|
|

|
| |
ວິຕາມິນລວມທຳມະດາຕ້ານໂລກເອດສ໌ຢຸດຢັ້ງບໍ່ໃຫ້ແຜ່ລາມຕໍ່ໄປໄດ້ |
| |
ຄະນະແພດໝໍໄດ້ປະສົບຈາກການຮັບສາຜູ້ຍິງຖືພາທີ່ຕິດໂລກເອດສ໌ ໃນແທນຊາເນຍ ເກືອບ 1,080 ຄົນ,
ໄດ້ພົບເຫັນວ່າໃນຄົນທີ່ໃຫ້ກິນວິຕາມິນລວມ ບີ ຊີ ແລະ ອີ ທຸກມື້ດົນເຖິງ 5 ປີ
ຈະສາມາດຊະລໍອາການຂອງໂລກເອົາໄວ້ໄດ້ເຖິງເກືອບເຄິ່ງຕໍ່ເຄິ່ງ. ຫົວໜ້າຄະນະວິໄຈຂອງໂຮງຮຽນສາທາລະນະສຸກຮາຣ໌ວາຣ໌ດຂອງສະຫະລັດ ກ່າວວ່າ:
ຕົນເອງເຊື່ອວ່າຄວນຈະໃຫ້ຄົນເຈັບໄດ້ກິນວິຕາມິນລວມ ຕັ້ງແຕ່ຂັ້ນເລິ່ມຕົ້ນ ເຊິ່ງການກິນວິຕາມິນລວມຈະເສຍຄ່າຢາພຽງປີລະ
15 $ ເທົ່ານັ້ນ, ເຊິ່ງນັບວ່າເປັນວິທີທາງຍົກຄຸນນະພາບຊີວິດໃຫ້ສູງຂື້ນທີ່ຂອນຂ້ອງບໍ່ແພງປານໃດ ອາຫານເສິມວິຕາມິນລວມຈະຊ່ວຍຊະລໍອາການຂອງໂລກ
ບໍ່ໃຫ້ກຳເລິບເຖິງຂັ້ນຈຳເປັນທີ່ຕ້ອງໃຊ້ຢາຕ້ານໄວຣັສ ເຊິ່ງຈະຕ້ອງເສຍຄ່າຢາສູງເຖິງປີລະ
290 $ - 390 $ ຕໍ່ຄົນ.
* ຈາກໜັງສືພິມໄທລັດ, ສະບັບວັນທີ 9/7/2004
|
| |
ຜູ້ຊາຍຄວນລະວັງໄພຈາກໂທລະສັບມືຖືອາດສ້າງຄວາມເສື່ອມໃຫ້ເຊື້ອອະສຸຈິ |
| |
ຜົນການສຶກສາຂອງນັກວິໄຈຈາກຮັງກາຣີພົບວ່າໂທລະສັບມືຖື
ອາດສ້າງຄວາມເສຍຫາຍໃຫ້ກັບເຊື້ອອະສຸຈິຂອງຜູ້ຊາຍໄດ້ ໂດຍຈຳນວນລຸດລົງ 1 ໃນ 3. ຜູ້ຊ່ຽວຊານກ່ຽວກັບພາວະການຈະເລີນພັນລະບຸວ່າ ການນຳເອົາໂທລະສັບມືຖືໄປໄວ້ໃນກະເປົາໂສ້ງ
ຫລື ຫ້ອຍໄວ້ກັບສາຍແອວ ເຮັດໃຫ້ຈຳນວນເຊື້ອອະສຸຈິຂອງຜູ້ຊາຍ ລຸດລົງເກືອບຮ້ອຍລະ 30, ເຊິ່ງການວິໄຈນີ້ເປັນຜົນງານການສຶກສາຂອງນັກວິໄຈຈາກມະຫາວິທະຍາໄລເຊເກດ
(Szeged)
ໄດ້ທຳການວິເຄາະເຊື້ອອະສຸຈິຂອງຜູ້ຊາຍຈຳນວນ
221 ຄົນ, ແລະ ສອບຖາມພວກເຂົາກ່ຽວກັບພຶດຕິກຳໃນການໃຊ້ໂທລະສັບມືຖື ແລະ
ພົບເຫັນຄວາມກ່ຽວພັນລະຫວ່າງການໃຊ້ໂທລະສັບມືຖືກັບການຜະລິດເຊື້ອອະສຸຈິ ເພາະການໃຊ້ໂທລະສັບມືຖື
ພຽງແຕ່ການເປິດເຄື່ອງເອົາໄວ້ເສີຍໆ ກໍ່ສາມາດລຸດຈຳນວນເຊື້ອ ແລະ
ຄຸນນະພາບຂອງຕົວເຊື້ອລົງໄດ້, ຢ່າງໃດກໍ່ຕາມ ຜູ້ຊ່ຽວຊານກ່າວວ່າ
ຄວນຈະມີການສຶກສາເພິ່ມຕຶ່ມອີກ ເພື່ອຢືນຢັນຜົນໂດຍສຶກສາໃນວົງກວ້າງຕໍ່ໄປ ເພາະວຽກງານອັນນີ້ຍັງບໍ່ໄດ້ນຳເອົາແງ່ມູມອື່ນ
ໃນຊີວິດຂອງຜູ້ຊາຍມາຮ່ວມໃນການສຶກສານຳ. *
ຈາກໜັງສືພິມໄທລັດ, ສະບັບວັນທີ 1/7/2004
|
| |
ວິທີລົດຄວາມອ້ວນຢ່າງມີຄວາມສຸກໃຫ້ນອນຕື່ນສວຍຕາມສະບາຍ |
| |
ນັກວິໄຈໃນສະຫະລັດອະເມລິກາອ້າງຢ່າງແຂ່ງຂັນວ່າ
ການນອນໃຫ້ດົນຂື້ນຈະຊ່ວຍໃຫ້ລຸດນ້ຳໜັກລົງໄດ້ເອງ ໂດຍໄດ້ພົບເຫັນຈາກການສຶກສາວິໄຈວ່າ
ຫາກຄົນເຮົານອນຕື່ນສວຍອີກມື້ລະ 1 ຊົ່ວໂມງ, ຈະເຮັດໃຫ້ນ້ຳຫນັກລຸດໄດ້
ລາຍງານການສຶກສາເຊິ່ງເຜີຍແຜ່ ໃນວາລະສານການແພດ ?ເລື່ອງການນອນ?
ອ້າງວ່າເພາະສານເຄມີທີ່ຂັບອອກມາ ລະຫວ່າງເວລານອນຫລັບ ທີ່ຊື່ວ່າ: ?ເລພຕິນ? ນັ້ນ,
ມີສັບພະຄຸນຂັດຂວາງການຜະລິດເຊລໄຂມັນ ດ້ວຍການໄປກົດຄວາມຫິວເອົາໄວ້ ແລະ
ອີກເຫດຜົນໜື່ງກໍ່ຄື: ຖ້າເຮົາມີເວລາຕື່ນນອນໄດ້ຫລາຍ ກໍ່ຈະເຮັດໃຫ້ກິນອາຫານໄດ້ຫລາຍຂື້ນ
ເພາະໄດ້ຜົນໃນການສຶກສາວ່າ ໃນກຸ່ມຄົນອ້ວນທີ່ໄດ້ສຶກສານຳນັ້ນ
ລ້ວນແຕ່ພາກັນນອນດົນບໍ່ເຖິງຄືນລະ 6 ຊົ່ວໂມງ, ເທົ່ານັ້ນ.
* ຈາກໜັງສືພິມໄທລັດ ສະບັບວັນທີ 8/7/2004
|
| |
ກິນໝາກເຜັດຂີ້ໜູສົດຊ່ວຍລຸດຄວາມສ່ຽງການເປັນໂລກຫົວໃຈ |
| |
ຜົນການວິໄຈຊີ້ໃຫ້ເຫັນວ່າໝາກເຜັດຂີ້ໜູເປັນປັດໄຈຕໍ່ການເພິ່ມການລະລາຍເລືອດທີ່ກໍ່ໃຫ້ເກິດໂລກຫົວໃຈ
ໂດຍພົບວ່າຊ່ວຍລຸດລະດັບນ້ຳຕານກລູໂຄສ ເພິ່ມອັດຕາການເຜົາຜານຂອງຮ່າງກາຍ
ຊະລໍການຈັບກຸ່ມຂອງເລືອດ ເພິ່ມການລະລາຍລິ່ມເລືອດ ໂດຍສາລະສຳຄັນໃນໝາກເຜັດຂີ້ໜູສົດຈະອອກລິດພາຍໃນ
30 ນາທີ, ຫລັງການກິນໝາກເຜັດຂີ້ໜູສົດ
ສ.ທ່ານໝໍ ສຸລັດ ໂຄມິນ ຫົວໜ້າຝ່າຍໂພຊະນະວິທະຍາ ແລະ ຊີວະເຄມີທາງການແພດ
ພາກວິຊາອາຍຸຣະສາດ, ຄະນະແພດສາດ, ໂຮງໝໍຣາມາທິບໍດີ ກ່າວວ່າ ນ.ສ ພັດຊະຣານີ ໄຊຍະທາ
ນັກສຶກສາຫລັກສູດວິທະຍາສາດດຸດສະດີບັນດິດ ສາຂາໂພຊະນະສາດ ເຊິ່ງເປັນຫລັກສູດຮ່ວມລະຫວ່າງຄະນະແພດສາດ
ໂຮງໝໍຣາມາທິບໍດີ ແລະ ສະຖາບັນວິໄຈໂພຊະນາການ ມະຫາວິທະຍາໄລມະຫິດົນ ເຮັດວິທະຍານິພົນເລື່ອງ:
ໝາກເຜັດຂີ້ໜູຕໍ່ປັດໄຈຂອງການເກິດໂລກຫົວໃຈ ແລະ ຫລອດເລືອດ ໂດຍຕົນເປັນອາຈານທີ່ປຶກສາ ແລະ
ປະທານຄະນະກຳມະການຄວບຄຸມວິທະຍານິພົນ ເພື່ອສຶກສາຜົນຂອງການບໍລິໂພກໝາກເຜັດຂີ້ໜູສົດຕໍ່ປັດໄຈສ່ຽງຂອງໂລກຫົວໃຈ
ແລະ ຫລອດເລືອດຂອງແມ່ຍິງທີ່ມີໄຂມັນໃນເລືອດສູງ, ໂດຍໃນການສຶກສາຄັ້ງນີ້ໄດ້ທົດລອງກັບແມ່ຍິງໄທ
50 ຄົນ ທີ່ມີລະດັບໄຂມັນໃນເລືອດສູງ ອາຍຸ 45-64 ປີ ແລະ ໝົດປະຈຳເດືອນແລ້ວ
ບໍ່ມີອາການສະແດງຂອງໂລກຊຳເຮື້ອ ເຊັ່ນ: ເບົາຫວານ, ໂລກຫົວໃຈ, ໂລກຕັບ, ໂລກກະເພາະອາຫານ,
ບໍ່ສູບຢາ, ບໍ່ກິນເຫລົ້າ, ບໍ່ກິນກາເຟເກີນວັນລະ 2 ຈອກ, ບໍ່ກິນໝາກເຜັດຫລາຍກວ່າ 10
ກຣັມຕໍ່ມື້.
ຜົນການສຶກສາພົບວ່າ ການບໍລິໂພກໝາກເຜັດຂີ້ໜູຊ່ວຍລົດປັດໄຈສ່ຽງຕໍ່ການເປັນໂລກຫົວໃຈ ແລະ
ຫລອດເລືອດ ໄດ້ແກ່ຊ່ວຍລົດລະດັບນ້ຳຕານກລູໂຄສ ເພິ່ມອັດຕາການເຜົາຜານຂອງຮ່າງກາຍ
ຊະລໍການຈັບກຸ່ມຂອງເລືອດ, ເພິ່ມການລະລາຍລິ່ມເລືອດ ໂດຍສາລະສຳຄັນໃນໝາກເຜັດຂີ້ໜູສົດຈະອອກລິດພາຍໃນ
30 ນາທີ, ຫລັງການກິນໝາກເຜັດຂີ້ໜູສົດ.
ສ່ວນປະກອບສຳຄັນໃນໝາກເຜັດຂີ້ໜູສົດທີ່ເຮັດໃຫ້ເກິດຄວາມເຜັດ ເພິ່ມລົດຊາດຂອງອາຫານຄື:
ສານແຄບໄຊຊິນ ເຊິງສານນີ້ມີຄຸນສົມບັດທາງເພສັດວິທະຍາຄື: ຊ່ວຍລຸດຜ່ອນອາການປວດກ້າມເນື້ອ
ແລະ ຂໍ່, ເພິ່ມການເຄື່ອນໄຫວຂອງລະບົບທາງເດິນອາຫານ.
* ຈາກໜັງສືພິມຜູ້ຈັດການ 28/6/2004
|
| |
ຄຸນປະໂຫຍດຂອງສານສະກັດຈາກຕົ້ນຕະບອງເພັດຊ່ວຍລຸດອາການເມົາຄ້າງ |
| |
ດຣ.ເຈຟຟ໌ ໄວສ໌ ແລະ ຄະນະຈາກມະຫາວິທະຍາໄລທູເລນ ໄດ້ທຳການວິໄຈກັບອາສາສະມັກ
55 ຄົນ, ອາຍຸລະຫວ່າງ 21-35 ປີໃຫ້ເຂົ້າຮ່ວມການທົດລອງ ໂດຍອາສາສະມັກເຄິ່ງໜື່ງຮັບສານສະກັດ
ຈາກຜິວຂອງຕົ້ນກະບອງເພັດ ໂອປຸນເທຍ ຟິຄັສ ອິນດິຄາ
(Opuntia ficus indica)
ກ່ອນດື່ມເຄື່ອງແອລກໍຮອລ໌ເປັນເວລາ
5 ຊົ່ວໂມງ, ສ່ວນອີກເຄິ່ງໜື່ງໄດ້ຮັບຢາຫລອກ ໂດຍທັງໝົດບໍ່ຮູ້ວ່າຕົນເອງໄດ້ຮັບສານສະກັດຂອງແທ້
ຫລື ຢາຫລອກ ຫລັງຈາກນັ້ນອີກ 1 ຊົ່ວໂມງຈຶ່ງໃຫ້ກິນອາຫານຄ່ຳ ແລ້ວອີກ 4
ຊົ່ວໂມງຕໍ່ມາຈຶ່ງໄດ້ດື່ມເຫລົ້າໃນປະລິມານທີ່ຈະເຮັດໃຫ້ເມົາຄ້າງ ຫລັງຈາກດື່ມແລ້ວ 1
ຊົ່ວໂມງ, ນັກວິໄຈຈຶ່ງໄດ້ທົດສອບລະດັບແອລກໍຮອລ໌ໃນເລືອດ ແລ້ວຈຶ່ງຂັບລົດໄປສົ່ງຢູ່ບ້ານພ້ອມກັບກຳຊັບໃຫ້ມາທົດສອບໃໝ່ໃນວັນຖັດໄປ
ເຊົ້າຂອງວັນຕໍ່ມາອາສາສະມັກຕ້ອງຈັດອັນດັບຄວາມເມົາຄ້າງຂອງຕົນເອງ, ທັງໃນແງ່ຂອງອາການ
ແລະ ສະພາບໂດຍລວມ ຫລັງຈາກນັ້ນອີກສອງອາທິດໃຫ້ມາທົດສອບຊ້ຳອີກຄັ້ງ ແຕ່ຄາວນີ້ສະລັບກຸ່ມກັນໂດຍໃຜບໍ່ໄດ້ຮັບສານສະກັດໃນຄັ້ງທຳອິດກໍ່ຈະໄດ້ຮັບໃນຄັ້ງນີ້.
ຄະນະວິໄຈຂອງ ດຣ.ໄວສ໌ ພົບເຫັນວ່າກຸ່ມອາການເມົາຄ້າງ 3 ອາການຄື:
ອາການຄື້ນໄສ້, ປາກແຫ້ງ ແລະ ບໍ່ຢາກອາຫານນັ້ນລົດລົງຢ່າງເຫັດໄດ້ຊັດ ເມື່ອອາສາສະມັກໄດ້ຮັບສານສະກັດຈາກຕົ້ນກະບອງເພັດ
ເນື່ອງຈາກລະດັບໂປຣຕີນ ຊີ-ຣີແອຄທີຟ ທີ່ນັບຜະລິດອອກມານເມື່ອປະເຊີນຄວາມຄ້ຽດ ແລະ
ການອັກເສບນັ້ນລຸດລົງເມື່ອໄດ້ຮັບສານສະກັດຈາກຕົ້ນກະບອງເພັດ.
ຢ່າງໃດກໍ່ຕາມ ຜູ້ຊ່ຽວຊານດ້ານແອລກໍຮອລ໌ບອກວ່າຂໍ້ມູນນີ້ ເປັນປະໂຫຍດທາງການແພດຫລາຍກວ່າພຽງແກ້ອາການເມົາຄ້າທໍ່ນັ້ນ
ແລະ ທີ່ສຳຄັນກໍ່ຄືຢ່າດື່ມຫລາຍເກີນໄປ
* ຈາກໜັງສືພິມໄທລັດ ສະບັບວັນທີ 2/7/2004
|
| |
ເດັກນ້ອຍຫິວນອນຍ້ອນການເບິ່ງທໍລະທັດ |
| |
ລາຍງານການສຶກສາວິໄຈໃນອັງກິດ ໄດ້ພົບເຫັນໃນການສຶກສາວິໄຈກັບເດັກວັຍລະຫວ່າງ
6-12 ປີ, ຈຳນວນ 74 ຄົນ, ທີ່ຖືກຈຳກັດການເບິ່ງທໍລະທັດ ເອົາໄວ້ມື້ລະ 3 ຊົ່ວໂມງ, ເປັນໄລຍະເວລາດົນເຖິງ
1 ອາທິດ, ຈາກການກວດວັດລະດັບຮໍໂມນເມລາໂທນິນຍ່ຽວ ຊຶ່ງເປັນຮໍໂມນຄວບຄຸມການນອນ
ພົບເຫັນວ່າເພິ່ມສູງຂື້ນເຖິງ 30% ໂດຍສະເພາະກັບເດັກນ້ອຍທີ່ມີອາຍຸນ້ອຍທີ່ສຸດ
ຕາມປົກກະຕິຮ່າງກາຍຂອງຄົນເຮົາຈະມີການຂັບຮໍໂມນເມລາໂທນິນ ເມື່ອເວລາລ່ວງໄປເຖິງ 9 ໂມງແລງຂອງແຕ່ລະຄືນ
ຊ່ວຍໃຫ້ເຮົານອນຫລັບສະບາຍຕະຫລອດໝົດຄືນ
* ຈາກໜັງສືພິມໄທລັດ, ສະບັບວັນທີ 7/7/2004
|
| |
ກິນແອບເປິລ
2 ໜ່ວຍຕໍ່ມື້ປ້ອງກັນມະເຮັງກະເພາະອາຫານ |
| |
ນັກວິໄຈຂອງມະຫາວິທະຍາໄລເຟເດຣິໂກ 2
ເມືອງເນເປິລ ຄົ້ນຄວ້າພົບວ່າ
ໝາກແອບເປິລມີສານທີ່ມີປະໂຫຍດຊ່ວຍປົກປ້ອງກະເພາະອາຫານໄດ້ຢ່າງດີ
ເພາະມັນຊ່ວຍປົວແປງຄວາມເສຍຫາຍອັນເກິດຈາກພວກອະນຸມູນອິດສະຣະ
ຊຶ່ງເປັນເຫດໃຫ້ເກິດຄວາມແກ່ຊະລາ ແລະ
ເນື້ອຮ້າຍໃນກະເພາະຂື້ນໄດ້
ທີມນັກວິໄຈທີ່ມີຄາມິລໂລ ເດຊ ເວກຊິໂອ
ບຣັງໂກ ເປັນຫົວໜ້າ
ພົບເຫັນວ່າສານສະກັດຈາກແອບເປິລ,
ທີ່ອຸດົມໄປດ້ວຍສານທີ່ມີສັບພະຄຸນເປັນຕົວລ້າງພິດ
ເຊັ່ນ: ພວກຄາເຕຊົນ ແລະ ກົດໂຄຣໂຣຈີນິກ
ສານສະກັດຈາກແອບເປິລກັບກົດໂຄລໂຣຈີນິກ
ໄດ້ສະແດງໃຫ້ເຫັນວ່າຂັດຂວາງການເຕິບໃຫຍ່ຂອງເຊລມະເຮັງ
ກະເພາະອາຫານໄດ້.
ລາຍງານການສຶກສາຊຶ່ງສະເໜີຢູ່ໃນວາລະສານວິທະຍາສາດວ່າດ້ວຍກະເພາະອາຫານ
ແລະ ລຳໄສ້ ກ່າວແຈ້ງວ່າ
ຂັ້ນຕໍ່ໄປຈະໄດ້ທົດລອງກັບຄົນ
ເພື່ອວັດທົດສອບລິດຄວາມແຮງຂອງສານປະກອບຂອງແອບເປິລ
ທີ່ເຮັດໜ້າທີ່ເປັນສານປ້ອງກັນກະເພາະ
ແລະ ລຳໄສ້ຕໍ່ໄປ
* ຈາກໜັງສືພິມໄທລັດ, ສະບັບວັນທີ
8/7/2004
|
| |
|