອດໄພ.
* ແຫລ່ງຂ່າວຈາກ: China Radio International
|
|
ໂດຍ: ວຽງສອນ ວົງສ໌ຄຳ ວັນທີ: 11/3/2548
ເວລາ: 10:11
ສົ່ງຄໍາຄິດເຫັນ
(316)
|
|
|
|
ລັດທິຫຼາຍຝ່າຍແມ່ນອາວຸດອັນສັກສິດໃນການຮັກສາສັນຕິພາບແລະຄວາມປອດໄພຂອງໂລກ |
ຕາມຂ່າວCRI:ວັນທີ 9 ມີນາ,ຢູ່ມາດຼິດ, ທ່ານຊາປາເຕໂຣ ນາຍກົກລັດຖະມົນຕີແອສປາຍໄດ້ພົບປະທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດທີ່ໄປຢ້ຽມຢາມ.ສ ອງຝ່າຍພ້ອມກັນຊີ້ອອກວ່າ,ລັດທິຫຼາຍຝ່າຍ ການຮ່ວມມືລະຫວ່າງຊາດ ແລະ ການໂຄລົບກົດໝາຍລະຫວ່າງຊາດແມ່ນອາວຸດອັນສັກສິດໃນການປົກປັກຮັກສາສັນຕິພາບ ແລະ ຄວາມປອດໄພຂອງໂລກ.
ທ່ານຊາປາເຕໂຣ ແລະ ທ່ານອານນານ ໄດ້ເຈາະຈົງຫາລືບັນຫາຈະກຳຈົດຮາກເຫງົ້າເກີດລັດທິກໍ່ການຮ້າຍແນວໃດ. ທ່ານອານນານກ່າວເນັ້ນວ່າ, ປະຊາຄົມໂລກຕ້ອງເອົາໃຈໃສ່ນຳບັນຫາການພັດທະນາ ໃນຂະນະເພີ່ມທະວີການຮ່ວມມືຕ້ານລັດທິກໍ່ການຮ້າຍພາຍໃຕ້ຂອບກົດໝາຍ.
ທ່ານອານນານເລີ່ມຢ້ຽມຢາມແອສປາຍເປັນເວລາສັ້ນແຕ່ວັນທີ 10 ມີນາ. ທ່ານຈະເຂົ້າຮ່ວມກອງປະຊຸມສຸດຍອດສາກົນພາຍໃຕ້ຫົວຂໍ້" ປະຊາທິປະໄຕ ຕ້ານລັດທິກໍ່ການຮ້າຍແລະຄວາມປອດໄພ"ທີ່ຈັດຂຶ້ນໃນວັນທີ 8 ມີນາເພື່ອລະລຶກເຫດການລະເບີດກໍ່ການຮ້າຍ 11 ມີນາ.
* ແຫລ່ງຂ່າວຈາກ: China Radio International
|
|
ໂດຍ: ວຽງສອນ ວົງສ໌ຄຳ ວັນທີ: 11/3/2548
ເວລາ: 10:07
ສົ່ງຄໍາຄິດເຫັນ
(349)
|
|
|
|
ເຂດທີ່ເກີດເຫດການຫມູ່ຄະນະເປັນເບື່ອຂອງຟິລິບປິນເຂົ້າສູ່ສະພາວະໄພພິບັດ |
ຕາມຂ່າວສານຊິນຮວາ: ວັນທີ 10 ມີນາ, ທ່ານນາງອາໂລໂຢ ປະທານາທິບໍດີຟິລິບປິນປະກາດວ່າ, ເມືອງມາບີນີແຂວງໂບໂຮນທີ່ເກີດເຫດການນັກຮຽນປະຖົມເປັນເບື່ອເປັນຫມູ່ຄະນະໄດ້ເຂົ້າສູ່ສະພາວະໄພພິບັດ. ໃນຂະນະດຽວກັນ, ທ່ານນາງອາໂລໂຢປະກາດວ່າ,ຈະເບີກເງິນລາຍສະເພາະຈາກກອງທຶນກູ້ໄພແຫ່ງຊາດ, ໃຊ້ເຂົ້າໃນການປິ່ນປົວຜູ້ຖືກທຳຮ້າຍ ແລະ ຝັງຜູ້ປະສົບເຄາະຮ້າຍ. ທ່ານນາງອາໂລໂຢຍັງສັ່ງໃຫ້ກອງຕຳຫລວດແຫ່ງຊາດ ແລະ ກະຊວງສາທາລະນະສຸກຮ່ວມກັນສືບສວນ, ເພື່ອຊອກຮູ້ສາເຫດຂອງເຫດການເປັນເບື່ອເທື່ອນີ້.
ພາຍຫລັງນັກຮຽນ 476 ຄົນຂອງໂຮງຮຽນຊານ ໂຈເຊເມືອງມາບີນີໄດ້ກິນຂະຫນົມມັນຕົ້ນທີ່ຊື້ກັບພໍ່ຄ້າຢູ່ມໍ່ໂຮງຮຽນໃນວັນທີ 9 ມີນາ ແລ້ວກໍ່ຮູ້ສຶກເຈັບທ້ອງ, ແລະ ຖືກສົ່ງໄປໂຮງໝໍຕາມໆ ກັນ. ນັບມາຮອດປະຈຸບັນ, ເຫດການເປັນເບື່ອລາຍນີ້ໄດ້ພາໃຫ້ນັກຮຽນຢ່າງຫນ້ອຍ 27 ຄົນເສຍຊີວິດ,105 ຄົນນອນປິ່ນປົວຢູ່ໂຮງໝໍ. ວັນທີ 10 ມີນາ, ຜູ້ຊ່ຽວຊານຂອງກະຊວງສາທາລະນະສຸກຟິລິບປິນກ່າວວ່າ, ຕາມການສືບສວນໃນເບື້ອງຕົ້ນ,ໃນຂະໜົມມັນຕົ້ນມີ cyanide ນີ້ອາດຈະແມ່ນສາເຫດທີ່ພາໃຫ້ພວກເຂົາເຈົ້າເປັນເບື່ອ.
* ແຫລ່ງຂ່າວຈາກ: China Radio International
|
|
ໂດຍ: ວຽງສອນ ວົງສ໌ຄຳ ວັນທີ: 11/3/2548
ເວລາ: 09:59
ສົ່ງຄໍາຄິດເຫັນ
(237)
|
|
|
ອ່ານຂ່າວຜ່ານມາ
Powered by www.mahasan.com Copyright ©2003-2005 www.mahasan.com
|