ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ຄອບຄົວມະຫາສານ
ຄອບຄົວ ແລະ ສັງຄົມ
ການວາງແຜນຄອບຄົວ
ສາຍພົວພັນຄອບຄົວ
ິທີການລ້ຽງລູກ
ເພດສຶກສາ
ໂລກຕິດຕໍ່ທາງເພດສຳພັນ
ສຸຂະພາບທົ່ວໄປ
ໂລກ ແລະພະຍາດຕ່າງໆ
ຄອບຄົວຕົວແບບ
ກົດໝາຍໜ້າຮູ້
ການສຶກສາ
ກິລາ
ໂຄສະນາຜ່ານເວັບ
 

 

 
 
   ໝາກໄມ້ສົ້ມກັບໝາກກ້ວຍຫອມໃຫ້ຄຸນຊ່ວຍປົກປ້ອງຄຸ້ມຄອງໜ່ວຍຕາຂອງຜູ້ຫເຖົ້າໄດ້
      ການໝັ່ນກິນໝາກໄມ້ຈະມີຄຸນປະໂຫຍດ ຊ່ວຍໃຫ້ຫລີກເວັ້ນຈາກການຕາບອດ ເນື່ອງມາຈາກໂລກຂອງຄວາມແກ່ຊະລາ ເມື່ອເຮົາເຂົ້າສູ່ວັຍສູງອາຍຸຂື້ນໄດ້ ນັກວິທະຍາສາດຂອງໂຮງໝໍບຣິກແຮມ ທີ່ນະຄອນບອສຕັນ ໄດ້ຮູ້ຂໍ້ມູນມາຈາກການສຶກສາວິໄຈກັບບຸກຄົນຕ່າງໆ ບໍ່ໜ້ອຍກວ່າ 118.000 ຄົນ ເປັນເວລາລະຫວ່າງ 12-18 ປີວ່າ ຄົນທີ່ກິນໝາກໄມ້ມື້ລະ 3 ເທື່ອຂື້ນໄປ ຈະຫ່າງພົ້ນຈາກການເປັນໂລກຕາ ອັນເນື່ອງຈາກຄວາມແກ່ເຖົ້າ ເມື່ອຍ່າງເຂົ້າສູ່ວັຍສູງອາຍຸໄດ້ຫລາຍເຖິງ 36% ເມື່ອທຽບກັບຄົນທີ່ກິນພຽງມື້ລະບໍ່ເຖິງ 1.5 ເທື່ອເທົ່ານັ້ນ.
ໂລກຕາອັນເນື່ອງມາຈາກຄວາມແກ່ຊະລາ ນັບເປັນສາເຫດໃຫຍ່ຂງຄົນແກ່ທີ່ມີອາຍຸເກິນ 65 ປີຂື້ນໄປ ຕ້ອງຕາມືດມົວລົງ ເນື່ອງຈາກບໍລິເວນທີ່ເປັນຈຸດພາບຊັດ ເທິງຈໍຕາເກິດເສື່ອມສະພາບລົງ ລວມທັງການແຕກສະຫລາຍຂອງເຊລ ຫລື ເນື້ອເຍື່ອເສຍຫາຍ ດ້ວຍການແຕກຕົວຂອງເສັ້ນເລືອດຝອຍແຖບລຸ່ມຈໍຕາ ການສຶກສາວິໄຈພົບວ່າໝາກໄມ້ທີ່ໃຫ້ປະໂຫຍດກັບດວງຕາຫລາຍທີ່ສຸດ ໄດ້ແກ່ໝາກກ້ຽງກັບໝາກກ້ວຍຫອມ.
* ຈາກໜັງສືພິມໄທລັດ, ສະບັບວັນທີ 17/6/2004
 
   ໂລກມະເຮັງປ້ອງກັນໄດ້ດ້ວຍ 9 ຂໍ້
      ສະຖາບັນວິໄຈໂລກມະເຮັງໃນອະເມລິກາ ໄດ້ກຳໝົດຄຳແນະນຳ 9 ລາຍການທີ່ຈະຊ່ວຍໃຫ້ແມ່ຍິງລົດອັດຕາສ່ຽງ ໃນການເປັນໂລກມະເຮັງລົງໄດ້ ຄື:
  1. ບໍ່ຄວນສູບຢາ
  2. ລະວັງ ແລະ ກວດເຊັກນ້ຳໜັກບໍ່ໃຫ້ເກິນ 5 ກິໂລ ຈາກນ້ຳໜັກເມື່ອຕອນອາຍຸ 18 ປີ
  3. ຕ້ອງອອກກຳລັງກາຍທຸກມື້ ແລະ ອອກແຮງໜັກໆ ອາທິດລະຄັ້ງ
  4. ຄວນກິນຜັກ ແລະ ໝາກໄມ້ທຸກວັນ
  5. ກິນອາຫານຈຳພວກທັນຍະພຶດທຸກມື້ ຢ່າງນ້ອຍວັນລະປະມານ 400 ກຣັມ
  6. ແມ່ຍິງຄວນງົດເວັ້ນການດື່ມແອລກໍຮອລ໌ເຫລືອພຽງວັນລະຈອກກໍ່ພໍ
  7. ບໍ່ຄວນກິນເນື້ອສັດທີ່ສຸກໆດິບໆເກີນວັນລະ 90 ກຣັມ
  8. ອາຫານທີ່ເປັນພວກໄຂມັນບໍ່ຄວນເກີນວັນລະ 30%ຂອງແຄລໍຣີທີ່ຄວນໄດ້ຮັບແຕ່ລະວັນ
  9. ຫ້າມກິນເຄັມເກີນໄປ ຄືບໍ່ຄວນຕື່ມເກືອລົງໃນອາຫານເກິນ 2,400 ມິລິກຣັມຕໍ່ວັນ
    ລາຍງານການວິໄຈທີ່ວ່ານີ້ ໄດ້ສັງເກດສຶກສາກຸ່ມແມ່ຍິງໄວໝົດປະຈຳເດືອນ 3,000 ຄົນ, ແລະພົບວ່າຄົນທີ່ເຮັດຕາມຄຳແນະນຳເຫລົ່ານີ້ພຽງ 1 ລາຍການ ຫລື ບໍ່ທຳລາຍມີໂອກາດສ່ຽງໃນການເປັນມະເຮັງເພິ່ມຂື້ນເຖິງ 35 % ເມື່ອປຽບທຽບກັບຄົນທີ່ປະຕິບັດຕາມນຳແນະນຳນີ້ 5-6 ຂໍ້.
    * ຈາກໜັງສືພິມໄທລັດ, ສະບັບວັນທີ 14/7/2004.
   
   
   
   
   
   
   
   
   
   
   

<<  [1]  [2]  [3]

 

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 021 263 563 ແຟັກ: 021 263564 ອີເມລ໌: info@mahasan.com

Last Update: Thursday, March 20, 2008