|

ນັກວິໄຈໄດ້ເຕືອນເຖິງບັນດາຜູ້ຊາຍອາຍຸສູງໃຫ້ລະວັງການເສຍຊີວິດ
ເພາະການກິນໄຂ່ອາທິດລະ 7 ໜ່ວຍ ຫລື
ຫລາຍກວ່ານັ້ນ ເຊິ່ງເຮັດໃຫ້
ມີໂອກາດເສຍຊີວິດດ້ວຍສາເຫດຕ່າງໆ ເຖິງ
23% ແຕ່ສຳຫລັບຜູ້ຊາຍທີ່ເປັນໂລກເບົາຫວານນັ້ນ
ການກິນໄຂ່ບໍ່ວ່າຈະຈັກໜ່ວຍກໍ່ ເພີ່ມຄວາມ
ສ່ຽງທີ່ຈະເສຍຊີວິດໃນທຸກສາເຫດ
ໃນລະຍະຫລັງໄດ້ມີການເວົ້າໂຈດກັນວ່າ
ການກິນໄຂ່ຫລາຍໜ້ອຍພຽງໃດກໍ່ຖືວ່າບໍ່ເປັນອັນຕະລາຍ
ຈົນໄດ້ມີຜົນການວິໄຈຂັດແຍ້ງກັນຫລາຍອັນ
ທີ່ໃຫ້ທັງຄຸນ ແລະໂທດຈາກການກິນໄຂ່ ເຊິ່ງເປັນອາຫານທີ່ມີຄໍເລສເຕີຣອລສູງ
ປະມານ 220 ມິລິກັມ
ຊຶ່ງອາດເຮັດໃຫ້ມີຄໍເລສເຕີຣອລ
ສູງໃນເລືອດ ແລະ
ສ່ຽງຕໍ່ການເປັນໂລກຫົວໃຈ
ຜູ້ຊ່ຽວຊານຫລາຍທ່ານໄດ້ເວົ້າວ່າ: ໄດ້ມີການຂະຫຍາຍເລື່ອງຄວາມສ່ຽງເຫລົ່ານີ້ຫລາຍເກີນຄວາມເປັນຈິງ
ເພາະຄົນທີ່ມີສຸຂະພາບດີເກືອບ ທຸກຄົນ
ສາມາດກຳຈັດທາດຄໍເລສເຕີຣອລຈາກອາຫານໄດ້ເອງຕາມທຳມະຊາດຢູ່ແລ້ວ
ແຕ່ຢ່າງໃດກໍ່ຕາມ ດຣ. ລຸກ ຈູສ ແລະ ດຣ.
ເຈ ໄມເຄິລ ກາເຊຍໂນ ຈາກໂຮງໝໍຍິງບຣິກແຣມ
ແລະ ຄະນະແພດສາດ ມະຫາວິທະຍາໄລຮາຣ໌ວາດ ໄດ້ວິເຄາະຜົນການສຶກສາທາງການແພດ
ຈາກຜູ້ຊາຍ ຈຳນວນ 21,327 ຄົນ ເປັນເວລາ
20 ປີ ແລະ
ພົບວ່າປະລິມານການກິນໄຂ່ແມ່ນມີຜົນຕໍ່ສຸຂະພາບທີ່ດີໄດ້
ຄະນະນັກວິໄຈກ່າວໃນລາຍງານທີ່ຕີພິມໃນ
ວ່າ: ການກິນໄຂ່ອາທິດລະ 6 ໜ່ວຍ
ບໍ່ໄດ້ເພີ່ມຄວາມສ່ຽງຕໍ່ການເສຍຊີວິດດ້ວຍໂລກໃດໆ
ແຕ່ການກິນໄຂ່ອາທິດລະ 7 ໜ່ວຍ ຫລື
ຫລາຍກວ່ານັ້ນ
ຈະເຮັດໃຫ້ມີໂອກາດເສຍຊີວິດເພີ່ມຂື້ນ ເຖິງ
23%
ຢ່າງໃດກໍ່ຕາມ ໃນກຸ່ມຜູ້ຊາຍທີ່ເປັນໂລກເບົາຫວານ
ການກິນໄຂ່ຈະເພີ່ມໂອກາດເສຍຊີວິດໄດ້ທຸກສາເຫດ
ແລະ ມີແນວໂນ້ມທີ່ຈະເຮັດໃຫ້ ເປັນໂລກຫົວໃຈ
ແລະ ໂລກເສັ້ນເລືອດສະໝອງ,
ນັກວິໄຈໄດ້ເນັ້ນວ່າ:
ຜົນການສຶກສານີ້ບໍ່ໄດ້ໝາຍເຖິງປະຊາກອນທົ່ວໄປ
ເພາະນັກວິໄຈ ບໍ່ຮູ້ວ່າ
ພວກຄົນເຫລົ່ານັ້ນໄດ້ກິນອາຫານປະເພດໃດແດ່
ແລະ ມີວິທີການປຸງໄຂ່ແນວໃດ
ຕາມຂໍ້ມູນ
ຜູ້ຊາຍກຸ່ມທີ່ກິນໄຂ່ຫລາຍທີ່ສຸດມັກຈະເປັນພວກທີ່ມີອາຍຸຫລາຍ,
ຕຸ້ຍ, ດື່ມແອລກໍຮໍ, ສູບຢາ ແລະ
ຂາດການກຳລັງກາຍ ປັດໄຈ
ເຫລົ່ານີ້ລ້ວນເພີ່ມໂອກາດສ່ຽງຕໍ່ອາການຫົວໃຈວາຍ
ແລະ ເສຍຊີວິດຕໍ່ຜົນວິໄຈດັ່ງກ່າວ,
ນັກໂພຊະນາການ ວິຕໍເຣຍ ເທຍ໌ເລີຣ໌ ແຫ່ງມູນນິທິ
ໂລກຫົວໃຈຂອງອັງກິດ ບອກວ່າ:
ຂໍ້ຈຳກັດຂອງການສຶກສາເລື່ອງນີ້ກໍ່ຄື:
ບໍ່ມີຂໍ້ມູນວ່າພວກໝໍທີ່ຖືກສຶກສານັ້ນ
ກິນອາຫານຢ່າງອື່ນບໍ່? ສະນັ້ນ, ເຮົາຍັງຄົງຕ້ອງແນະນຳວ່າ
ຄົນເຮົາສາມາດກິນໄຂ່ຫລາຍຊຳເທົ່າໃດກໍ່ບໍ່ຈຳກັດ,
ເຮົາປະຊາສຳພັນໃຫ້ປະຊາຊົນຫລຸດການບໍລິໂພກໄຂມັນ
ອິ່ມໂຕຫລາຍກວ່າຄໍເລສເຕີຣ໌ຣອລໃນອາຫານ.
*
ຄັດຈາກ: ກະປຸກ, ວັນທີ 29-4-2008 |