|
ການສ້າງຕັ້ງບໍລິສັດ ມະຫາສານ
ຈຳກັດຂື້ນແມ່ນມາຈາກຄວາມຄິດເບື້ອງຕົ້ນໃນການສ້າງເວບໄຊທ໌
ທີ່ມີຊື່ວ່າ ມະຫາສານ ດອທ໌ຄອມ
ຊຶ່ງພາຍໄຕ້ຄວາມຄິດທີ່ຈະນຳສະເໜີຂໍ້ມູນ ແລະ
ຂ່າວສານຕ່າງໆທີ່ເປັນປະໂຫຍດໃຫ້ແກ່ສັງຄົມ ໃນຮູບແບບພາສາລາວ
ຜ່ານສື່ອິນເຕີເນັທ ພ້ອມດຽວກັນນັ້ນ
ກໍ່ມີຄວາມຄິດໃນການນຳສະເໜີ ແລະ ສ້າງສື່ການຮຽນ
ການສອນແບບໃໝ່ ຜ່ານສື່ອີເລັກໂທຣນິກຕ່າງໆ ແລະ
ຢາກເປັນຜູ້ນຳໜ້າໃນດ້ານການໃຫ້ບໍລິການ ອອກແບບເວບໄຊທ໌
ແລະ ໃຫ້ບໍລິການຈອງຊື່ເວັບໃຊທ໌ ຫລື
ທີ່ຮ້ອງກັນວ່າໂດເມນເນມ ແລະ ບໍລິການເວບໂຮສ໌ຕິ້ງໃນລາວ
ບໍລິສັດໃນຄວາມໝາຍ ແລະ ຊື່ນີ້ ໝາຍເຖິງ ມະຫາສານ.ຄອມ
ທີ່ດຳເນີນທຸລະກິດ ພາຍໄຕ້ ລະບຽບກົດໝາຍ ແລະ
ລັດຖະທຳມະນູນ ຂອງ ສປປລາວ
ມີຂອບເຂດການບໍລິການໃຫ້ກັບລູກຄ້າພາຍໃນ ແລະ
ຕ່າງປະເທດ. ເປັນໄລຍະເວລາ 15 ປີຂື້ນໄປ.
ທຸກເອກະສານທີ່ເປັນທາງການຂອງບໍລິສັດ
ຈະຕ້ອງມີລາຍເຊັນຂອງອຳນວຍການ ຫລື ຜູ້ທີ່ໄດ້ຮັບສິດ ໃນການແຕ່ງຕັ້ງ
ຕາງໜ້າໃດໜຶ່ງເປັນຜູ້ເຊັນ ແລະ ມີກາປະທັບ ເອກະສານຈະຕ້ອງມີເຈັ້ຍໂລໂກ
ແລະ ສະໂລແກນຂອງບໍລິສັດ ຈຶ່ງຈະຖືວ່າໃຊ້ໄດ້.
ຖ້າເອກະສານໃດທີ່ສົ່ງເຖິງໜ່ວຍງານຂອງລັດຖະບານ ຫລື
ສຳນັກງານ ຕ່າງໆຂອງລັດ ແມ່ນຈະຕ້ອງໄດ້ເຮັດຕາມລະບຽບການຂອງລັດ
ແລະ ນະໂຍບາຍທີ່ກ່ຽວຂ້ອງນຳ. ພາສາທີ່ໃຊ້ເປັນ
ທາງການແມ່ນພາສາລາວ ແລະ ພາສາອັງກິດເປັນສຳຮອງ.
ວິໃສທັດ
-
ສ້າງ
ແລະ
ເຮັດໃຫ້ເວບໄຊທ໌
ມະຫາສານ.ຄອມ
ກາຍເປັນສູນລວມດ້ານຂ່າວສານ
ຜ່ານທາງສື່ອິນເຕີເນັທ
-
ສ້າງໃຫ້ມະຫາສານ
ເປັນເວບໄດເຣັກທໍຣີ
ແລະ
Search engine
ຂອງຄົນລາວ
-
ເປັນສູນລວມຂອງສາລະຄວາມຮູ້
ຄວາມບັນເທິງ
ແລະ
ການຮຽນຮູ້ຕະຫລອດຊີວິດ
-
ສ້າງສື່ການຮຽນການສອນແບບໃໝ່
ເພື່ອຮັບການສຶກສາແບບໃໝ່
ແລະ
ໃຫ້ບໍລິການອີຄອມເມີສ໌
-
ຜະລິດສື່ໂຄສະນາຜ່ານສື່ຕ່າງໆ
ທັງຮູບແບບວີດີໂອ ແລະ ອິນເຕີເນັທ
ພາລະກິດ
-
ອອກແບບ ແລະ ສ້າງສັນງານໃຫ້ມີຄຸນນະພາບ
ຜ່ານທາງເວບໄຊທ໌
-
ໂຄສະນະຜ່ານສື່ ໜັງສືພິມ ວາລະສານ ແລະ ວິທະຍຸ ເພື່ອໃຫ້ມະຫາຊົນຮັບຮູ້
-
ຮ່ວມງານກັບທຸກບໍລິສັດ, ອອກແບບ ແລະ
ຂາຍເນື້ອທີ່ໂຄສະນາ
-
ບໍລິການຈັບຈອງ ໂດເມນເນມ ແລະ ໂຮສ໌ຕິ້ງ
-
ຈັດສ້າງລະບົບຖານຂໍ້ມູນທາງເວບໄຊທ໌ ເພື່ອຮອງຮັບກັບລະບົບຕ່າງໆ
-
ນະໂຍບາຍ ແລະ ລະບຽບການທີ່ຈຳເປັນ
-
ເອກະສານການຂາຍ ພະນັກງານ ແລະ ອື່ນໆ…
ລູກຄ້າ ແລະ ການບໍລິການລູກຄ້າ
ບໍລິສັດ, ໂຮງແຮມ, ໂຮງຮຽນ, ໂຮງງານ ແລະ ຫ້າງຮ້ານຕ່າງໆ,
ນັກຮຽນ-ນັກສຶກສາ ແລະ ບຸກຄົນທົ່ວໄປ. ໃນເລື່ອງການບໍລິການອອກແບບ
ແລະ ໂຄສະນາຜ່ານທາງອິນເຕີເນັທ ແລະ ໂຄສະນາຜ່ານສື່ຕ່າງໆ
ລວມທັງການ ໃຫ້ບໍລິການ ທີ່ປຶກສາ ຝຶກອົບຮົມ ແລະ
ການບໍລິການຖ່າຍທຳ, ຕັດຕໍ່ ແລະ ອື່ນໆທີ່ກ່ຽວຂ້ອງກັບ
e-commerce, e-eduaction
ແລະ ອື່ນໆ.
|