ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ຜູ້ຍິງທີ່ມີອາລົມຄຽດໃນຕອນຖືພາອາດມີແນວໂນ້ມໄດ້ລູກສາວ

   ແມ່ຍິງຖືພາທີ່ອາລົມຄຽດຫລາຍ ແມ່ນມີແນວໂນ້ມໄດ້ລູກສາວຫລາຍກວ່າມີລູກຊາຍ ສາເຫດອາດມາຈາກການທີ່ ຮ່າງກາຍຂອງແມ່ຜະລິດຮໍໂມນຄວາມຄຽດອອກມາຫລາຍຜິດປົກກະຕິ ຈຶ່ງເຮັດໃຫ້ໂຕອ່ອນຂອງທາຣົກເພດຊາຍມີບັນຫາ ໃນການຝັງໂຕໃນຜະຫນັງມົດລູກ

ໃນການສຶກສາທີ່ຖືວ່າເປັນຄັ້ງທຳອິດທີ່ມີການເຊື່ອມໂຍງຄວາມຄຽດໃນຊີວິດປະຈຳວັນກັບເພດຂອງທາຣົກ ນັກວິໄຈໄດ້ຈັບຄູ່ ເພດຂອງທາຣົກປະມານ 6,000 ຄົນ ກັບຂໍ້ມູນລະດັບຄວາມຄຽດຂອງມານດາທີ່ຖືພາຕັ້ງແຕ່ຊ່ວງເລີ່ມຕັ້ງທ້ອງ ລວມເຖິງ ຄຸນນະພາບໃນການນອນຫລັບພັກຜ່ອນ ແລະ ຄວາມສາມາດໃນການຮັບມືກັບການກິດປະຈຳວັນ

ຜົນການສຶກສາສະແດງໃຫ້ເຫັນວ່າ ແມ່ຍິງຖືພາທີ່ອາລົມມັກຄຽດມີແນວໂນ້ມໄດ້ລູກສາວຫລາຍກວ່າ ທີ່ແມ່ຍິງທີ່ເຮັດໃຫ້ ຈິດໃຈຂອງຕົນເອງປອດໂປ່ງ ສົດໃສ 5% ໃນທາງກັບກັນ ຜູ້ຍິງໃນປະເທດຕະເວັນຕົກໃຫ້ກຳເນີດທາຣົກເພດຊາຍ ຫລາຍກວ່າເພດຍິງໃນສັດສ່ວນເດັກຊາຍ 105 ຄົນຕໍ່ເດັກຍິງ 100 ຄົນ.

ທັງນີ້ ການສຶກສາໃນອະດີດລະບຸວ່າ ຈຳນວນທຳຣົກເພດຊາຍຈະລຸດລົງຫລັງເກີດວິກິດການທາງການເມືອງ ແລະ ສັງຄົມ

ທີມນັກວິໄຈຈາກມະຫາວິທະຍາໄລອາຣ໌ຮັສໃນເດັນມາຣ໌ກລາຍງານໄວ້ໃນວາລະສານການແພດ ຮິວແມນ ຣີໂປຣດັກຊັນວ່າ ຍັງບໍ່ຮູ້ເຖິງສາມາດທີ່ແນ່ນອນວ່າ ເປັນຍ້ອນເຫດໃດຄວາມຄຽດ ຈຶ່ງມີຜົນກັບເພດຂອງທາຣົກ ຈາກປົກກະຕິທີ່ເພດຂອງ ທາຣົກຖືກກຳຫນົດ ໂດຍໂຄຣໂມໂຊມໃນອະສຸຈິຂອງຜູ້ເປັນພໍ່

ຢ່າງໃດກໍ່ຕາມ ຄວາມເປັນໄປໄດ້ວ່າການທີ່ຮ່າງກາຍຂອງຜູ້ເປັນແມ່ຫລັ່ງຮໍໂມນຄວາມຄຽດອອກມາຫລາຍ ອາດເຮັດໃຫ້ ໂຕອ່ອນເພດຊາຍມີບັນຫາໃນການຝັງໂຕໃນຜະນັງມົດລູກ ແລະ ຜູ້ຍິງທີ່ຄຽດທີ່ມີແນວໂນ້ມສູງທີ່ຈະແທ້ງລູກຊາຍໄດ້ງ່າຍ

ຂະນະດຽວກັນ ຜູ້ຊ່ຽວຊານດ້ານການຈະເລີນພັນຂອງອັງກິດເຕືອນວ່າ ຄວາມຄຽດໃນເວລາຖືພາອາດກ່ຽວພັນກັບບັນຫາ ສຸຂະພາບຂອງລູກເມື່ອໃຫຍ່ຂື້ນ ເຊັ່ນ: ຄວາມດັນເລືອດສູງ ໂລກອ້ວນ ແລະ ເບົາຫວານ ລວມທັງບັ່ນທອນລະດັບ ສະຕິປັນຍາຂອງເດັກ ອີກດ້ວຍ.

* ຄັດຈາກ: ຫນັງສືພິມເດເລນິວ, ສະບັບວັນທີ 28-09-2007

 
 

2003-2006 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4