|

ຫລັກການສຳຄັນຂອງການອອກກຳລັງກາຍໃນເວລາຖືພາ
ໄດ້ແກ່ການອອກກຳລັງກາຍແບບຄ່ອຍເປັນຄ່ອຍບໍ່ຕ້ອງຫັກໂຫມ
ໂດຍຕ້ອງເລືອກ
ການອອກກຳລັງກາຍແບບແອໂຣບິກ ເຊັ່ນ:
ການຍ່າງໄວ, ລອຍນ້ຳ,
ຖີບລົດຖີບແບບຢູ່ກັບທີ່,
ການອອກກຳລັງກາຍປະກອບເປັນກິດຈະກຳ
ເປັນຫລັກ ຫລື
ກາຍບໍລິຫານເຊິ່ງເປັນສິ່ງທີ່ແນະນຳໃຫ້ເຮັດ
ເພື່ອລຸດ ແລະ
ຫລີກລ້ຽງການເກີດອຸບັດເຫດຕ່າງໆ
ນອກຈາກນີ້ແມ່ນຄວນຫລີກລ້ຽງກິລາທີ່ຈະເຮັດໃຫ້ອຸນຫະພູມຂອງຮ່າງກາຍສູງຂື້ນ
ເພາະອາດເປັນອັນຕະລາຍແກ່ລູກໃນທ້ອງ
ຈົນເຖິງຂັ້ນເຮັດ
ໃຫ້ພິການ ຫລື ເສຍຊີວິດໄດ້ ແລະ
ຄວນດື່ມນ້ຳທຸກ 15-20
ນາທີໃນຂະນະທີ່ອອກກຳລັງກາຍ ເພື່ອຊ່ວຍລະບາຍ
ຄວາມຮ້ອນທີ່ສະສົມ
ໃນຮ່າງກາຍອອກໄປ
ດັ່ງນັ້ນ
ການອອກກຳລັງກາຍໃນເວລາຖືພາຕ້ອງຄວນປຶກສາທ່ານໝໍ
ເຖິງກ່ຽວກັບແນວທາງ ແລະ
ຂໍ້ປະຕິບັດທີ່ເໝາະສົມກັບແຕ່ລະບຸກຄົນ
ພ້ອມກັນນີ້ຜູ້ຊ່ຽວຊານຍັງເໜັ້ນໜັກເຖິງປະໂຫຍດຂອງການອອກກຳລັງກາຍຂອງຜູ້ຍິງ
ທີ່ຖືພາວ່າ: ນອກຈາກຈະຊ່ວຍສ້າງສຸຂະພາບ
ໃຫ້ແຂງແຮງ, ເຮັດໃຫ້ຈິດໃຈແຈ່ມໃສແລ້ວ
ການອອກກຳລັງກາຍຈະຊ່ວຍລຸດຄວາມຄຽດຂອງຜູ້ເປັນແມ່
ແລະ ເຮັດໃຫ້ນອນຫລັບສະບາຍ
ຫລາຍຂື້ນຕື່ມອີກ.
*
ຄັດຈາກ: ກະປຸກ, ວັນທີ 8-04-2008 |