|
ໝາກຂາມປ້ອມເປັນຕົ້ນໄມ້ພຸ່ມຂະໜາດນ້ອຍຮອດຂະໜາດກາງ
ສູງປະມານ 7-12 ແມັດ, ເປືອກລຽບສີນ້ຳຕາອົມເທົາ
ໃບມີລັກສະນະເປັນໃບດ່ຽວຄ້າຍຄືໃບໝາກຂາມ
ດອກສີຂາວກິ່ນຫອມອອກເປັນຈຸກ
ໝາກເປັນໜ່ວຍມົນກົມສີຂຽວອ່ອນ ເມັດສີນ້ຳຕານ
ມີຫລາຍລົດຊາດທັງສົ້ມ ຫວານ ຝາດ ຂົມ
ຂະຫຍາຍແນວພັນໂດຍການເອົາແກ່ນ

ເຮົາສາມາດກິນໝາກຂາມປ້ອມໄດ້ 2 ແບບຄື:
1. ວິທີກິນແບບໜ່ວຍດິບ ຈະອົມໄວ້ ຫລື
ຫຍ້ຳກໍ່ໄດ້ ອາດເພີ່ມລົດຊາດດ້ວຍການຈ້ຳເກືອ
ຫລື ເອົາໄປປັ່ນ ໂດຍເລືອກ ໜ່ວຍທີ່ແກ່ 20
-30 ໜ່ວຍຜ່າເອົາເມັດອອກໃສ່ນ້ຳ 2 ຈອກ
ປະສົມນ້ຳເຊື້ອມ ຫລື ນ້ຳເຜິ້ງ 1/3 ຈອກ ແລະ
ເກືອ 1 ບ່ວງ ຫລື
ປຸງລົດຕາມໃຈຈະມີວິຕາມິນສູງກວ່ານ້ຳສົ້ມເຖິງ
20 ເທົ່າ ຈະຊ່ວຍໃຫ້ຊຸ່ມຄໍ ແກ້ກະຫາຍນ້ຳ
2. ວິທີກິນແບບໜ່ວຍແຫ້ງ ໂດຍເອົາໝາກຂາມປ້ອມແຫ້ງ
1-2 ໜ່ວຍ ມາແຊ່ໃນນ້ຳ 1 ຈອກ ປະໄວ້ 1 ຄືນ ເຊົ້າຂອງວັນໃໝ່ກິນທັງນ້ຳ
ແລະ ເນື້ອ ຕອນທ້ອງວ່າງ ຫລື ເອົາໄປຕົ້ມກິນຕອນອຸ່ນໆ
ກໍ່ສາມາດແກ້ຫວັດໄດ້ດີຄືກັນ
ປະໂຫຍດທາງສະຫມຸນໄພ
ໃບ
ໃຊ້ຕົ້ມອາບແກ້ລົດໄຂ້ ແກ້ຜິວໜັງທີ່ເປັນຟົດຜື່ນຄັນມີນ້ຳເຫລືອງ
ມີຝີໜອງຊຳເຮື້ອ
ດອກ
ເປັນຢາເຢັນ ຫລື ຢາລະບາຍ
ໝາກ
ທັງໜ່ວຍດິບ ແລະ ແຫ້ງ ເປັນຢາຮັກສາຊ່ວຍແກ້ໄຂ້
ໂດຍສະເພາະມີລິດຕ້ານໄວຣັສໄຂ້ຫວັດໃຫຍ່ສູງ
ບຳລຸງຫົວໃຈ
ຂັບຖ່າຍປັດສະວະ ຟອກເລືອດ ແກ້ໂລກຊາງ ແກ້ໄອ
ລະລາຍເສຫະ ກະຕຸ້ນນ້ຳລາຍ ເຈັບຄໍ ຄໍແຫ້ງ
ຄໍຕີບດອງກັບເຫລົ້າແກ້ອາຫານບໍ່ຫຍ່ອຍ
ຢາງຈາກໜ່ວຍ
ແກ້ຕາອັກເສບ ຊ່ວຍຍ່ອຍອາຫານ ຂັບປັດສາວະ
ປົມຢູ່ກ້ານ
ແກ້ປວດເມື່ອຍກະດູກ, ປວດແຂ້ວ, ເຈັບທ້ອງນ້ອຍ,
ໄສ້ເລື່ອນ, ເຈັບກະເພາະ
ຮາກ
ຕົ້ມນ້ຳກິນເປັນຢາແກ້ໄຂ້, ຟອກເລືອດ,
ທຸບພອກແກ້ພິດໄດ້, ແກ້ຮ້ອນໃນ, ເຈັບທ້ອງ,
ຄວາມດັນ, ໂລກຂີ້ເຮື້ອນ, ແກ້ພິດຂີ້ເຂັບ
ເປືອກລຳຕົ້ນ
ແກ້ແຜເລືອດອອກ ແກ້ຟົກຊ້ຳ ຫລື ແຜກະທົບ
ນອກຈາກຈະມີປະໂຫຍດທາງສະຫມູນໄພ
ຄົນທາງເໜືອສາມາດໃຊ້ປະໂຫຍດຈາກໝາກຂາມປ້ອມໄດ້ອີກ
ໂດຍເອົາເປືອກ ມາເຮັດເປັນສີຍ້ອມຜ້າໄໝ,
ຜ້າຂົນສັດ, ແລະ ຍ້ອມສີຜົມໄດ້
*
ຄັດຈາກ: ກະປຸກ, ສະບັບວັນທີ
17-07-2007 |