ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ສັນຍານທີ່ບົ່ງບອກເຖິງການຖືພາໃນເລີ່ມຕົ້ນ 10 ອາການ

ແມ່ຍິງເຮົາຈະຮູ້ໄດ້ແນວໃດວ່າຕົນເອງໄດ້ຖືພາແລ້ວ ເຊິ່ງຈະຂື້ນກັບຜູ້ຍິງ
ແຕ່ລະຄົນຈະຮູ້ວ່າຕົນເອງຖືພາ ຫລື ເລີ່ມຖືພາ ແຕ່ບາງຄົນກະບໍ່ແນ່ໃຈ
ກໍ່ຕ້ອງລໍຖ້າເບິ່ງອາການ ຫລື ທົດສອບການຖືພາຊ້ຳຫລາຍເທື່ອ ສຳຫລັບຄົນ
ທີ່ເຝົ້າລໍຄອຍລູກນ້ອຍ ທີ່ຈະໂຊຄວາມຫລັງຂອງຄອບຄົວເຖິງ ເດືອນທີ 2-3 ຈົນບໍ່ໄຫວ ດັ່ງນັ້ນພວກເຮົາມີອາການ 10 ຂໍ້ມາຝາກ

ສຳຫລັນຄົນທີ່ໃຈຮ້ອນ ຫາກຮູ້ສຶກບໍ່ຄັກໃຈວ່າຕົນເອງຖືພາ ຫລື ບໍ່ໃຫ້ລອງ
ສັງເກດຕາມອາການ 10 ຂໍ້ນີ້ ເພາະອາການເຫລົ່ານີ້ເປັນອາການທົ່ວໄປ
ທີ່ບອກວ່າ ທ່ານກຳລັງຖືພາເທົ່ານັ້ນ ແຕ່ບໍ່ຄວນລືມເພາະຄົນເຮົາຍ່ອມບໍ່ຄືກັນ ບາງຄົນອາດຈະເປັນຄົບທຸກອາການທີ່ກ່າວມາ ແຕ່ບາງຄົນອາດມີພຽງ 2-3 ຂໍ້ເທົ່ານັ້ນ

 

1. ມີເລືອດໄຫລກະປິດກະປ໋ອດອອກຈາກຊ່ອງຄອດ ຫລື ປວດເກັງທີ່ມົດລູກ

ເມື່ອໄລຍະຜ່ານໄປເຄິ່ງໜື່ງຂອງຊ່ວງຮອບເດືອນ ຄືຫລັງຈາກໝົດປະຈຳເດືອນໄປແລ້ວ ປະມານ 8-10 ວັຈ ແລະ ຮອດກຳນົດມີປະຈຳເດືອນຄັ້ງຕໍ່ໄປ ເຊິ່ງອາດຈະພົບເຫັນເລືອດໄຫລກະປິດປ໋ອດ ອອກມາຈາກຊ່ອງຄອດເປັນຈຸດສີຊົມພູ ຈາງໆ ເນື່ອງຈາກໃນເວລານັ້ນໂຕອ່ອນກຳລັງຝັງໂຕເຂົ້າກັບຜະໜັງມົດລູກ ເລືອດທີ່ເກີດຈາກໄຂ່ຝັງໂຕນີ້ແມ່ນແຕກຕ່າງ

ຈາກເລືອດປະຈຳເດືອນທີ່ມີສີອ່ອນ ແລະ ມີປະລິມານໜ້ອຍຫລາຍ ໃນເວລາທີ່ເລືອດປະຈຳເດືອນຈະມີສີແດງເຂັ້ມ ມີປະລິມານຫລາຍ ແລະ ມີຮູບແບບການມາທີ່ແນ່ນອນ ຄື: ມານ້ອຍ ມາຫລາຍ, ມາຫລາຍ ມາໜ້ອຍ, ມົດລູກເກັງໂຕ
ກໍ່ເປັນອາການອີກຢ່າງໜື່ງທີ່ພົບເຫັນຫລາຍໃນຊ່ວງໄລຍະທຳອິດຂອງການຖືພາ

ເຊິ່ງທ່ານຍິງຈະມີອາການຫົດເກັງຂອງມົດລູກຄືກັນກັບເວລາມີປະຈຳເດືອນ ຈົນກວ່າຮອດເວລາທີ່ໂຕອ່ອນຈະຝັງໂຕໄດ້ ຕຳແໜ່ງທີ່ກະດູກເຊິງກຣານ (ກະດູກບັ້ນທ້າຍ) ສາມາດຮອງຮັບໄດ້ ໃນໄລຍະ 3-6 ເດືອນທຳອິດ ອາການປວດເກັງ
ມົດລູກນີ້ຈະເປັນຢູ່ຕະຫລອດ ແລະ ຈະເປັນຫລາຍຂື້ນເມື່ອເຮົາອອກກຳລັງກາຍ, ມີເພດສຳພັນ ຫລື ປ່ຽນອະຣິຍະບົດ
ໃນບາງຄັ້ງ

2. ອາການແພ້ທ້ອງ

ອາການນີ້ຈະເກີດຂື້ນໃນໄລຍະຕົ້ງໆ ຂອງການຖືພາ ຄືພາຍໃນ 5-10 ອາທິດ ຫລັງການຖືພາ ແລະ ຈະໝົດໄປ ເມື່ອຍ່າງເຂົ້າໄລຍະອາທິດທີ 16 ເຊິ່ງຈະມີອາການຄື້ນໄສ້, ປວດຫາກ, ວິນຫົວ ແລະ ມີນ້ຳລາຍຫລາຍກວ່າປົກກະຕິ ເຊິ່ງມັກເປັນຕອນເຊົ້າ, ອາການວິນຫົວເກີດຈາກຮ່າງກາຍຂອງແມ່ຍິງທີ່ມີປະລິຍາມເລືອດໄຫລວຽນຫລາຍຂື້ນ, ມີນ້ຳໜັກເ
ພີ່ມຂື້ນ, ເຮັດໃຫ້ຫົວໃຈທຳງານໜັກ ແຕ່ເລືອດໄປລ້ຽງສະໝອງນ້ອຍລົງ

ເນື່ອງຈາກເລືອດຈຳນວນຫລາຍໄດ້ຖູກກັກຢູ່ໃນຊ່ອງທ້ອງ ເພື່ອໃຊ້ລ້ຽງໂຕອ່ອນໃນຄັນ ນອກຈາກນີ້ໂຕອ່ອນໃນຄັງຍັງ
ຕ້ອງການທາດເຫລັກລາຍ ບາງຄັ້ງກໍ່ບໍ່ພຽງພໍຕໍ່ຄວາມຕ້ອງການຂອງແມ່ ອີກທັງການຖືພາໄດ້ເຮັດໃຫ້ເກີດຄວາມດັນເລືອດ
ຕ່ຳລົງອີກ ຈຶ່ງກໍ່ໃຫ້ເກີດອາການວິນຫົວ ສ່ວນອາການຄື້ນໄສ້ປວດຫາກ ແມ່ນເປັນອາການທີ່ເກີດຈາກລະດັບຮໍຣ໌ໂມນ
ທີ່ສູງຂື້ນໄວ ອັນສົ່ງຜົນໂດຍກົງຕໍ່ກະເພາະອາຫານ

3. ຖ້ານເຕົ້ານົມມີສີເຂັ້ມຂື້ນກວ່າເກົ່າ

ໄລຍະຕົ້ນໆ ຂອງການຖືພາ ທ່ານອາດຄາດເດົາວ່າຈະມີຮອບເດືອນ ເຊິ່ງຈະສັງເກດເຫັນວ່າຖານຮອບໆ ຂອງຫົວນົມ
ຈະເລີມມີສີເຂັ້ມ ແລະ ຂະຫຍາຍວົງກວ້າງອອກຫລາຍຂື້ນ ເຊື່ອກັນວ່າສີເຂັ້ມນີ້ຈະຊ່ວຍໃຫ້ເດັກເກີດໃຫມ່ຫາຫົວນົມດູດ
ໄດ້ງ່າຍ ນອກຈາກນີ້ ຍັງອາດສັງເກດເຫັນວ່າເສັ້ນເລືອດທີ່ບໍລິເວນເຕົ້ານົມກັບຕຸ່ມຮອບຫົວນົມນ້ອຍໆ ທີ່ກະຈາຍໄປຕາມ
ຖານນົມມີຈຳນວນ ແລະ ຂະໜາດທີ່ເພີ່ມຂື້ນກວ່າເກົ່າ ໂດຍຖານເຕົ້ານົມຂ້າງໜື່ງຈະມີຕຸ່ມເຫລົ່ານີ້ປະມານ 4-28 ຕຸ່ມ

4. ຄັດ ແລະ ເຈັບໜ້າເອິກ ເຈັບຫົວນົມ

ໃນໄລຍະ 3 ອາທິດທຳອິດຂອງການຖືພາ (ຫລັງຈາກປະຈຳເດືອນຂາດໄປປະມານ 1 ອາທິດ) ທ່ານອາດຈະຮູ້ສຶກວ່າ
ໜ້າເອິກບວມໃຫຍ່ຂື້ນ ຄືກັບຕອນທີ່ກຳລັງຈະມີຮອບເດືອນ ແຕ່ສຳຫລັບຜູ້ທີ່ຖືພາເຕົ້ານົມຈະຄັດຕຶງ ຫລາຍຂື້ນ ເພາະກຽມ
ສ້າງນ້ຳນົມສຳຫລັບລ້ຽງລູກ ອາການນີ້ຈະເຊົາໄປຫລັງຈາກຖືພາຜ່ານໄປໄດ້ 12 ອາທິດ

5. ປັດສະວະຖີ່

ຫລັງຈາກປະຈຳເດືອນຂາດໄປ 1-2 ອາທິດ (ຫລືໃນໄລຍະ 3 ເດືອນທຳອິດ) ຈະພົບເຫັນວ່າປັດສະວະຖີ່ກວ່າປົກກະຕິ ເນື່ອງຈາກປະລິມານເລືອດໃນຮ່າງກາຍເພີ່ມຂື້ນ ແລະ ມົດລູກໃຫຍ່ຂື້ນ ຈຶ່ງຕ້ອງການເລືອດໄປລ້ຽງມົດລູກກວ່າປົກກະຕິ ເຊິ່ງເຮັດໃຫ້ໝາກໄຂ່ຫລັງກັ່ນຕອງປັດສະວະເພີ່ມຂື້ນ ຮ່າງກາຍຈຶ່ງປັບໂຕໃຫ້ມີເລືອດເພີ່ມຂື້ນ ຊີບພະຈອນເຕັ້ນໄວຂື້ນ ເພື່ອກະຕຸ້ນໃຫ້ເລືອດຜ່ານໝາກໄຂ່ຫລັງຫລາຍກວ່າເກົ່າ ສົ່ງຜົນໃຫ້ໝາກໄຂ່ຫລັງກັ່ນຕອງປັດສາວະອອກມາຫລາຍ ອີກເຫດຜົນໜື່ງຄື ລູກນ້ອຍໃນທ້ອງໄດ້ຂະຫຍາຍຕົວໄປກົດທັບກະເພາະປັດສະວະ ເຮັດໃຫ້ບັນຈຸປັດສະວະໄດ້ນ້ອຍລົງ ອາການນີ້ຜ່ານໄປ ແລະ ຈະນ້ອຍລົງຈົນຈຶດຈາງໄປ ເພາະມົດລູກທີ່ຢູ່ສູງຂື້ນບໍ່ມາກົດທັບກະເພາະປັດສາວະ ແລະ ຈະເປັນອີກຄັ້ງເມື່ອໃກ້ເກີດລູກ

6. ເໝື່ອຍງ່າຍ

ອາການອ່ອນເພຍພົບເຫັນໄດ້ໃນໄລຍະ 8-10 ອາທິດທຳອິດຂອງການຖືພາ ເວລາຖືພາຮ່າງກາຍຈະປ່ຽນແປງລະບົບ
ເມຕາບໍລິຊຶມ ເພື່ອປັບຮ່າງກາຍໃຫ້ເໝາະສົມກັບການຈະເຕີບໃຫຍ່ຂອງລູກນ້ອຍ ເຊິ່ງໂດຍສ່ວນໃຫຍ່ແລ້ວອາການເໝື່ອຍ
ງ່າຍນີ້ຈະຫາຍໄປໃນອາທິດທີ 12

7. ທ້ອງຜຸກ

ເຊິ່ງອາດພົບເຫັນວ່າທ້ອງໄສ້ຂອງທ່ານຜິດປົກກະຕິໃນໄລຍະທຳອິດຂອງການຖືພາ ຄວາມຜິດປົກກະຕິນັ້ນເກີດຈາກຮ່າງ ຜະລິດຮໍໂມນໂປຣເຈສເຕີໂຣນ ທີ່ມີລິດລຸດປະສິດທິພາບຂອງການຫົດໂຕລຳໄສ້ລຸດລົງອອກມາຫລາຍເກີນໄປ ໃນລະຫວ່າງຖືພາ

8. ອຸນຫະພູມຂອງຊ່ວງລຸ່ມຂອງຮ່າງກາຍສູງຂື້ນ

ເຊື່ອໄດ້ເລີຍວ່າທ່ານຈະເປັນແມ່ຄົນໃຫມ່ຢ່າງແນ່ນອນ ຖ້າອຸນຫະພູມຂອງຮ່າງກາຍຊ່ວງລຸ່ມເພີ່ມຂື້ນເລື້ອຍໆ ເຖິງແມ່ນວ່າຈ
ະລ່ວງເວລາທີ່ປະຈຳເດືອນຄວນຈະມາແລ້ວ ການທີ່ອຸນຫະພູມຊ່ວງລຸ່ມຂອງຮ່າງກາຍສູງຂື້ນສະແດງວ່າ ໄຂ່ກຳລັງເດີນທາງ
ໄປຕາມທໍ່ຮັງໄຂ່ໄປຝັງໂຕທີ່ມົດລູກ ເຊິ່ງກະບວນການນີ້ໃຊ້ເວລາປະມານ 1 ອາທິດ ນີ້ຄືຊ່ວງເວລາທີ່ຮ່າງກາຍຂອງ
ທ່ານຮັບຮູ້ແລ້ວວ່າກຳລັງຖືພາ ເວລາທີ່ໄຂ່ເດີນທາງອອກມາເປັນເວລາທີ່ຜູ້ເປັນແມ່ສ່ວນໃຫຍ່ຈະພົບເຫັນວ່າອຸນຫະພູມ
ຂອງລຳໂຕ ຊ່ວງລຸ່ມສູງຂື້ນເປັນຄັ້ງທີ່ 3 ຊຶ່ງຈະຫ່າງຈາກຄັ້ງທຳອິດປະມານ 7-12 ວັນ ແລະ ມີເລືອດຂັງຢູ່ທີ່ບໍລິເວນ
ຊ່ວງລຸ່ມຫລາຍ ແລະ ການໄຫລວຽນຂອງເລືອດບໍ່ດີ ເຊິ່ງຈະຕ້ອງລະວັງເສັ້ນເລືອດໂປງຂື້ນ ເມື່ອບວກກັບອາການ
ທ້ອງຜຸກໄປນຳ ມັນອາດເຮັດໃຫ້ເປັນລິດສະດວງທະວານໄດ້

9. ປະຈຳເດືອນຂາດ

ຖ້າຮ່າງກາຍປົກກະຕິດີ ນີ້ອາດຈະເປັນສັນຍານທຳອິດທີ່ເປັນເກນບອກເຖິງວ່າທ່ານກຳລັງຖືພາ ຖ້າປະຈຳເດືອນຂາດ ແລະ ມີອາການຢ່າງໃດໜື່ງທີ່ກ່າວມາທັງໝົດນີ້ ທ່ານກໍ່ສາມາດໝັ້ນໃຈໄດ້ໂດຍບໍ່ຕ້ອງທົດສອບ ເລີຍ

10. ຜົນການທົດສອບໃນການຖືພາທີ່ເປັນບວກ

ຖ້າປະຈຳເດືອນຂາດຫາຍໄປ ແຕ່ທ່ານຍາກຮູ້ວ່າຖືພາຫລືບໍ່ ການທົດສອບການຖືພາດ້ວຍປັດສະວະຈະຖືຕ້ອງທີ່ສຸດ ໃນຊ່ວງ 10-14 ວັນຫລັງຈາກປະຕິສົນທິ ຖ້າບໍ່ຢາກລໍຖ້າຈົນເຖິງເວລາທີ່ປະຈຳເດືອນຂາດບໍ່ໄດ້ ການທົດສອບການຖືພາ
ດ້ວຍເລືອດຈະມີຜົນໃນຊ່ວງວັນທີ 8-10 ຫລັງການປະຕິສົນທິ ໃຫ້ລະນຶກໄວ້ເລີຍວ່າຜົນການທົດສອບການຖືພາບໍ່ໄດ້
ຖືກຕ້ອງເຖິງ 100% ເຖິງຈະເປັນການທົດສອບຈາກເລືອດກໍ່ຕາມ ຖ້າທ່ານໄດ້ຜົນອອກມາເປັນລົບ ແຕ່ຍັງຮູ້ສຶກວ່າ
ຕົນເອງຍັງຖືພາຢູ່ ໃຫ້ລອງທົດສອບໃຫມ່ຫລັງຈາກນັ້ນອີກ 1 ອາທິດ

ແລ້ວຢ່າລືມບອກຂ່າວດີໃຫ້ຄົນທີ່ຄອຍເປັນຫວ່ງເປັນໃຍທ່ານ ເດີ້!

* ຄັດຈາກ: ກະປຸກ.ຄອມ, ວັນທີ 05-03-2008

 
 

2003-2008 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4