ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ຄັດລັບການປັດຂົນຕາໃຫ້ສວຍງາມ 10 ວິທີ

ຄວາມສວຍງາມເທິງໃບໜ້າຂອງສາວໆ ເສີມດ້ວຍການປັດຂົນຕາໃຫ້ງອນແບບສວຍງາມ

1. ຖ້າແປງປັດຊຸ່ມໄປດ້ວຍເນື້ອມາສຄາຣ່າ ໃຫ້ໃຊ້ເຈ້ຍທິດຊູເສັດຊັບສ່ວນຂອງແປງກ່ອນ ຈະເຮັດໃຫ້ມາສຄາຣ່າບໍ່ເປື້ອນໃນເວລາປັດຂົນຕາ

2. ຄວນຫລີກລ້ຽງການດຶງແປງເຂົ້າອອກຈາກຫລອດ ເພາະຈະເຮັດໃຫ້ເນື້ອມາສຄາຣ່າແຫ້ງໄວ

3. ຖ້າຢາກໃຫ້ເນື້ອມາສຄາຣ່າຕິດແປງປັດຫລາຍຂື້ນ ໃຫ້ໝູນແປງໃນເວລາທີ່ຢູ່ໃນຫລອດ

4. ຄວນປັດມາສຄາຣ່າເຄືອບຂົນຕາຫລາຍກວ່າ 1 ເທື່ອ ເພື່ອໃຫ້ຂົນຕາເບິ່ງແລ້ວໜາ ແລະ ຍາວຂື້ນ ຄວນປັດຊ້ຳອີກຄັ້ງ ໂດຍປັດຈາກກົກຂົນຕາໄປຮອດປາຍຂົນຕາ ຖ້າປັດຜິດ ໃຫ້ປັດຊ້ຳຄັ້ງທີ 3 ສະເພາະແຕ່ປາຍຂົນຕາເທົ່ານັ້ນ ແລະ ຄວນລໍໃຫ້ມາສຄາຣ່າ ຄັ້ງສຸດທ້າຍແຫ້ງກ່ອນແລ້ວຈຶ່ງປັດຊ້ຳອີກເທື່ອໜື່ງ

5. ການປັດມາສຄາຣ່າທີ່ຂົນຕາລຸ່ມໃຫ້ປັດແປງໄປຕາມແນວຂວາງ ເພື່ອບໍ່ໃຫ້ເນື້ອມາສຄາຣ່າເປື້ອນເກີນໄປ ເພາະຈະຊ່ວຍເຮັດໃຫ້ຂົນຕາບໍ່ຕິດກັນເປັນແຜ່ນ ແລະ ແຂງແບບກະດ້າງ

6. ອາຍຸຂອງມາສຄາຣ່າ ສາມາດຢູ່ໄດ້ປະມານ 6 ເດືອນ ຖ້າປະໄວ້ດົນກວ່ານີ້ເນື້ອມາສຄາຣ່າຈະແຫ້ງ ແລະ ເກາະກັນຕິດກັນເປັນກ້ອນ

7. ຖ້າມີຮອຍຄ້ຳຢູ່ດວງຕາ ໃຫ້ປັດສະເພາະຂົນຕາເບື້ອງເທິງ ເພາະຈະເຮັດໃຫ້ດວງຕາເປັ່ງປະກາຍສົດໃສ

8. ຖ້າເປັນຄົນທີ່ມີຕາຊິດ ໃຫ້ປັດມາສຄາຣ່າສະເພາະທາງຫາງຕາທັງຂົນຕາເທິງ ແລະ ລຸ່ມ

9. ຖ້າຄົນມີດວງຕາໃຫຍ່ລຶກ ໃຫ້ປັດມາສຄາຣ່າທັງຂົນຕາເທິງ ແລະ ລຸ່ມ ແລະ ແປງຕາໃຫ້ລຽງເສັ້ນສວຍງາມ

10. ຖ້າຄົນຕານ້ອຍ ໃຫ້ປັດມາສຄາຣ່າສະເພາະຂົນຕາທາງເທິງ ແລະ ເນັ້ນຢູ່ທີ່ຂົນຕາເບື້ອງນອກ

ຖ້າຢາກມີຂົນຕາທີ່ງອນແບບສວຍງາມ ລອງນຳວິທີດັ່ງກ່າວໄປໃຊ້ເບິ່ງ ເນາະວ່າຈະງາມແທ້ບໍ?

* ຄັດຈາກ: ກະປຸກ, ວັນທີ 25-4-2008

 
 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564