|

ມະເຮັງ ທີ່ເກີດຂື້ນກັບຜູ້ຍິງສະເພາະ
ດຽວນີ້ແມ່ນມີສະຖິຕິທີ່ແນ່ນອນວ່າ:
ມະເຮັງປາກມົດລູກ ເຊິ່ງເປັນມະເຮັງອັນດັບໜື່ງທີ່ມີຄົນເປັນຫລາຍ
ທີ່ສຸດ ເຖິງຢ່າງໃດກໍ່ຕາມ
ມະເຮັງອີກຊະນິດໜື່ງທີ່ບໍ່ຄວນມອງຂ້າມຄື:
ມະເຮັງເຕົ້ານົມ ເນື່ອງຈາກກຳລັງມາແຮງ
ແລະ ໃນອະນາຄົດອັນໃກ້ນີ້
ອາດແຊງໜ້າມະເຮັງປາກມົດລູກກໍ່ເປັນໄດ້
ເປັນທີ່ແນ່ນອນວ່າ ມະເຮັງເຕົ້ານົມນັ້ນ
ບໍ່ໄດ້ສົ່ງຜົນກະທົບເຖິງຄວາມເຈັບປວດຕໍ່ຮ່າງກາຍຢ່າງດຽວ
ແຕ່ມັນຍັງສົ່ງຜົນກະທົບທາງດ້ານຈິດໃຈອີກ
ເພາະບໍ່ມີໃຜທີ່ຢາກຈະຖືກຕັດສ່ວນໃດໜື່ງໃນຄວາມເປັນເພດຍິງ
ເຊັ່ນ: ເຕົ້ານົມ, ແຕ່ສິ່ງທີ່ເປັນຫ່ວງໃນທຸກວັນນີ້
ມະເຮັງບໍ່ພຽງຈະເກີດກັບ
ຄົນທີ່ມີອາຍຸຫລາຍເທົ່ານັ້ນ ແຕ່ຄົນທີ່ຍັງຢູ່ໃນໄລຍະໃຫຍ່ເປັນສາວວັຍລຸ້ນ
ກໍ່ສາມາດເປັນໄດ້ ໂດຍສະເພາະມະເຮັງເຕົ້ານົມ
ທັງນີ້ ໂດຍປົກກະຕິການແພ່ຂະຫຍາຍຂອງມະເຮັງ
20% ຢູ່ທີ່ ສະໝອງ, ປອດ ແລະ ຕັບ,
ສ່ວນອີກ 50% ຢູ່ທີ່: ຜິວໜັງ ແລະ 75%
ຈະຢູ່ທີ່ ກະດູກ
ຊຶ່ງຫາກມະເຮັງແພ່ຂະຫຍາຍເຂົ້າໄປໃນກະດູກແລ້ວ
ຈະເຮັດໃຫ້ກະດູກເກີດການແຕກຫັກງ່າຍ ເພາະກະດູກເປັນສ່ວນທີ່ມະເຮັງ
ມັກ ເກາະໂຕໄດ້ງ່າຍ
ວິທີຫລັກທີ່ຈະຈັດການກັບມະເຮັງ
ບໍ່ໃຫ້ກັບມາເປັນອີກກໍ່ຄື:
ຄົນເຈັບຈະຕ້ອງເຂົ້າຮັບການຮັກສາແບບຕໍ່ເນື່ອງ
ສຳຄັນຈະຕ້ອງເຮັດແບບເຄມີ ບຳບັດ ເພາະເຮົາຈະແນ່ໃຈວ່າມະເຮັງໃນສ່ວນທີ່ຕັດອອກນັ້ນຈະບໍ່ກັບມາອີກ
ຖ້າເຮົາເຮັດເຄມີບຳບັດ
ສ່ວນທີ່ເປັນມະເຮັງທີ່ລີ້ຢູ່ໃນຮ່າງກາຍ
ກໍ່ຈະຄ່ອຍໆ ລະລາຍຫາຍໄປ
ທີ່ສຳຄັນຄົນເຈັບຈະຕ້ອງຮູ້ຈັກເບິ່ງແຍງຮ່າງກາຍ
ໝັ່ນພົບແພດໝໍແບບຕໍ່ເນື່ອງປີລະ 1 ເທື່ອ
ຫລື ເມື່ອຮູ້ສຶກວ່າ
ມີອາການຜິດປົກກະຕິບໍລິເວນທີ່ຜ່າຕັດມະເຮັງ
ຫລື ບ່ອນໃກ້ຄຽງ
ປັດໄຈສ່ຽງທີ່ເຮັດໃຫ້ເກີດມະເຮັງເຕົ້ານົມ
ມີຫລາຍປັດໄຈ ເຊັ່ນ:
ການມີປະຈຳເດືອນຄັ້ງທຳອິດເມື່ອອາຍຸຍັງນ້ອຍ,
ການໝົດປະຈຳເດືອນຊ້າ, ບໍ່ມີລູກ ຫລື
ມີລູກຄົນທີ 1 ຕອນອາຍຸກາຍ 30 ປີ, ແລະ
ຍັງລວມເຖິງຄົນໃນຄອບຄົວທີ່ມີປະຫວັດເນື້ອເຫຍື້ອເຕົ້ານົມຜິດປົກກະຕິ
ຫລື ຄົນໃນ
ຄອບຄົວທີ່ມີສາຍເລືອດດຽວກັນຕັ້ງແຕ່ 2
ຄົນຂື້ນໄປ ເຄີຍເປັນມະເຮັງເຕົ້ານົມມາກ່ອນ,
ສ່ວນອາຫານການກິນກໍ່ມີສ່ວນຄືກັນ ໂດຍສະເພາະຄົນ
ທີ່ມັນກິນອາຫານທີ່ມີໄຂມັນຫລາຍ ຫລື
ການດື່ມເຫລົ້າຈະເປັນການເປີດທາງໃຫ້ມະເຮັງກໍ່ໂຕໄດ້ງ່າຍ
ສ່ວນອັນຕາການເພີ່ມຂື້ນຂອງຄົນທີ່ເປັນມະເຮັງເຕົ້ານົມ
ແຕ່ປີ 2004 - 2007
ມີການເພີ່ມຂື້ນສາວນທາງກັບກັນມະເຮັງປາກມົດລູກ
ທີ່ມີ ປະລິມານຄົນເຈັບລຸດລົງ
ຍ້ອນຄ່າສະເລ່ຍຂອງຄົນທີ່ເສຍຊີວິດຈາກໂລກມະເຮັງປະມານ
7 ຄົນ/ 60 ນາທີ, ໃນອາຍຸທີ່ກວດພົບວ່າເປັນມະເຮັງ
ເຕົ້ານົມຫລາຍ ທີ່ສຸດຄືຕັ້ງແຕ່ 35-65
ປີ ຈຳນວນ 73.62%

ຄົນທີ່ເຄີຍເປັນມະເຮັງມາກ່ອນກໍ່ສາມາດທີ່ຈະກັບມາເປັນອີກກໄດ້
ດັ່ງນັ້ນຄວນພົບແພດໝໍຢ່າງສະໝ່ຳສະເໝີ ເຮັດເຄມີບຳບັດ
ແລະ ກິນຢາ ແບບຕໍ່ເນື່ອງ
ຫລີກເວັ້ນອາກາດທີ່ເປັນພິດ
ສ່ວນຄົນທີ່ສົງໄສວ່າຖ້າເຄີຍເປັນກ້ອນ
ຊີສມາແລ້ວ 3 ເທື່ອ, ກ້ອນທີ່ 4
ຈະມີໂອກາດເປັນກ້ອນ ມະເຮັງທີ່ກໍ່ໂຕ
ຫລືບໍ່? ນັ້ນ
ທ່ານໝໍບອກວ່າມີໂອກາດທີ່ຈະເປັນແຕ່ບໍ່ແມ່ນ
100%
ວິທີປ້ອງກັນມະເຮັງ ເຊັ່ນ:
ຄວນຮູ້ຈັກຄວບຄຸມນ້ຳຫນັກ,
ງົດເວັ້ນການສູບຢາຈະກໍ່ໃຫ້ເກີດມະເຮັງປອດໄດ້,
ລຸດເຄື່ອງດື່ມທີ່ມີແອລກໍຮໍລ໌, ໝັ່ນ
ອອກກຳລັງກາຍ ແລະ
ຫລີກເວັ້ນການຖືກລັງສີບໍລິເວນໜ້າເອິກເປັນຈຳນວນຫລາຍ
ມີຫລາຍຄົນໃຫ້ຄຳຈຳກັດວ່າ: ໂລກມະເຮັງເປັນໂລກຂອງຄົນມີເງິນ,
ເນື່ອງຈາກໂລກນີ້ຈະເກີດກັບຄົນທີ່ມີຖານະ
ເພາະກຸ່ມຄົນພວກນີ້ຈະເຮັດ
ວຽກໂດຍບໍ່ຄ່ອຍເປັນຫ່ວງເລື່ອງສຸຂະພາບຂອງຕົນເອງ,
ທຸລະກິດຕ້ອງມາກ່ອນ
ມີເວລາໃນການອອກລັງກາຍໜ້ອຍ
ອາຫານກະມັກມີໄຂມັນ ເຊິ່ງມັກເປັນເຫດພາໃຫ້ເກີດໂລກມະເຮັງໄດ້ງ່າຍ
* ຄັດຈາກ: ຫນັງສືພິມຜູ້ຈັດການ,
ສະບັບວັນທີ 11-10-2007 |