|

ໃນໄລຍະນີ້ອາກາດຢູ່ບ້ານເຮົາມັກປ່ຽນແປງຕະຫລອດ
ບຶດໜື່ງຝົນກະຕົກລະແດດກໍ່ອອກ
ຈຶ່ງເຮັດໃຫ້ຜິວໜ້າອັນອ່ອນແອ ເປັນເຫດໃຫ້ເກີດ
ສິວ ໄດ້ງ່າຍ ດັ່ງນັ້ນ ເພື່ອຜິວສວຍງາມໜ້າໃສຈະໄດ້ຢູ່ກັບເຮົາຕະຫລອດໄປ
ສາເຫດການເກີດສິວ:
1. ປັດໄຈພາຍໃນ
- ຈາກພັນທຸກຳ (ຈາກເຊື້ອສາຍ)
- ພາວະຮ່າງກາຍຜິດປົກກະຕິ ເຊັ່ນ: ຄຽດ,
ອາລົມບໍ່ດີ, ພັກຜ່ອນບໍ່ພຽງພໍ, ທ້ອງຜຸກ
- ຮໍໂມນຕ່າງໆ ທັງຮໍໂມນເພດຊາຍ
ທີ່ກະຕຸ້ນຕ່ອມໄຂມັນໃຫ້ຂັບໄຂມັນອັນເປັນສ່ວນເກີນອອກມາຈົນເຮັດໃຫ້ອຸດຕັນ
ແລະ
ຮໍໂມນເພດຍິງທີ່ປ່ຽນແປງໃນໄລຍະກ່ອນການມີປະຈຳເດືອນ
2. ປັດໄຈພາຍນອກ
ມົນລະພາວະທີ່ເຮົາຕ້ອງໄດ້ພົບໃນແຕ່ລະມື້
ທັງຂີ້ຝຸ່ນ, ຄວັນພິດ ຫລື ສານເຄມີຕ່າງໆ
ທີ່ໃຊ້ໃນຊີວິດປະຈຳວັນ ເຊັ່ນ:
ສະເປຍ໌ສີດຜົມ, ຢາຂ້າແມງໄມ້,
ລວມທັງຄາບເຄື່ອງສຳອາງທີ່ທຳຄວາມສະອາດບໍ່ໝົດ
ເຮັດໃຫ້ຮູຂຸມຂົນອຸດຕັນຈົນເກີດເປັນສິວ
ວິທີຮັກສາຜິວ:
-
ຄວາມສະອາດເປັນສິ່ງປ້ອງກັນສິວ
ດັ່ງນັ້ນ ກ່ອນລ້າງໜ້າສາວໆ
ຄວນລ້າງຄາບເຄື່ອງສຳອາງ ແລະ
ສິ່ງເປີະເປື້ອນທີ່ໄດ້ພົບພໍ້ໝົດມື້
ດ້ວຍນ້ຳມັນເນື້ອເຈລທີ່ມີ
Bi ? Continuous
ເຊິ່ງຊ່ວຍທຳຄວາມສະອາດຜິວ ແລະ
ສານທີ່ຕົກຄ້າງໃນຮູຂົນໄດ້ຢ່າງດີ,
ຖ້າມີສ່ວນ ປະສົມຂອງ Ac
Control Oil
ແລະ Tricocaban
ຈະຊ່ວຍບັນເທົາອາການອັກເສບ
ພ້ອມຄືນຄວາມຊຸ່ມຊື່ນໃຫ້ແກ່ຜິວໄດ້ອີກ
-
ລ້າງໜ້າດ້ວຍສະບູທີ່ບໍ່ເຮັດໃຫ້ຜິວໜ້າແຫ້ງ
ຫລື ມັນ ຈົນເກີນໄປ ດ້ວຍວິທີງ່າຍໆ
ພຽງແຕ່ຖູສະບູລົງໃສ່ຝາມືໃຫ້ເກີດຟອງນຸ່ມໆ
ແລ້ວ ເອົາຟອງນັ້ນມາລ້າງໜ້າແບບເບົາມື
ແລະ ຄວນຈື່ໄວ້ວ່າ:
ການລ້າງໜ້າແບບຮຸນແຮງຈະເຮັດໃຫ້ເກີດອາການລະຄາຍເຄືອງຈົນສິວ
ລຸກລາມໄດ້ງ່າຍ
-
ຫລັງຈາກລ້າງໜ້າ
ຜິວອາດສູນເສຍຄວາມຊຸ່ມຊື່ນໄປແນ່
ຈຶ່ງຄວນເຊັດຜິວດ້ວຍໂລຊັ້ນ ເພື່ອປັບສົມດູນ
ແລະ ເອີ້ນຄວາມຊຸ່ມຊື່ນກ່ອນ
ການບຳລຸງຜິວໃນຂັ້ນຕອນຕໍ່ໄປ
-
ເພີ່ມຄວາມຊຸ່ມຊື່ນ ແລະ ປ້ອງກັນສິວ
ດ້ວຍການເລືອກໂລຊັ້ນບຳລຸງຜິວຊະນິດ
Oil ? Free
ຊ່ວຍໃຫ້ຜິວນຽນນຸ່ມ ແລະ ລຸດການທັບ
ຖົມຕົວຂອງເຊລຜິວ ເສື່ອມສະພາບທີ່ຈະກໍ່ໃຫ້ເກີດການແພ່ຕົວຂອງແບ໊ກທີເຣຍ
ອັນເປັນສາເຫດຂອງສິວ
-
ສຸດທ້າຍ ເພື່ອປ້ອງກັນບໍ່ໃຫ້ສູນເສຍຄວາມຊຸ່ມຊື່ນໃນການນອນຢູ່ຫ້ອງແອ
ຈຶ່ງແນະນຳໃຫ້ເກັບກັກຄວາມຊຸ່ມຊື່ນດ້ວຍ
ແປ້ງຖະໜອມຜິວ ທີ່ມີ Sulfer
ຊ່ວຍລຸດການກໍ່ຕົວຂອງສິວ ແລະ
Hydrophobic Coating
Powder
ຊ່ວຍດູດຊັບເອົາສ່ວນເກີດ ແລະ ເອນໄຊມ໌
ຕ່າງໆ ທີ່ອອກມາທຳລາຍຜິວໃນຍາມນອນ
* ຄັດຈາກ: ກະປຸກດອທ໌ຄອມ, ວັນທີ
11/06/2008 |